spot_img
Homeຂ່າວການສຶກສາບັ້ນສອບເສັງຈົບຊັ້ນ ມ4 ແລະ ມ7​ ຈະມີຂຶ້ນໃນເດືອນນີ້

ບັ້ນສອບເສັງຈົບຊັ້ນ ມ4 ແລະ ມ7​ ຈະມີຂຶ້ນໃນເດືອນນີ້

Published on

test

ທ່ານນາງ ສີສຸກ ວົງວິຈິດ ຫົວໜ້າກົມມັດທະຍົມສຶກສາ, ກະຊວງສຶກ ສາທິການ ແລະ ກິລາ ໃຫ້ສຳພາດຕໍ່ນັກຂ່າວໃນວັນທີ 9 ມິຖຸນານີ້ວ່າ: ບັ້ນສອບ ເສັງຈົບຊັ້ນມັດທະຍົມຕົ້ນ(ມ4)ສົກປີ 2014 – 2015 ຈະມີຂຶ້ນແຕ່ວັນທີ 16-18 ມິຖຸນານີ້ ແລະ ມັດທະຍົມປາຍ(ມ7)ຈະຈັດຂຶ້ນລະຫວ່າງວັນທີ 23-26 ມິຖຸນາ ເຊັ່ນກັນ, ເຊິ່ງຄາດວ່າຈະມີນັກ ຮຽນມີສິດສອບເສັງທັງໝົດ 592.365 ຄົນ, ຍິງ 277.496 ຄົນ.

ທ່ານ​ຫົວໜ້າ​ກົມ​ມັດທະຍົມ​ສຶກສາ ກ່າວວ່າ: ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ແຜນປະຕິ​ຮູບ​ການ​ສຶກສາ​ແຫ່ງ​ຊາດ​ໄລຍະ II ຂອງກະຊວງ​ສຶກສາ​ທິການ ​ແລະ ກິລາ​ວາງອອກໃຫ້ມີປະສິດທິຜົນດີ, ໂດຍສະເພາະການເລັ່ງໃສ່ຍົກສູງຄຸນນະພາບການ​

ຮຽນ-​ການ​ສອນ​​​ຕາມ​ຫລັກສູດ ​ແລະ ນຳ​ໃຊ້​ປຶ້ມ​ແບບຮຽນ​ທີ່​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິທະຍາສາດ​ການ​ສຶກສາ​ໄດ້​ພັດທະນາ​ຂຶ້ນ, ມາ​ຮອດ​ປັດຈຸບັນ​ແຕ່ລະ​ໂຮງຮຽນ​ນັບທັງ​ພາກ​ລັດ ​ແລະ ພາກ​ເອກະ​ຊົນໃນທົ່ວປະເທດ, ໄດ້​ຈັດ​ຕັ້ງ​ການ​ສອບ​ເສັງ​​ເລື່ອນຂັ້ນ​​ເລີ່ມແຕ່ລະດັບມັດທະຍົມຕົ້ນ(ມ1) ຫາ (ມ3) ແລະ ມັດທະຍົມປາຍ(ມ5) ຫາ(ມ6) ສຳ ລັບສົກຮຽນປີ 2014-2015 ນີ້ແມ່ນໄດ້ສຳເລັດເປັນທີ່ຮຽບຮ້ອຍແລ້ວ, ເຊິ່ງມີຜູ້ເຂົ້າສອບເສັງທັງໝົດ 420.720 ຄົນ, ໃນນັ້ນຍິງ 198.935 ຄົນ. ສ່ວນການສອບເສັງຈົບຊັ້ນ(ມ4) ແມ່ນມີສູນສອບເສັງ 443 ແຫ່ງ, ມີ 3.977 ຫ້ອງສອບ ເສັງ, ໂດຍຈະສອບເສັງໃນ 5 ວີຊາຄື: ພາສາລາວ, ສຶກສາພົນລະເມືອງ, ວິທະຍາສາດທຳມະຊາດ, ວິທະຍາສາດສັງ ຄົມ ແລະ ຄະນິດສາດ ແລະ (ມ7) ມີສູນສອບເສັງ 243 ແຫ່ງ, ມີ 2.430 ຫ້ອງສອບເສັງ ແລະ ຈະມີ 8 ວິຊາສອບ ເສັງດ້ວຍກັນຄື: ພາສາລາວ, ຊີວະສາດ, ຟີຊິກສາດ, ພູມສາດ, ເຄມີສາດ, ສຶກສາພົນລະເມືອງ, ຄະນິດສາດ ແລະ ປະ ຫວັດສາດ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...