Homeຂ່າວຕ່າງປະເທດກະຊວງສາທາຯຫວຽດນາມ ພົບຜູ້ຕິດເຊື້ອໄວຣັສຊິກາ 2 ຄົນທຳອິດຂອງປະເທດ!

ກະຊວງສາທາຯຫວຽດນາມ ພົບຜູ້ຕິດເຊື້ອໄວຣັສຊິກາ 2 ຄົນທຳອິດຂອງປະເທດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ເມສາຜ່ານມານີ້ວ່າ ກະຊວງສາທາລະນະສຸກຫວຽດນາມ ກວດພົບຍິງຊາວຫວຽດນາມ 2 ຄົນ ຕິດເຊື້ອໄວຣັສຊິກາ ໂດຍຜູ້ໜຶ່ງມີອາຍຸ 64 ປີ ປະຊາຊົນເມືອງຍາຈາງ ແລະ ອີກຜູ້ໜຶ່ງອາຍຸ 33 ປີ ຢູ່ນະຄອນໂຮ່ຈິມິນ ຊຶ່ງມີອາການໄຂ້ຂຶ້ນເມື່ອທ້າຍເດືອນມີນາຜ່ານມາ ແລະ ຈາກການກວດວິເຄາະແລ້ວເຖິງ 3 ຄັ້ງ ແພດຢືນຢັນວ່າ ທັງສອງຄົນມີເຊື້ອໄວຣັສຊິກ້າ.  ແນວໃດກໍຕາມ, ກະຊວງສາທາລະນະສຸກຫວຽດນາມ ໄດ້ລະບຸວ່າ ຄົນເຈັບທອງ 2 ຄົນ ມີອາການຄົງທີ່ແລ້ວ ແລະ ບໍ່ພົບການຕິດເຊື້ອເພີ່ມເຕີມ ໃນບັນດາຍາດພີ່ນ້ອງ ແລະ ຄົນໃກ້ຊິດຂອງພວກກ່ຽວແຕ່ຢ່າງໃດ.

ທັງນີ້ ໄວຣັສຊິກາ ຊຶ່ງເປັນພະຍາດທີ່ມີຍຸງເປັນພາຫະນະນຳເຊື້ອ ເຖິງແມ່ນປັດຈຸບັນ ຍັງບໍ່ທັນພິສູດໄດ້ວ່າ ເຊື້ອໄວຣັສຊະນິດນີ້ ເປັນສາເຫດເຮັດໃຫ້ເກີດຄວາມພິການທາງສະໝອງ ໃນເດັກນ້ອຍເກີດໃໝ່, ແຕ່ໄລຍະຜ່ານມາ ແມ່ນພົບຫລັກຖານທີ່ເຊື່ອມໂຍງກັນຫລາຍຍິ່ງຂຶ້ນ ໂດຍສະເພາະໃນປະເທດບຣາຊິນ ໄດ້ມີການຢືນຢັນວ່າ ເດັກນ້ອຍເກີດໃໝ່ ທີ່ມີຮ່າງກາຍຫົວນ້ອຍຜິດປົກກະຕິ ຫລາຍກວ່າ 860 ຄົນ ແມ່ນສ່ວນໃຫຍ່ມີແມ່ ຕິດເຊື້ອໄວຣັສຊິກາ.

 

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...