spot_img
Homeຂ່າວຕ່າງປະເທດນິວຊີແລນເລັ່ງສັກວັກຊີນໃຫ້ປະຊາຊົນຫວັງໃຊ້ຊີວິດຮ່ວມໂຄວິດ-19

ນິວຊີແລນເລັ່ງສັກວັກຊີນໃຫ້ປະຊາຊົນຫວັງໃຊ້ຊີວິດຮ່ວມໂຄວິດ-19

Published on

ແຫຼ່ງຂ່າວ Reuters ລາຍງານ: ນິວຊີແລນເລັ່ງສັກວັກຊີນໃຫ້ພົນລະເມືອງຂອງຕົນພຽງວັນດຽວ ເຖິງ 2.5% ຫຼື 124,669 ໂດສ ຂອງປະຊາກອນ 4.9 ລ້ານຄົນໃນມື້ວັນເສົາຜ່ານມາ ເຊິ່ງລັດຖະບານຕັ້ງເປົ້າສັກວັກຊີນໃຫ້ໄດ້ຢ່າງໜ້ອຍ 90% ຂອງພົນລະເມືອງ ຈິ່ງຈະສາມາດກັບມາໃຊ້ຊີວິດປົກກະຕິໄດ້.

ທີມງານແພດຂອງນິວຊີແລນມີການຈັດຕັ້ງຈຸດສັກວັກຊີນທົ່ວປະເທດ ລວມເຖິງຮ້ານອາຫານ, ສວນສາທາລະນະ ເຊິ່ງບາງແຫ່ງມີບໍລິການເຂົ້າໜົມຫວານນຳອີກ ເພື່ອກະຕຸ້ນການເຂົ້າເຖິງວັກຊີນຂອງປະຊາຊົນພ້ອມກຽມຈະໃຊ້ຊີວິດຮ່ວມກັບພະຍາດໂຄວິດ-19 ຂະນະທີ່ປະຊາກອນນິວຊີແລນຫຼາຍກວ່າ 62% ໄດ້ຮັບວັກຊີນຄົບສອງເຂັມ ແລະ 83% ໄດ້ຮັບວັກຊີນເຂັມທີໜຶ່ງ.

ສາຍພັນເດລຕ້າເລີ່ມລະບາດໃນນິວຊີແລນໃນຊ່ວງກາງເດືອນສິງຫາ ເຊິ່ງປະເທດດັ່ງກ່າວປອດໄວຣັສມາເປັນເວລາດົນຫຼາຍເດືອນໃນຊ່ວງຂອງການລະບາດໃຫຍ່ ເຮັດໃຫ້ໂອ໊ກແລນ ເມືອງທີ່ໃຫຍ່ສຸດຂອງປະເທດຍັງຄົງສືບຕໍ່ລັອກດາວຕື່ມອີກ 2 ອາທິດ ເຖິງແມ່ນຈະມີລາຍງານຍອດຜູ້ຕິດເຊື້ອໃໝ່ໃນປັດຈຸບັນໃນເມືອງດັ່ງກ່າວບໍ່ຮອດ 50 ຄົນຕໍ່ວັນກໍຕາມ ຂະນະທີ່ລັດຖະບານຕັ້ງເປົ້າຈະສັກວັກຊີນໃຫ້ປະຊາຊົນເຖິງ 90% ຈິ່ງຈະສາມາດຜ່ອນຜັນມາດຕະການລັອກດາວໄດ້.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...