spot_img
Homeຂ່າວຕ່າງປະເທດບຣາຊິນສືບຂະຫຍາຍຜົນເຄືອຂ່າຍ "ບັດປອມ" ໃນໂອລິມປິກ 2016

ບຣາຊິນສືບຂະຫຍາຍຜົນເຄືອຂ່າຍ “ບັດປອມ” ໃນໂອລິມປິກ 2016

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຣີໂອເດຈາເນໂຣ ປະເທດບຣາຊິນ ເມື່ອວັນທີ 21 ສິງຫາ ວ່າ  ເຈົ້າໜ້າ ທີ່ຂອງສຳນັກງານຕຳລວດນະຄອນຣີໂອເດຈາເນໂຣປະຕິບັດການກວດຄົ້ນຫ້ອງການຂອງຄະນະກຳມະການກີລາຈາກໄອຣ໌ແລນພາຍໃນໝູ່ບ້ານນັກກີລາ  ເມື່ອວັນອາທິດ ໂດຍມີການຍຶດໜັງສືເດີນທາງ 3 ຫົວ ຂອງ ທ່ານ ເດວິນ ຄິລຕີຍ໌ ຫົວໜ້າຄະນະນັກກີລາ ໄອຣ໌ແລນ ທ່ານ ເດິຣມອດ ເຮນິແຮນ ເລຂາທິການສະພາໂອລິມປິກໄອຣແລນ (ໂອຊີໄອ) ແລະ ທ່ານ ສະຕີເຟນ ມາຣຕິນ ອະດີີດນັກຮອກກີ້ທີມຊາດ ເຊິ່ງປັດຈຸບັນເປັນສະມາຊິກຂອງໂອຊີໄອ

news_OWgltnRtdA075323_533

ຕຳຫຼວດບຣາຊິນ ສັນນິຖານວ່າ ດິລຕີຍ໌ ເຮນິແຮນ ແລະ ມາຣຕິນ ມີສ່ວນກ່ຽວຂ້ອງກັບເຄືອຂ່າຍຈຳໜ່າຍບັດເຂົ້າຊົມການແຂ່ງຂັນໂອລິມປິກ ຢ່າງຜິດກົດໝາຍ ນອກຈາກນີ້ເຈົ້າໜ້າທີ່ຍັງອາຢັດບັດເຂົ້າຊົມການແຂ່ງຂັນກີລາອີກຈຳນວນໜຶ່ງທີ່ຍັງບໍ່ຜ່ານການໃຊ້ງານເອົາໄວ້ເປັນຂອງກາງ ແລະ ອອກໝາຍຮຽກໃຫ້ເຈົ້າໜ້າທີ່ຂອງໂອໄອຊີທັງ 3 ຄົນເຂົ້າໃຫ້ປາາກຄຳໃນວັນທີ 23 ສິງຫາ.

ການຈັບກຸມເຈົ້າໜ້າທີ່ຂອງໂອຊີໄອທັງ 3 ຄົນມີຂຶ້ນຫຼັງການຈັບກຸມ ທ່ານ ແພທຣິກ ຮິກກີ້ ປະທານໂອຊີໄອ ແລະ ໜຶ່ງໃນສະມາຊິກຂອງຄະນະກຳມະການໂອລິມປິກສາກົນ (ໄອໂອຊີ) ໃນຂໍ້ກ່າວຫາດຽວກັນນີ້ ໂດຍຮິກກີ້ຖືກຄຸມຂັງຢູ່ໃນເຮືອນຈຳຂອງນະຄອນຣີໂອເດຈາເນໂຣເພື່ອລໍການຂຶ້ນສານໃນວັນດຽວກັນກັບກຸ່ມເຈົ້າໜ້າທີ່ໂອຊີໄອອີກ 3 ຄົນ

 

ຂ່າວຈາກ: http://www.dailynews.co.th/foreign/518215

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...