spot_img
Homeໜັງໃໝ່ນິໂຄລ ຄິດແມນ ປະທະບົດບາດກັບ ໂຄລິນ ຟາຣເຣລ ໃນຮູບເງົາລະທຶກຂວັນ The Beguiled

ນິໂຄລ ຄິດແມນ ປະທະບົດບາດກັບ ໂຄລິນ ຟາຣເຣລ ໃນຮູບເງົາລະທຶກຂວັນ The Beguiled

Published on

Focus Features ສົ່ງຕົວຢ່າງຮູບເງົາເລື່ອງ The Beguiled ຮູບເງົາແນວລະທຶກຂວັນເລື່ອງໃໝ່ ຈາກຜົນງານການກຳກັບຂອງ ໂຊເຟຍ ຄອບປາໂລ (Sofia Coppola) ຈາກ Lost in Translation The Bling Ring ເຊິ່ງຈະເປັນການປະທະກັນລະຫວ່າງ ນິໂຄລ ຄິດແມນ ເຈົ້າຂອງລາງວັນ ອອສກ່າຣ ແລະ ໂຄລິນ ຟາຣເຣລ ເຈົ້າຂອງລາງວັນລູກໂລກທອງຄຳ ຮ່ວມດ້ວຍນາງເອກລະດັບແຖວໜ້າຂອງຮໍລີວູດຢ່າງ ເຄິຣສເຕນ ດັນສ໌

ຮູບເງົາເລື່ອງ The Beguiled ເປັນນະວະນິຍາຍທີ່ດັດແປງມາຈາກຜົນງານປາຍປາກາຂອງ Thomas Cullinan ເຊິ່ງເຄີຍຖືກນຳມາສ້າງເປັນຮູບເງົາແລ້ວເມື່ອປີ 1971

The Beguiled ເປັນເລື່ອງລາວຂອງໂຮງຮຽນປະຈຳຍິງລ້ວນໃນລັດວໍຈີເນຍເມື່ອປີ 1864 ທີ່ໃນເວລານັ້ນເກີດສົງຄາມກາງເມືອງຂຶ້ນ ວັນໜຶ່ງໄດ້ມີທະຫານຂ້າເສິກໄດ້ຮັບບາດເຈັບມາຫຼົບຢູ່ໃກ້ກັບໂຮງຮຽນ ພວກນາງຈິ່ງພາເຂົາເຂົ້າມາຮັກສາຕົວ ເຊິ່ງມັນໄດ້ນຳມາສູ່ເລື່ອງລາວເຫດການລະທຶກຂວັນຈົນຄາດບໍ່ເຖິງ ໂດຍຮູບເງົາ The Beguiled ຈະເຂົ້າສາຍໃນອາເມລິກາເມື່ອວັນທີ 30 ມິຖຸນາ 2017 ສຳລັບແຟນຮູບເງົາຊາວລາວທີ່ນິຍົມເບິ່ງຮູບເງົາແນວນີ້ຕ້ອງລໍລຸ້ນກັນວ່າຈະເຂົ້າມາສາຍທີ່ລາວ ຫຼື ບໍ່

 

ວິດີໂອຈາກ: Focus Features

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...