ບູຮານວ່າທຳນຽມນົກເຈົ່າ

ບູຮານວ່າທຳນຽມນົກເຈົ່າ: ເຝົ້າພຽນທົນ ສູ້ຊົນຜ່ານຝ່າ ຮູ້ຈັກຫາ ເພິ່ງພາລຳແຂ່ງລຳຂາຂອງຕົນເອງ ໄປໄສມາໄສກໍ່ສັງຮອມໃສ່ໃຈ ມ້ຽນໄຂ່ມ້ຽນຮັງໄວ້ດີແລ້ວຈຶ່ງໄປ ຍາມບິນໄປໄສມາໄສກໍ່ແຜ່ຂະຫຍາຍປີກໂດດເດ່ນເຫັນແຈ້ງ.

ຂໍ້ຄິດທີ່ຈະເອົາເປັນຄະຕິໃສ່ໃຈໄດ້ຄື:
໑.ເຮົາຈະບໍ່ເປັນພາຣະໃຫ້ໃຜ
໒.ຈັດການໃສ່ໃຈພາຣະຕົນເອງ
໓.ຮູ້ຈັກຫາດ້ວຍລຳແຂ່ງແຮງງານຕົນ
໔.ຝຶກຝົນອົດທົນສູ້ຊົນຜ່ານຝ່າ
໕.ມີສະຕິສັງຮອມຕົນຢູ່ຕະຫລອດເວລາ
໖.ໄປມາຢ່າງຈະແຈ້ງເປີດເຜີຍ(ໄປລາ-ມາຄອບ)
໗.ສ້າງຄວາມດີມີຄວາມພຽນເລີຍໆ ຜົນງານນັ້ນຈະປາກົດໃຫ້ເຫັນເມື່ອອອກໄປສູ່ສາຍຕາສາທາຣະນະຊົນ.
——————
ສັກຂີທັມມິກະພິກຂຸ.
ເພຈ ທັມມະພຣະລາວ.