spot_img
Homeນານາສາລະນໍ້າໃບໝາກຫຸ່ງ ສາມາດຮັກສາ ພະຍາດໄຂ້ເລືອດອອກໄດ້

ນໍ້າໃບໝາກຫຸ່ງ ສາມາດຮັກສາ ພະຍາດໄຂ້ເລືອດອອກໄດ້

Published on

ໃບໝາກຫຸ່ງມີຄວາມສາມາດຮັກສາພະຍາດໄຂ້ເລືອດອອກໄດ້ ເພາະມັນມີເອນໄຊທີ່ມີປະໂຫຍດເຊັ່ນ: ພາເພອິນ ແລະປາເປນ ເຊິ່ງມີສ່ວນສຳຄັນ ໃນການເພີ່ມເມັດເລືອດ, ນອກຈາກນີ້ ເອນໄຊ ໃນໃບໝາກຫຸ່ງ ຍັງມີວິຕາມິນຫຼາຍເຊັ່ນ ມີຄາໂບໄຮເດດ, ເຫຼັກ, ແຄວຊຽມ, ໂປຣຕີນ ແລະຟອດສະຟໍລັດ, ການທີ່ເຮັດນໍ້າໃບໝາກຫຸ່ງກິນຕ້ານໄຂ້ເລືອດອອກນັ້ນ ຕ້ອງໃຊ້ໃບໝາກຫຸ່ງດິບ ແລະເຮັດຕາມຂັ້ນຕອນ.

#   ວິທີທີ່ 1:

ກະກຽມໃບໝາກຫຸ່ງດິບ 2​ ໃບມາ ແລ້ວເອົາກ້ານ ແລະເສັ້ນໃຍອອກ, ຈາກນັ້ນເອົາມາຕໍາ ຫຼືຄັ້ນກັບນໍ້າ ຈົນໃຫ້ນໍ້າເປັນສີຂຽວ ແລ້ວຕອງເອົາແຕ່ນໍ້າ, ແລ້ວກິນນໍ້າໃບໝາກຫຸ່ງນັ້ນທັນທີ ເຊິ່ງມັນຈະຊ່ວຍຮັກສາອາການໃຫ້ດີຂຶ້ນ ແຕ່ຄວນກິນ 2 ເທື່ອຕໍ່ມື້  ຈົນກວ່າອາການຈະຄ່ອຍໆບັນເທົາລົງເຊົາ

#  ວິທີທີ່ 2:

ການກະກຽມ ແມ່ນເອົາໃບໝາກຫຸ່ງດິບມາ 3 ໃບ ແລະນໍ້າໝາກໄມ້ (ເລືອກຕາມເຮົາມັກ) ມາ 2 ບ່ວງແກງ, ຫຼັງຈາກນັ້ນເອົາໃບໝາກຫຸ່ງທີ່ເອົາກ້ານ ແລະເສັ້ນໃຍອອກນັ້ນ ມາປັ່ນໃສ່ນໍ້າໃຫ້ແຫຼກ ແລະໜຽວ, ຈາກນັ້ນກໍເອົານໍ້າໝາກໄມ້ລົງ ປະສົມໃຫ້ເຂົ້າກັນ, ແລ້ວກໍຕອງເອົາແຕ່ນໍ້າມາກິນ, ໃນມື້ໜຶ່ງກິນ 2 ເທື່ອ ຕິດຕໍ່ກັນເປັນເວລາ 1 ອາທິດ ອາການຂອງໄຂ້ເລືອດອອກຈະຄ່ອຍໆຫຼຸດລົງທັນທີ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...