spot_img
Homeຂ່າວຕ່າງປະເທດບຣາຊິນເປີດປະເທດຮັບນັກທ່ອງທ່ຽວບໍ່ຫວັນການລະບາດໂຄວິດ-19

ບຣາຊິນເປີດປະເທດຮັບນັກທ່ອງທ່ຽວບໍ່ຫວັນການລະບາດໂຄວິດ-19

Published on

ເວັບໄຊ posttoday ລາຍງານວ່າ ລັດຖະບານບຣາຊິນເປີດນ່ານຟ້າຮັບນັກທ່ອງທ່ຽວຕ່າງຊາດເຂົ້າປະເທດເມື່ອວັນທີ 29 ກໍລະກົດ ທີ່ຜ່ານມາ ຫຼັງຈາກສັ່ງຫ້າມທ້ຽວບິນທຸລະກິດເຂົ້າປະເທດເດືອນມິຖຸນາທີ່ຜ່ານມາ.

ພາຍໃຕກົດໝາຍສະບັບນີ້,​ບຣາຊິນເປີດຊາຍແດນຮັບນັກທ່ອງທ່ຽວຈາກທຸກປະເທດ ໂດຍນັກທ່ອງທ່ຽວຕ້ອງມີປະກັນສຸຂະພາບຄວບຄຸມຕະຫຼອດໄລຍະເວລາທີ່ທ່ອງທ່ຽວໃນບຣາຊິນ ແຕ່ນອກຈາກຂໍ້ກຳນົດດັ່ງກ່າວທາງລັດຖະບານບຣາຊິນບໍ່ໄດ້ເປີດເຜີຍລາຍລະອຽດເພີ່ມເຕີມໃນການຕັດສິນໃຈເປີດປະເທດທ່າມກາງການລະບາດຢ່າງໜັກຂອງໄວຣັດໂຄວິດ-19.

ບຣາຊິນເປັນປະເທດທີ່ມີຜູ້ຕິດເຊື້ອໂຄວິດ-19 ຫຼາຍທີ່ສຸດເປັນອັນດັບ 2 ຂອງໂລກ ເຊິ່ງຕົວເລກປັດຈຸບັນຢູ່ທີ່ 2,555,518 ຄົນ ທັງນີ້, ປະເທດເພື່ອນບ້ານຂອງບຣາຊິນຢ່າງ: ​ໂຄລໍາເບຍ,​ ອາເຈນຕີນາ, ເປຣູ ທີ່ມີການລະບາດໜ້ອຍກວ່າບຣາຊິນຍັງຄົງປິດນ່ານຟ້າຢູ່.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...