ບັດສັກວັກຊີນໂຄວິດ-19 ປອມກໍາລັງລະບາດ ແລະ ມີການລົງຂາຍໃນເວັບໄຊ້ Amazon !!

ກໍາລັງກາຍເປັນກະແສອີກຢ່າງໜຶ່ງໃນຕ່າງປະເທດທີ່ມີການຂາຍບັດສັກວັກຊີນປ້ອງກັນໂຄວິດ-19 ທີ່ເປັນຂອງປອມ ເຊິ່ງມີການລົງຂາຍຜ່ານທາງແພຕຟອມຂາຍເຄື່ອງອອນລາຍທີ່ໃຫຍ່ທີ່ສຸດ ແລະ ເຮົາຮູ້ຈັກກັນດີໃນຊື່ວ່າ Amazon.

ໂດຍທີ່ກ່ອນໜ້ານີ້ໄດ້ມີການລາຍງານເຖິງການຂາຍບັດສັກວັກຊີນປ້ອງກັນໂຄວິດ-19 ທີ່ເປັນຂອງປອມຢູ່ທີ່ເວັບໄຊ້ Etsy ເຊິ່ງເປັນເວັບໄຊ້ທີ່ຂາຍກ່ຽວກັບສິນຄ້າທີ່ເຮັດດ້ວຍມື ແລະ ສິນຄ້າຍ້ອນຍຸກແບບເກົ່າ ໂດຍມີການອ້າງວ່າບັດສັກວັກຊີນດັ່ງກ່າວນີ້ຖືກອອກໂດຍສູນຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19.

ຫຼັງຈາກທີ່ມີກະແສຂ່າວອອກໄປເຮັດໃຫ້ເວັບໄຊ້ Amazon ແລະ Etsy ໄດ້ລົບສິນຄ້າດັ່ງກ່າວອອກຈາກແພຕຟອມ. ເລື່ອງນີ້ຍັງຄົງເປັນບັນຫາທີ່ໃຫຍ່ໃນຕ່າງປະເທດໂດຍສະເພາະຍັງມີຫຼາຍລັດທີ່ມີການສັ່ງຫ້າມການໃຊ້ໜັງສືເດີນທາງການສັກວັກຊີນ ຫຼື Vaccine passports ເນື່ອງຈາກການແຍກຄົນທີ່ສັກວັກຊີນແລ້ວ ກັບຄົນທີ່ຍັງບໍ່ທັນໄດ້ສັກວັກຊີນເປັນສິ່ງທີ່ເປັນໄປໄດ້ຍາກໃນທາງປະຕິບັດໂຕຈິງ.

ການທີ່ມີບັດສັກວັກຊີນຂອງປອມນີ້ສະແດງໃຫ້ເຫັນເຖິງການເຮັດບັດສັກວັກຊີນປ້ອງກັນໂຄວິດ-19 ເປັນເລື່ອງທີ່ງ່າຍແລະໃຜກໍສາມາດເຮັດໄດ້ເພື່ອເຮັດໃຫ້ຕົນເອງສາມາດກາຍເປັນຄົນທີ່ໄດ້ສັກວັກຊີນໄດ້ທັງທີບໍ່ໄດ້ສັກວັກຊີນເລີຍກໍຕາມ.