spot_img
Homeຂ່າວທ້ອງຖິ່ນນ້ຳຖ້ວມແຂວງສະຫວັນນະເຂດປີນີ້ ໜັກກວ່າປີ 2019

ນ້ຳຖ້ວມແຂວງສະຫວັນນະເຂດປີນີ້ ໜັກກວ່າປີ 2019

Published on

ອີງຕາມການລາຍງານຈາກ ສຳນັກຂ່າວສານປະເທດລາວ ໃຫ້ຮູ້ວ່າ ປີ 2020​ ແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກໄພພິບັດທາງທຳມະຊາດແບບບໍ່ເຄີຍມີມາກ່ອນໃນຮອບຫລາຍ 10 ປີ ແລະ ໜັກກວ່າ ປີ 2019.

ນໍ້າຖ້ວມໃນປີນີ້, ເຮັດໃຫ້ 8 ເມືອງຄື: ເມືອງພິນ, ເຊໂປນ, ວິລະຊົນ, ນອງ, ຈຳພອນ, ຊົນນະບູລີ, ສອງຄອນ ແລະ ທ່າປາງທອງ ຖືກນ້ຳຖ້ວມໜັກ,​ ມີ 143 ບ້ານ ທີ່ຖືກນ້ຳຖ້ວມເຮືອນປະຊາຊົນ ເຊິ່ງເຮັດໃຫ້ເຮືອນເປ່ເພ ທັງໝົດ 120 ຫລັງ, ເລົ້າເຂົ້າຖືກຖ້ວມເສຍຫາຍ 558 ຫລັງ ແລະ ມີຜູ້ເສຍຊີວິດ 2 ຄົນ.

ໃນນັ້ນໜັກກ່ອນໝູ່ແມ່ນເມືອງເຊໂປນ ມີທັງໝົດ 51 ບ້ານ. ນອກຈາກນັ້ນ, ຍັງມີເນື້ອທີ່ນາ 23.000 ກວ່າເຮັກຕາຖືກຖ້ວມເສຍຫາຍ, ໜອງປາ 2.700 ກວ່າໜອງ, ສັດລ້ຽງ 6.000 ກວ່າໂຕ, ຊົນລະປະ ທານ 53 ໂຄງການ, ເສັ້ນທາງຖືກຜົນກະທົບເສຍຫາຍ 72 ເສັ້ນ, ຂົວ 12 ແຫ່ງ, ສຸກສາລາ 8 ແຫ່ງ, ໂຮງຮຽນຖືກຢຸດການຮຽນ 115 ແຫ່ງ, ວັດ 21 ແຫ່ງ, ຕະຫລາດ 1 ແຫ່ງ, ເຮືອເສຍຫາຍ 59 ລຳ ແລະ ອື່ນໆ ເຊິ່ງມູນຄ່າເສຍຫາຍທັງໝົດ ແມ່ນຍັງບໍ່ທັນສາມາດປະເມີນໄດ້ເທື່ອ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...