spot_img
Homeຂ່າວຕ່າງປະເທດນິວຊີແລນ ນໍາໃຊ້ໂດຣນສົ່ງພິດຊ່າ

ນິວຊີແລນ ນໍາໃຊ້ໂດຣນສົ່ງພິດຊ່າ

Published on

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 18 ພະຈິກວ່າ ນິວຊີແລນ ເລີ່ມໃຊ້ຫຸ່ນຍົນໂດຣນສົ່ງພິດຊ່າ ເປັນຄັ້ງທຳອິດ ເມື່ອວັນພຸດ ວັນທີ່ 16 ພະຈິກຜ່ານມາ ໂດຍຜູ້ເປັນເຈົ້າຂອງທຸລະກິດ ອາຫານຂະໜາດໃຫຍ່ Domino ແລະຄາດວ່າ ການໃຊ້ໂດຣນ ສົ່ງເຄື່ອງນີ້ ຈະສ້າງຄວາມຮ້ອນແຮງ ແລະເພີ່ມສັກກະຍະພາບ ທາງການຕະຫຼາດໃນອະນາຄົດ

ທາງຮ້ານ Domino ເວົ້າວ່າ ໄດ້ໃຊ້ໂດຣນສົ່ງພິດຊ່າ ໃຫ້ກັບລູກຄ້າໃນ  Whangaparaoa ເຊິ່ງຢູ່ພາກເໜືອຂອງ Auckland ແລະທາງບໍລິສັດ ກໍຕັ້ງໃຈທີ່ຈະໃຊ້ໂດຣນ ເປັນຫຼັກໃນການສົ່ງສິນຄ້າ ໃຫ້ກັບລູກຄ້າ ເພາະຈະຊ່ວຍໃຫ້ການສົ່ງເຄື່ອງມີຄວາມວ່ອງໄວ ເພາະບໍ່ຕ້ອງພົບການຈະລາຈອນທີ່ຕິດ ແລະໄດ້ຕິດສັນຍານໄຟຈະລາຈອນໄດ້ຮັບສິນຄ້າຢ່າງວ່ອງໄວ ແລະກົງເວລາ. ໃນການທົດລອງສົ່ງໃນຄັ້ງທຳອິດ ກໍໄດ້ປະສົບຄວາມສຳເລັດດີ ເຊິ່ງເປັນການພິສູດວ່າ ແນວຄິດນີ້ເປັນໄປໄດ້ດ້ວຍດີ ແລະມີຄວາມສຳຄັນໃນອະນາຄົດ

ທາງບໍລິສັດ Domino ເວົ້າອີກວ່າ ໃນອາທິດນີ້ ຈະໃຊ້ໂດຣນສົ່ງສິນຄ້າຢູ່ Whangaparaoa ອີກຕໍ່ໄປ ແລະ ໃນປີໜ້າ ຈະມີການຂະຫຍາຍໄປສົ່ງບ່ອນອື່ນໆອີກ, ນອກຈາກນັ້ນ ກໍຈະມີການທົດລອງສົ່ງ ຢູ່ອອສເຕເລຍ, ຝຣັ່ງ, ເນເທີແລນ, ຍີ່ປຸ່ນ ແລະເຢຍລະມັນອີກ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...