spot_img
Homeວັນນະກຳເລື່ອງເລົ່າບັນທຶກເລື່ອງເລົ່າຂອງ "ຄົນບູຮານຫ້າມ"

ບັນທຶກເລື່ອງເລົ່າຂອງ “ຄົນບູຮານຫ້າມ”

Published on

ບັນທຶກເລື່ອງເລົ່າ ມື້ນີ້ເຮົາຈະມາຮູ້ຈັກກັບ ເລື່ອງທີ່ຄົນບູຮານ ມັກຫ້າມ! ຕອນຍັງນ້ອຍເຮົາອາດຈະເຄີຍໄດ້ຍິນເລື່ອງເລົ່າຂອງພໍ່ຕູ້ແມ່ຕູ້ ຫຼື ຜູ້ໃຫຍ່ກວ່າເຮົາທີ່ຫ້າມນັ້ນຫ້າມນີ້ ແຕ່ລະເລື່ອງທີ່ຍົກມາຫ້າມນັ້ນກໍ່ມີເຫດຜົນອະທິບາຍໄປຕ່າງໆນານາ ແລ້ວແຕ່ຄວາມເຊື່ອ! ເຊິ່ງມື້ນີ້ ແອັດ ກໍ່ເລີຍມີບາງຂໍ້ຫ້າມ ທີ່ຜູ້ເຖົ້າຜູ້ແກ່ຄົນບູຮານໄດ້ກ່າວໄວ້ມາເລົາສູ່ຟັງ (ແຕ່ຕ້ອງບອກວ່າເລື່ອງນີ້ເປັນຄວາມເຊື່ອສ່ວນບຸກຄົນ) ເຮົາມາອ່ານ ແລະ ຄິດໄປພ້ອມກັນວ່າ ເລື່ອງເລົ່າຂອງຄົນບູຮານນີ້ເປັນເລື່ອງຈິງ ແລະ ເປັນພຽງເລື່ອກຫຼອກໆເທົ່ານັ້ນ.

  1. ຫ້າມນອນຫັນຫົວໄປທາງທິດຕະເວັນຕົກ ເພາະຈະເຮັດໃຫ້ອາຍຸສັ່ນ
  2. ກ້າມແມວດຳໂດດຂ້າມສົບຄົນຄົນຕາຍ ເພາະຈະເຮັດໃຫ້ວິນຍານຄົນຕາຍກາຍເປັນວິນຍານຜີຮ້າຍ ແລະ ບໍ່ໄດ້ໄປເກີດ
  3. ຕອນກາງເດິກຫາກໄດ້ຍິນສຽງເອີ້ນ ຫຼື ໄດ້ຍິນສຽງດັງ ຫ້າມສົ່ງສຽງຕອບຮັບ ຫຼື ທັກທ້ວງເດັດຂາດ ທ່ານຕ້ອງມິດແລ້ວຟັງໃຫ້ແນ່ໃຈກ່ອນ ເພາະບໍ່ແນ່ວ່າ ອາດຈະມີຜູ້ບໍ່ຫວັງດີປ່ອຍຄຸນໃສມາໃສ່ທ່ານ ຫຼື ມີພວກຜີຮ້າຍຫວັງມາທຳລາຍທ່ານ.
  4. ຫ້າມປັດກວາດເຮືອນຕອນກາງເຄືອນ ມັນເພາະເປັນການຂັບໄລ່ເທວະດາ, ສິ່ງສັກສິດທີ່ມາປົກປັກຮັກສາທ່ານ ຈາກພວກຜີ ຫຼື ສິ່ງຊົ່ວຮ້າຍທີ່ຈະມາທຳຮ້າຍທ່ານໃນຕອນກາງຄືນ.
  5. ຢ່າປູກກົກໄມ້ໃຫຍ່ໄວ້ໃກ້ເຮືອນ ຫຼື ບໍລິເວນດິນເຮືອນ ເພາະຕົ້ນໄມ້ໃຫຍ່ ມັກເປັນແລ່ງສິງສະທິດຂອງພວກຜີເລລ້ອນ ຫາກຜີພວກນີ້ໄດ້ສິງຢູ່ຕົ້ນໄມ້ຂອງເຮືອນໃດກໍ່ຈະນຳແຕ່ສິ່ງອັບປະມົງຄຸນມາໃຫ້
  6. ຫ້າມນອນຕອນຫົວຄ່ຳ ເພາະອາດຖືກຜີອຳ ຫຼື ບໍ່ດັ່ງນັ້ນຜີກໍ່ຈະມາລັກເອົາວິນຍານເຮົາໄປຢູ່ນຳ
  7. ຫ້າມໃຊ້ເສົາຕົກນ້ຳມັນປຸກເຮືອນ ເພາະເສົາຕົກນ້ຳມັນນັ້ນຈະມີວິນຍານຜີສິງຢູ່ ຫາກນຳມາປູກເຮືອນກໍ່ຈະເຮັດໃຫ້ເກີດເຫດຮ້າຍຂຶ້ນ
  8. ຫ້າມໃຊ້ພ້າ, ມີດ ຟັນຂັນໄດ ເພາະຂັນໃດຈະມີຜີບ້ານຜີເຮືອນຄອຍຫັກສາຢູ່ ຖ້າຫາກໃຜນຳຜ້າ ຫຼື ມີດ ໄປຟັນຂັນໄດກໍ່ຈະຖືກຢູ່ຕົກຂັນໄດໄດ້
  9. ຫ້າມກົ້ມເບິ່ງລອດວ່າງຕົນເອງເມື່ອເວລາໄປງານສົບ ເພາະທ່ານອາດຈະເຫັນຜີໄດ້
  10. ຢ່າດ່າຟ້າແດດລົມຝົນ ເພາະຈະເຮັດໃຫ້ຊີວິດບໍ່ຈະເລີນກ້າວໜ້າ ຫາກິນຍາກ
  11. ຫ້າມເຄາະໝໍ້ເຂົ້າ, ເຄາະຖ້ວຍ, ບ່ວງ ໃນເວລາກິນເຂົ້າ ເພາະພຣະແມ່ໂພສົດຈະເສຍໃຈ ຈະບໍ່ພໍໃຈ ເຮັດນາຄັ້ງຕໍ່ໄປຈະບໍ່ເກີດໝາກອອກຜົນ ການທຳມາຫາກິນກໍ່ຍາກລຳບາກ.
  12. ຢ່າຫຼິ້ນຢຽບເງົາຕົວເອງຕອນກາງຄືນ ເພາະຈະເຮັດໃຫ້ເກີດລາງຮ້າຍ
  13. ຢູ່ຫ້າມຍ່າງແຮງເພາະຈະເຮັດໃຫ້ຜີບ້ານຜີເຮືອນຕື່ນຕົກໃຈ ຢູ່ບໍ່ມີຄວາມສຸກແລ້ວຈະໜີໄປຢູ່ບ່ອນອື່ນ ບໍ່ຢູ່ຄຸ້ມຄອງເຈົ້າຂອງເຮືອນ.
  14. ຫ້າມລ້ຽງແມວຈຳນວນ 5 ຕົວ ຫຼື ລ້ຽງໝາຈຳນວນ 6 ຕົວ ເພາະຈະເຮັດໃຫ້ຄົນໃນເຮືອນທຸກຈົນ ຫາກິນຍາກລຳບາກ.

 

ຂໍ້ມູນຈາກ: http://www.clipmass.com/movie/1814815357539618

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...