spot_img
Homeຂ່າວການຊ່ວຍເຫຼືອນ້ອງແຊນດີ້ “ແມ່ຄ້ານ້ອຍ ຮ້ອຍລີລາ” ທີ່ພ້ອມດ້ວຍຄວາມສາມາດໃນການຂາຍ

ນ້ອງແຊນດີ້ “ແມ່ຄ້ານ້ອຍ ຮ້ອຍລີລາ” ທີ່ພ້ອມດ້ວຍຄວາມສາມາດໃນການຂາຍ

Published on

ນ້ອງແຊນດີ້ ສຸກຈໍາປາ ອາຍຸ 10 ປີ ຫຼື ທີ່ຮູ້ຈັກກັນໃນຊື່ວ່າ “ແມ່ຄ້ານ້ອຍ ຮ້ອຍລີລາ” ໃຜຊິຄິດວ່າຈາກແມ່ຄ້າໂຕນ້ອຍໆ ຈະກ້າວມາສູ່ຜົນສໍາເລັດໃນມື້ນີ້ ຍ້ອນພອນສະຫວັນ ແລະ ຄວາມໜ້າຮັກຂອງນ້ອງແຊນດີ້.

ນ້ອງແຊນດີ້ເປັນແມ່ຄ້າທີ່ມີອາຍຸນ້ອຍພຽງແຕ່ 10 ປີ ໂດຍການເລີ່ມໄລສົດຂາຍເຄື່ອງຜ່ານທາງເຟສບຸກ ດ້ວຍທ່າທີການເວົ້າ ແລະ ທັກສະການຂາຍທີ່ເກັ່ງເຮັດໃຫ້ນ້ອງແຊນດີ້ໂດ່ງດັງທັງຢູ່ໃນປະເທດລາວ ແລະ ປະເທດເພື່ອນບ້ານນໍາອີກດ້ວຍ. 

ຕອນນີ້, ຜູ້ອໍານວຍການ ເຈົ້າຂອງໂຮງຮຽນນານາຊາດ ປັນຍາທິບ ໄດ້ມອບທຶນການສຶກສາໃຫ້ແກ່ນ້ອງແຊນດີ້ ຕັ້ງແຕ່ ມ.1 ຈົນຈົບ ມ.7 ຮຽນຟຣີ ແລະ ກິນຟຣີ ແບບບໍ່ມີຄ່າໃຊ້ຈ່າຍ ໂດຍ ຜູ້ໃຊ້ເຟສບຸກຊື່: Leng Santisouk ໄດ້ໂພສຂໍ້ຄວາມໃນເຟສບຸກສ່ວນໂຕດັ່ງນີ້: 

Congrats ແລະ ມື້ນີ້ກະເປັນມື້ທີ່ທາງຄອບຄົວໄດ້ເຂົ້າໄປເຊັນສັນຍາມອບທຶນການສຶກສາ ທາງຄອບຄົວເຮົາຕື້ນຕັນໃຈ ດີໃຈຈົນນໍ້າຕາອອກເລີຍ ບໍ່ຄິດວ່າຈະມີມື້ນີ້ ກ່ອນອື່ນຕ້ອງຂໍຂອບໃຈທາງເອື້ອຍເບ ຜູ້ອຳນວຍການ ເຈົ້າຂອງໂຮງຮຽນນານາຊາດ ປັນຍາທິບ ທີ່ໄດ້ມອບທຶນການສຶກສາໃຫ້ແກ່ ນ້ອງແຊນດີ້ ຕັ້ງແຕ່ ມໍ1 – ມໍ7 ຈົນຈົບ High School ເລີຍແມ່ນຮຽນຟີກິນຟີຈົນກວ່າຈະຮຽນຈົບເລີຍ ຂອບໃຈທີ່ເພິ່ນເຫັນເຖິງຄວາມສາມາດ ຄວາມຕັ້ງໃຈ ເຫັນພອນສະຫວັນຂອງນ້ອງແຊນດີ້ ແລະນີ້ກະຄືລາງວັນຂອງຄົນເກັ່ງ ລາງວັນຂອງຄົນກະຕັນຍູ ຂໍໃຫ້ຫລານແຊນດີ້ຕັ້ງໃຈຮຽນເຮັດໃຫ້ເຕັມທີ່ ເຮັດໃຫ້ທຸກຄົນພາກພູມໃຈ ສູ້ໆ

 

ປັດຈຸບັນ ນ້ອງ ແຊນດີ້ ຮັບງານແບບບໍ່ຫວັ່ນບໍ່ໄຫວ ຄິວຍາວຢຽດບຽດບໍ່ໄດ້ກັນເລີຍ ແລະ ຫຼ້າສຸດເປັນເລື່ອງດີໆຂອງນ້ອງອີກ. 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...