spot_img
Home​ຂ່າວບັນເທິງບຸດສະບາ ສາວໄຊຍະບູລີ ຄອງຕຳແໜ່ງນາງສາວລາວ 2016

ບຸດສະບາ ສາວໄຊຍະບູລີ ຄອງຕຳແໜ່ງນາງສາວລາວ 2016

Published on

ນາງສາວລາວ 2016ນາງສາວລາວ ປີ 2016 ຮູບຈາກ: ມິດປະຊາ ສິດທິຮັກປັນຍາ
ການປະກວດຄົ້ນຫາສາວທີ່ງາມທີ່ສຸດຂອງປະເທດລາວ ໃນໂຄງການປະກວດນາງສາວລາວ ປະຈຳປີ 2016 ໄດ້ສິ້ນສຸດລົງແລ້ວໃນຄ່ຳຄືນມື້ນີ້ ວັນທີ 8 ຕຸລາ 2016 ເຊິ່ງຜົນການປະກວດມີດັ່ງນີ້:

ຕຳແໜ່ງນາງສາວລາວ ປະຈຳປີ 2016 ໄດ້ແກ່ໝາຍເລກ: M19 ບຸດສະບາ ແສງປັນ ອາຍຸ 18 ປີ ຕົວແທນຈາກແຂວງໄຊຍະບູລີ ໄດ້ຮັບລາງວັນ ມຸງກຸດເພັດ, ໂທລະສັບ iPhone7plus ໂອບດ້ວຍຄຳສົດ, ເງິນສົດ 50,000,000 ກີບ, ລົດເກັງມູນຄ່າ 190,000,000 ກີບ 1 ຄັນ, ຄຳໜັກ 2 ບາດ ແລະລາງວັນອື່ນໆ
m19

ຮອງອັນດັບ 1 ໄດ້ແກ່ໝາຍເລກ: M20 ຄິດສະໄໝ ບຸນຕີວໍລະວົງ ອາຍຸ 20 ປີ, ຕົວແທນຈາກແຂວງສະຫວັນນະເຂດ. ໄດ້ຮັບລາງວັນເງິນສົດ 25,000,000 ກີບ
m20

ຮອງອັນດັບ 2 ໄດ້ແກ່ໝາຍເລກ: M18 ພອນວິໄລ ຫຼວງລາດ ອາຍຸ 18 ປີ ຕົວແທນຈາກນະຄອນຫຼວງວຽງຈັນ ໄດ້ຮັບລາງວັນເງິນສົດ 20,000,000 ກີບ ພ້ອມຂອງລາງວັນອື່ນໆ
m18

ຮອງອັນດັບ 3 ໄດ້ແກ່ໝາຍເລກ: M13 ໄໝຄຳ ວິໄລວັນ ອາຍຸ 22 ປີ ຕົວແທນຈາກນະຄອນຫຼວງວຽງຈັນ ໄດ້ຮັບລາງວັນ ເງິນສົດ 15,000,000 ກີບ ແລະຂອງລາງວັນອື່ນໆ
m13

ຮອງອັນດັບ 4 ໄດ້ແກ່ໝາຍເລກ: M6 ສະຕິວ ແສງສຸລິດ ອາຍຸ 21 ປີ ຕົວແທນຈາກແຂວງຊຽງແຂວງ ໄດ້ຮັບເງິນລາງວັນ 13,000,000 ກີບ ແລະລາງວັນອື່ນໆ
m6

ນອກຈາກນັ້ນຍັງມີຜູ້ໄດ້ຮັບຕຳແໜ່ງຕ່າງໆ ເຊັ່ນ:

ນາງສາວຜິວງາມ ໄດ້ແກ່ໝາຍເລກ: M14 ເຂັມພອນ ດວງພະສິດ ອາຍຸ 23 ປີ ຕົວແທນຈາກຫຼວງພະບາງ
m14

ນາງສາວມີສະເໜ່ ແລະ ນາງສາວຂວັນໃຈຊ່າງພາບ ໄດ້ແກ່ໝາຍເລກ: M19 ບຸດສະບາ ແສງປັນ ອາຍຸ 18 ປີ ຕົວແທນຈາກແຂວງ ໄຊຍະບູລີ

m19

ນາງສາວມິດຕະພາບ ໄດ້ແກ່ໝາຍເລກ: M20 ຄິດສະໄໝ ບຸນຕີວໍຣະວົງ ອາຍຸ 20 ປີ ຕົວແທນຈາກແຂວງສະຫວັນນະເຂດ

m20

ນາງສາວບຸກຄະລິກກະພາບດີ ໄດ້ແກ່ໝາຍເລກ: M13 ໄໝຄຳ ວິໄລວັນ ອາຍຸ 22 ປີ ຕົວແທນຈາກນະຄອນຫຼວງວຽງຈັນ

m13

ນາງສາວໜ້າໃສສຸຂະພາບດີ ໄດ້ແກ່ໝາຍເລກ: M18 ພອນວິໄລ ຫຼວງລາດ ອາຍຸ 16 ປີ ຕົວແທນຈາກນະຄອນຫຼວງວຽງຈັນ

m18

ນາງສາວ ຂວັນໃຈປະຊາຊົນ ໄດ້ແກ່ໝາຍເລກ: M3 ສຸພາພອນ ທຳມະວົງສາ ອາຍຸ 21 ປີ ຕົວແທນຈາກແຂວງອັດຕະປື

m3

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...