spot_img
Homeຂ່າວພາຍ​ໃນບັນຫາລະເບີດບໍ່ທັນແຕກ, ການຄົ້ນຫາກະດູກທະຫານອາເມລິກາ ແລະການຮ່ວມມືພັດທະນາ ແມ່ນຂົວຕໍ່ສຳຄັນທີ່ໂອບາມາ ຈະເອົາມາຜູກມິດກັບລາວ

ບັນຫາລະເບີດບໍ່ທັນແຕກ, ການຄົ້ນຫາກະດູກທະຫານອາເມລິກາ ແລະການຮ່ວມມືພັດທະນາ ແມ່ນຂົວຕໍ່ສຳຄັນທີ່ໂອບາມາ ຈະເອົາມາຜູກມິດກັບລາວ

Published on

ວັນທີ 5 ກັນຍາ 2016 ກ່ອນການເດິນທາງມາຍັງ ສປປ ລາວ ທ່ານ ໂອບາມາ ໄດ້ຖະແຫຼງຂ່າວທີ່ ສປ ຈີນ ເຖິງຈຸດປະສົງໃນການເດິນທາງຢ້ຽມຢາມລາວ ໂດຍເນື້ອໃນທີ່ສຳຄັນແມ່ນ ການແກ້ໄຂບັນຫາລະເບີດບໍ່ທັນແຕກໃນລາວ, ການຄົ້ນຫາສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ແລະການຮ່ວມມືກັນພັດທະນາ ກ້າວສູ່ອະນາຄົດທີ່ສົດໃສ.

ທ່ານກ່າວວ່າ: ມັນເປັນບາດກ້າວອັນສຳຄັນຂອງການພົວພັນລະຫວ່າງລາວແລະອາເມລິກາ ເພາະນີ້ຄືເທື່ອທຳອິດຂອງຜູ້ນຳສະຫະລັດທີ່ມາຢ້ຽມຢາມລາວ. ຖ້າຄິດເຖິງການພົວພັນລະຫວ່າງລາວແລະອາເມລິກາ ພວກເຮົາຄວນເບິ່ງການພົວພັນລະຫວ່າງອາເມລິກາແລະຫວຽດນາມ ປະເທດທີ່ຂ້າພະເຈົ້າໄດ້ໄປຢ້ຽມຢາມວ່າງບໍ່ດົນມານັ້ນ, ພກວເຮົາຕ້ອງສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງຊາດ ແລະຫຼາຍຢ່າງທີ່ຈະສາມາດປັບປປຸງໄດ້ກ່ຽວກັບອະດີດ.

ສ່ວນລາວຕ້ອງການເກັບກູ້ລະເບີດທີ່ບໍ່ທັນແຕກ ແຕ່ກໍຍ້ອນສະພາບເສດຖະກິດຈິ່ງບໍ່ສາມາດເຮັດດ້ວຍຕົນເອງໄດ້ ພວກເຮົາຄວນຊ່ວຍເຫຼືືອທາງດ້ານນີ້. ອີກສອງສາມມື້ຂ້າງໜ້າພວກເຮົາຈະມີການເຈລະຈາກັບການນຳຂອງລາວ ຄິດວ່າຈະສາມາດໄດ້ຄຳຕອບອັນແນ່ນອນອອກມາ ກ່ຽວກັບການຊ່ວຍເຫຼືອທາງດ້ານການເກັບກູ້ລະເບີດ, ອາເມລິກາມີໜ້າທີ່ຕ້ອງຊອກຫາຊາກສົບຂອງຜູ້ເສຍສະຫຼະຊີວິດເພື່ອເອົາກັບປະເທດແລະມອບໃຫ້ຄອບຄົວເຂົາເຈົ້າ ນັ້ນມັນເປັນຮີດຄອງແລະໜ້າທີ່ຂອງພວກເຮົາທີ່ຕ້ອງເຮັດ. ນີ້ຄືປະເດັນຫຼັກໆ ທີ່ພວກເຮົາຈະເຮັດ ແຕ່ມັນບໍ່ພຽງແຕ່ເທົ່ານີ້ ພວກເຮົາຕ້ອງການຊ່ວຍເຫຼືອບັນດາປະເທດໃນລຸ່ມແມ່ນ້ຳຂອງ, ຄິດວ່າລາວຈະໄດ້ເຫັນຄວາມກ້າວໜ້າຂອງຫວຽດນາມແລະຈີນແລ້ວ ລາວເອງກໍຢາກກ້າວໄປເຖິງຈຸດນັ້ນ ຂ້າພະເຈົ້າຄິດວ່າພວກເຮົາຈະເປັນຄູ່ພັດທະນາອັນສຳຄັນທີ່ຊ່ວຍໃຫ້ລາວໄປເຖິງຈຸດນັ້ນໄດ້.

ຂ້າພະເຈົ້າໄດ້ເຫັນໃນ ນະຄອນຫຼວງໂຮຈິມິນ ປະຊາຊົນລຸ້ນໃໝ່ລຽນແຖວໃນການໃຫ້ຄວາມຕ້ອນຮັບແລະຕ້ອງການຄວາມກ້າວໜ້າຂອງຊາດ, ພວກເຮົາຈະເລິ່ມຈາກຈຸດດຽວກັນກັບທີ່ພວກເຮົາເຮັດຢູ່ຫວຽດນາມ ແຕ່ຄິດວ່າ ຈະໄດ້ໄວກວ່ານັ້ນ ເພາະເຮົາມີບົດຮຽດຈາກຫວຽດນາມແລ້ວ.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...