Homeຂ່າວພາຍ​ໃນ6 ກໍລະນີ ຕິດເຊື້ອໃໝ່ໃນ ສປປ ລາວ

6 ກໍລະນີ ຕິດເຊື້ອໃໝ່ໃນ ສປປ ລາວ

Published on

ອີງຕາມການຖ່າຍທອດສົດການຖະແຫຼງຂ່າວຂອງຄະນະສະເພາະກິດປະຈຳ ວັນທີ 13 ມີຖຸນາ ປີ 2021, ປັດຈຸບັນ ຢູ່ ສປປ ລາວ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,348 ຕົວຢ່າງ, ກວດພົບຜູ້ຕິດເຊື້ອທັງໝົດ 06 ກໍລະນີ, ຈາກນະຄອນຫຼວງວຽງຈັນ 4 ກໍລະນີ ແລະ  ສະຫວັນນະເຂດ 1 ກໍລະນີ ແລະ ຫຼວງນ້ຳທາ 1 ກໍລະນີ.

ສຳລັບນະຄອນຫຼວງວຽງຈັນ 4 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ, 1 ຄົນ ຈາກແຂວງສະຫວັນນະເຂດແມ່ນແຮງງານລາວທີ່ກັບມາຈາກປະເທດໄທໂດຍຖືກຕ້ອງຕາມກົດໝາຍ,1 ຄົນ ຈາກແຂວງຫຼວງນ້ຳທາແມ່ນສັນຊາດຈີນທີ່ອອກຈາກເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄປຜ່ານ ຫຼວງນ້ຳທາເພື່ອຈະກັບໄປຈີນ ແລ້ວກວດພົບເຊື້ອ (ຜູ້ກ່ຽວບໍ່ໄດ້ໄປເຂດເມືອງຕົ້ນເຜີ້ງ)

ກ່ຽວກັບ 4 ກໍລະນີ ( ກໍລະນີ 1932 ຫາ 1935 ) ທີ່ພົບ ຢູ່ນະຄອນຫຼວງວຽງຈັນ ດັ່ງຕໍ່ໄປນີ້:

1. ກໍລະນີ 1932: ຊື່ ທ້າວ ຖິ່ນ, ອາຍຸ 26 ປີ, ສັນຊາດລາວ, ອາຊີບຄ້າຂາຍ, ບ້ານເກົ້າລ້ຽວ ເມືອງສີສັດຕະນະນາກ, ນະຄອນຫຼວງວຽງຈັນ, ເຂົ້າໄປປິ່ນປົວຢູ່ໂຮງໝໍມະໂຫສົດ ຍ້ອນມີອາການໄອ, ປວດຕາມກ້າມຊີ້ນ ແລະ ແໜ້ນໜ້າເອີກ, ຫາຍໃຈຝືດ, ເຈັບຄໍ, ຂີ້ມູກຍ້ອຍ, ເຂົ້າປິ່ນປົວ ວັນທີ 12 ມີຖຸນາ 2021 ແລະ ແພດເກັບຕົວຢ່າງສົ່ງກວດ ແລະ ຜົນກວດອອກມາພົບເຊື້ອ.

2. ກໍລະນີ1933 ເພດຍິງ: ອາຍຸ 52 ປີ, ອາຊີບ ແມ່ເຮືອນ ຊຶ່ງເປັນແມ່ຂອງຜູ້ຕິດເຊື້ອ 1921 ( ຜູ້ສໍາຜັດໃກ້ສິດ), ບ້ານດອນແດງ ຮ່ອມ 32, ເມືອງຈັນທະບູລີ, ນະຄອນຫຼວວຽງຈັນ, ໄປໂຮງໝໍເສດຖາທິລາດ ຍ້ອນອາການເມື່ອມັກເປັນວິນ ແລ້ວໄດ້ຖືກເກັບຕົວຢ່າງໃນວັນທີ 12 ມີຖຸນາ 2021, ຜູ້ກ່ຽວມີພະຍາດປະຈໍາໂຕ ແລະ ໄດ້ກິນຍາ ປິ່ນປົວ 5 – 6ປີ ດັ່ງນັ້ນ ຈຶ່ງບໍ່ໄດ້ອອກໄປໃສ.

3.ກໍລະນີ 1934 : ເພດຍິງ, ອາຍຸ 36 ປີ, ອາຊີບແມ່ເຮືອນ, ບ້ານໜອງແຕ່ງເໜືອ ຮ່ອມ 15, ເມືອງສີໂຄດຕະບອງ, ບໍ່ມີອາການຫຍັງ, ຜູ້ກ່ຽວແມ່ນເປັນຜູ້ສໍາຜັດໃກ້ສິດໂດຍກົງກັບຜູ້ທີ່ຕິດເຊື້ອ ຢູ່ບ້ານເກົ້າລ້ຽວມາກ່ອນໜ້ານີ້ ແລ້ວ ຈຶ່ງໄປເກັບຕົວກວດຢູ່ ມສ ສີໂຄດ ໃນວັນທີ 12 ມີຖຸນາ 2021, ວັນທີ 7 ຫາ ທີ 8 ເດືອນ ມີຖຸນາ ໄດ້ມີລູກສາວ ແລະ ລູກຊາຍມານອນຍາມ ຢູ່ເຮືອນຂອງຜູ້ກ່ຽວ, ວັນທີ ຫາ ວັນທີ 13 ມີຖຸນາ ໄດ້ກັກໂຕຢູ່ບ້ານ.

4. ກໍລະນີ 1935 : ເພດຍິງ, ອາຍຸ 16 ປີ, ອາຊີບ ແມ່ບ້ານ, ບ້ານສີໄຄທົ່ງ, ເມືອງສີໂຄດ, ນະຄອນຫຼວວຽງຈັນ, ຜູ້ກ່ຽວບໍ່ມີອາການຫັຍງ, ມີປະຫັວດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 12 ມີຖຸນາ ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...