ບັນຫາການເຮັດໜັງສືຜ່ານແດນທີ່ຍັງບໍ່ສາມາດແກ້ໄຂໄດ້

0
1417

ໃນການເຮັດປື້ມຜ່ານແດນພົບມີບັນຫາເລື່ອງຄວາມລ່າຊ້າມາດົນນານ ຈຶ່ງເຮັດໃຫ້ກະຊວງການຕ່າງປະເທດ ກົມກົງສຸນ ຫາວິທີແກ້ໄຂ ດ້ວຍການຈອງຄິວນັດສຳພາດຜ່ານເວັບໄຊ້ຂອງກະຊວງ ເພື່ອສ້າງຄວາມສະດວກຕໍ່ຜູ້ມາຕໍ່ຄິວນັດສຳພາດ.

ພາຍຫຼັງທີ່ມີການຈອງຄິວຜ່ານເວັບໄຊ້ ກໍຍັງພົບມີຫາງສຽງຈາກປະຊາຊົນຈຳນວນຫຼາຍ ກ່ຽວກັບບັນຫາໄລຍະເວລາໃນການເຮັດໜັງສືຜ່ານແດນ ບໍ່ວ່າຈະແມ່ນໄລຍະເວລາການຈອງຄິວນັດເຂົ້າສຳພາດທີ່ດົນເປັນໄລຍະເວລາ 1-2 ເດືອນ ຈົນດົນທີ່ສຸດແມ່ນ 3 ເດືອນ ຈຶ່ງເຮັດໃຫ້ປະຊາຊົນຕ້ອງສົງໄສວ່າ ນີ້ແມ່ນການແກ້ໄຂບັນຫາ ຫຼື ເປັນຊ່ອງທາງເພື່ອໃຫ້ນາຍໜ້າຮັບເຮັດໜັງສືຜ່ານແດນ.

ໂດຍສະເພາະມີຜູ້ໃຊ້ເຟສບຸກທ່ານໜຶ່ງໄດ້ອອກມາເວົ້າກ່ຽວກັບບັນຫາດັ່ງກ່າວ ແລະ ກໍມີຫຼາຍຄົນທີ່ອອກມາສະແດງຄວາມຄິດເຫັນໃນທາງດຽວກັນອີກດ້ວຍ.

อาจเป็นรูปภาพของ 3 คน