spot_img
Homeຂ່າວການສຶກສາບໍລິຄຳໄຊ ຮຽກ​ຄືນ​ນັກ​ສຶກ​ສາ 200 ກວ່າ​ຄົນ ທີ່​ໄປ​ຮຽນຢູ່ ແຂວງ​ ຮ່າ​ຕີ້ງ ແລະ ເຫງະ​ອານ ສ​ສ ຫວຽດ​ນາມ

ບໍລິຄຳໄຊ ຮຽກ​ຄືນ​ນັກ​ສຶກ​ສາ 200 ກວ່າ​ຄົນ ທີ່​ໄປ​ຮຽນຢູ່ ແຂວງ​ ຮ່າ​ຕີ້ງ ແລະ ເຫງະ​ອານ ສ​ສ ຫວຽດ​ນາມ

Published on

ແຂວງບໍລິຄຳໄຊ ເປັນແຂວງໜື່ງທີ່ມີນັກສຶກສາ ໄປຮຽນຢູ່ ສສ ຫວຽດນາມ ໂດຍສະເພາະແມ່ນ, ແຂວງ ຮ່າຕີ້ງ ເຫງະອານ ແລະ ແຂວງອື່ນໆ ​ເປັນ​ຈຳ​ນວນຫຼ​າຍ ແຕ່ຍ້ອນສະພາບການລະບາດຂອງພະຍາດ ໂຄວິດ-19 ເຊີ່ງມີການລະບາດໄປທົ່ວທຸກມູມໂລກ ໂດຍສະເພາະແມ່ນ ສສ ຫວຽດນາມ ແລະ ສປປ ລາວ ກໍ່ໄດ້ຮັບຜົນກະທົບຕໍ່ການລະບາດພະຍາດດັ່ງກ່າວເຊັ່ນກັນ, ເພື່ອຮັບປະກັນຄວາມປອດໄພຊີວິດຂອງນັກສຶກສາ ທີ່ໄປຮຽນຢູ່ສະ​ຖາ​ບັນ​ຕ່າງໆ​ຂອງແຂວງ ຮ່າຕີງ ແລະ ເຫງະ​ອານ ສສ ຫວຽດນາມ ໃຫ້ເດີນທາງກັບມາປະເທດ .

ຕາມ​ການ​ໃຫ້​ສຳ​ພາດຂອງ ທ່ານ ຄຳສີ ຍົມມະລາດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໃນຄັ້ງວັນທີ 2 ເມາສາ 2020 ໄດ້ໃຫ້ຮູ້ວ່າ: ແຂວງບໍລິຄຳໄຊ ພວກເຮົາໄດມີນັກສາໄປຮຽນຕໍ່ວິຊາຊີບຢູ່ ສສ ຫວຽດນາມ​ມີຈຳນວນ 400 ກວ່າ​ຄົນ ໃນໄລຍະການລະບາດຂອງພະຍາດອັກເສບປອດ ເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ຢູ່ບັນດາປະເທດ ເຮັດໃຫ້ເກີດຜົນເສຍຫາຍຢ່າງໃຫ່ຍຫຼວງ ດ້ວຍຄວາມເປັນຫ່ວງເປັນໃຍຂອງການ​ນຳ​ຂອງ​ແຂວງ ຕໍ່ນັກສຶກສາແຂວງບໍລິຄຳໄຊ ທີ່ກຳລັງສຶກສາຢູ່ ສ​ສ ຫວຽດ​ນາມ, ຕໍ່ສະພາບການດັ່ງກ່າວພະແນກ ສຶກສາທິການ ແລະ ກິລາແຂວງ ໄດ້ສົມທົບກັບພະແນກການຕ່າງປະເທດ ເຮັດໜັງສືສະເໜີ ຫາຄະນະກຳມະທິການປະຊາຊົນແຂວງ ຮ່າຕີ້ງ ແລະ ເຫງະອານ ສສ ຫວຽດນາມ ເພື່ອຂໍຮັບນັກສຶສາກັບຄືນປະເທດ ຈາກນັ້ນພະແນກ ສຶກສາທິການ ແລະ ກິລາແຂວງ ໄດ້ເດີນທາງໄປຮັບນັກສຶກສາແຂວງບໍລິຄຳໄຊ ຈາກແຂວງ ຮ່າຕີ້ງ ແລະ ເຫງະ​ອານ ກັບ​ຄືນ​ປະ​ເທດ ທີ່ດ່ານສາກົນນໍ້າພາວ-ເກົ່າ​ແຈ່ວ ຈຳນວນ 216 ຄົນ, ຍິງ 129 ຄົນ ໃນວັນທີ 26 ມີນາ 2020, ໃນນັ້ນມີນັກສຶກສາແຂວງບໍລິຄຳໄຊ 209 ຄົນ, ຍິງ 126 ຄົນ ແລະ ຕ່າງແຂວງ 7 ຄົນ, ຍິງ 3 ຄົນ.

ສຳລັບນັກສຶກສາຂອງແຂວງ ທີ່ຍັງສືບຕໍ່ສຶກສາຢູ່ສະຖາບັນຕ່າງໆຂອງ ສສ ຫວຽດນາມ ຍັງມີປະມານ 200 ກວ່າຄົນ ແມ່ນໃຫ້ສືບຕໍ່ຢູ່ພາຍໃຕ້ການຄຸ້ມຄອງຂອງບັນດາສະຖາບັນການ​ສຶກ​ສາຂອງ ສສ ຫວຽດນາມ ຖ້າວ່າມີຈຸດປະສົງຢາກກັບຄືນແຂວງ ແມ່ນໃຫ້ຄະນະນັກສຶກສາເກັບກຳຂໍ້ມູນ ສະເໜີສາສະຖາບັນຂອງຕົນ ເພື່ອແ​ຈ້ງຫາພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ ເພື່ອພິຈາລະນາ.

 

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: ຂ່າວສານແຂວງ ບໍລິຄຳໄຊ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...