spot_img
Homeຂ່າວຕ່າງປະເທດນໍ້າພຸລາວາກໍ່ຕົວໃນເຂດສວນສາທາລະນະໃນເກາະຮາວາຍຫຼັງພູເຂົາໄຟ Kilauea ລະເບີດ

ນໍ້າພຸລາວາກໍ່ຕົວໃນເຂດສວນສາທາລະນະໃນເກາະຮາວາຍຫຼັງພູເຂົາໄຟ Kilauea ລະເບີດ

Published on

ເວັບໄຊ NY Post ລາຍງານ: ພາບຈາກເວັບແຄມຂອງປາກປ່ອງພູເຂົາໄຟ Kilauea ໄດ້ສະແດງໃຫ້ເຫັນນໍ້າພຸລາວາກໍ່ຕົວຂຶ້ນ ລວມທັງເມກແກັສພູເຂົາໄຟລອຍຂຶ້ນໄປເທິງອາກາດ ໃນເຂດອຸທະຍານແຫ່ງຊາດພູເຂົາໄຟຮາວາຍ.

ເຈົ້າໜ້າທີ່ປະຈຳຫ້ອງການສຳຫຼວດທາງທໍລະນີວິທະຍາ ຂອງສະຫະລັດອາເມລິກາກ່າວວ່າ: ການລະເບີດຂອງພູເຂົາໄຟດັ່ງກ່າວເກີດຂຶ້ນໃນຊ່ວງວັນທີ 29 ກັນຍາຜ່ານມາ ຢູ່ບໍລິເວນປາກປ່ອງພູເຂົາໄຟທີ່ນອນໃນເຂດອຸທະຍານແຫ່ງຊາດພູເຂົາໄຟຮາວາຍ ແຕ່ເຫດການນີ້ບໍ່ໄດ້ກະທົບຕໍ່ພື້ນທີ່ບ້ານເຮືອນຂອງປະຊາຊົນ ພ້ອມຢືນຢັນວ່າ ການລະເບີດລັກສະນະນີ້ຍັງບໍ່ເຖິງຂັ້ນຮ້າຍແຮງ ຂະນະທີ່ສວນສາທາລະນະກໍຍັງເປີດໃຫ້ເຂົ້າທ່ຽວຊົມເປັນປົກກະຕິ ແລະຍັງບໍ່ມີການປິດກັ້ນເສັ້ນທາງແຕ່ຢ່າງໃດ.

ຢ່າງໃດກໍຕາມ, ລະດັບການແຈ້ງເຕືອນຂອງພູເຂົາໄຟ ໄດ້ຮັບການຍົກລະດັບເປັນ “ຄຳເຕືອນ” ແລະລະຫັດການບິນກໍປ່ຽນເປັນສີແດງແລ້ວ.

ພູເຂົາໄຟ Kilauea ເຄີຍລະເບີດຄັ້ງໃຫຍ່ໃນປີ 2018 ເຊິ່ງໄດ້ທຳລາຍບ້ານເຮືອນຈຳນວນ 700 ກວ່າຫຼັງ ເຮັດໃຫ້ຫຼາຍພັນຄົນຈຳຕ້ອງເຄື່ອນຍ້າຍໄປອາໄສຢູ່ເຂດອື່ນ ແຕ່ກ່ອນການລະເບີດຄັ້ງໃຫຍ່ ພູເຂົາໄຟດັ່ງກ່າວກໍເຄີຍລະເບີດມາແລ້ວຫຼາຍຄັ້ງນັບແຕ່ຊ່ວງປີ 1983 ເປັນຕົ້ນມາ ແຕ່ສ່ວນໃຫຍ່ລາວາແຫຼວແມ່ນໄຫຼຖ້ວມເຂົ້າພື້ນທີ່ທີ່ບໍ່ມີປະຊາຊົນອາໄສຢູ່.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...