spot_img
Homeນານາສາລະນໍ້າເຕົ້າຫູ້ປະສົມໝາກນາວ ສູດເດັດຄູນສອງ ທີ່ວ່າເປັນຢາອາຍຸຍືນ

ນໍ້າເຕົ້າຫູ້ປະສົມໝາກນາວ ສູດເດັດຄູນສອງ ທີ່ວ່າເປັນຢາອາຍຸຍືນ

Published on

 

  1. ຊ່ວຍໃຫ້ເສັ້ນເລືອດຝອຍທົ່ວຮ່າງກາຍມີຄວາມຫົດຢືດດີ ບໍ່ແຕກງ່າຍ ເພາະວິຕາມິນຊີໃນໝາກນາວຊ່ວຍໃນການຢືດຂອງເສັ້ນເລືອດໄດ້ດີ ດັ່ງນັ້ນຄົນທີ່ເກີດມີປັນຫາຮອຍຊໍ້າຂຽວງ່າຍເວລາຖືກກະທົບກັບວັດຖຸອື່ນໆ ຫາກດື່ມນໍາເຕົ້າຫູ້ປະສົມໝາກນາວຈະຊ່ວຍໃຫ້ດີໄວ ລວມທັງຜູ້ສູງອາຍຸທີ່ມັກຈະມີເລືອດອອກໃຕ້ຜິວຫນັງ ນອກຈາກນີ້ຍັງເຊື່ອວ່າສາມາດປ້ອງກັນພະຍາດເສັ້ນເລືອດໃນສະໝອງຕີບຕັ້ນ ຫຼືແຕກໄດ້.
  2. ເພີ່ມພູມຕ້ານທານໃຫ້ຮ່າງກາຍ, ເຮັດໃຫ້ສຸຂະພາບແຂງແຮງ, ຕ້ານທານພະຍາດຕິດຕໍ່ໄດ້ດີ, ປ້ອງກັນເຊື້ອໄວຣັດຕ່າງໆ ທີ່ເຮັດໃຫ້ເກີດເປັນຫວັດ, ໄອ ແລະເຈັບຄໍ ຊຶ່ງມັກເກີດກັບຄົນທີ່ມີພູມຕ້ານທານຕໍ່າ
  3. ເຮັດໃຫ້ເລືອດໄຫຼວຽນໄດ້ດີຂຶ້ນ, ເຮັດໃຫ້ອະໄວຍະວະຕ່າງໆທໍາງານໄດ້ເຕັມທີ່, ສະໝອງແຈ່ມໃສ, ຮ່າງກາຍສົດຊື່ນ ເຫັນຜົນໄດ້ສັດເຊນຜູ້ສູງອາຍຸ ຮວມທັງນັກຮຽນ ແລະນັກສຶກສາ.
  4. ຊ່ວຍຊ້ອມແຊມຮ່າງກາຍ ເພາໃນຖົ່ວເຫຼືອງມີໂປຕີນ ເມື່ອມາລວມກັໝາກນາວຈະເຮັດໃຫ້ເກີດຄວາມສົມດຸນຂອງກົດ ຮ່າງກາຍຈະຍ່ອຍ ແລະດູດຊຶມໄດ້ງ່າຍຂຶ້ນ ຊ່ວຍໃຫ້ບາດເຊົາໄວ, ເຮັດໃຫ້ຮາກຜົົນແຂງແຮງ ແລະຫຼຸດປັັນຫາຜົມຫຼົ່ນໄດ້.
  5. ເມື່ອສຸຂະພາບໂດຍລວມດີຂຶ້ນ ກໍຈະເຮັດໃຫ້ສະມັດຕະພາບທາງເພດດີຕາມກັນ.
  6. ວິຕາມິນຊີໃນໝາກນາວມີຄຸນສົມບັດຕໍ່ຕ້ານສານອະນຸມຸນອິດສະລະ, ນໍ້ານົມຖ່ົ່ວເຫຼືອງທີ່ຊ່ວຍປ້ອງກັນມະເຮັງໄດ້ກໍຈະເຮັດໃຫ້ຮ່າງການແຂງແຮງ.

ສ່ວນປະກອບມີ:

  1. ນໍ້າຖົ່ວເຫຼືອງ ( ນໍ້າເຕົ້າຫູ້ ) 150-200 cc ບໍ່ໃສ່ນໍ້າຕານ
  2. ນໍ້າໝາກນາວ 1 ລິດ

ວິທີເຮັດ:

  1. ເອົານໍ້າໝາກນາວ 1 ລິດແຊເຢັນ
  2. ປະສົມນໍ້າໝາກນາວລົງໄປໃນນໍ້າຖົ່ວເຫຼືອງ ຄົນໃຫ້ເຂົ້າກັນ ແລະຈະມີລັກສະນະຂົ້ນຄ້າຍຄືກັບໂຍເກີດ ມີລົດຊາດສົ້ມໆ ຫວານໆ
  3. ດື່ມເປັນປະຈໍາທຸກມື້ຕອນເຊົ້າກ່ອນອາຫານ ມື້ລະຈອກ

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...