ນິທານພື້ນເມືອງລາວ ເລື່ອງ “ພູທ້າວ ແລະ ພູນາງ”

ຢູ່​ເທິງ​ບ້ານ​ຊຽງ​ແມນ​ຝັ່ງ​ຂວາ​ຂອງ​ແມ່ນ້ຳຂອງ​ຕໍ່ໜ້າ​ນະຄອນຫລວງ​ພະ​ບາງ​ຍັງ​ມີ​ພູ​ສອງ​ໜ່ວຍ​ທີ່​ມີ​ຮູບ​ປະພັນ​ສັນຖານ​ເໝືອນ​ມະນຸ​ດນອນ​ຫງາຍ​ຢ່າງ​ໜ້າ​ອັດສະຈັນ. ໜ່ວຍ​ໃຕ້​ຮຽກ​ວ່າ​ພູ​ພຸດທະ​ເສນໜວ່ຍ​ເໜືອ​ຮຽກ​ວ່າ​ພູ​ນາງ​ກັງ​ຮີຮຽກ​ກັນ​ຫຍໍ້​ໆວ່າ ພູ​ທ້າວ​ ແລະ ​ພູ​ນາງ.

ນິທາ​ນຫຍໍ້​ກ່ຽວ​ກັບ​ພູ​ສອງ​ໜ່ວຍ​ນີ້​ບູຮານ​ໄດ້​ເລົ່າ​ສືບ​ກັນ​ມາ​ວ່າ: ​ແຕ່​ກ່ອນ​ຢູ່​ບໍລິ​ເວນ​ອິນທະ​ປັດ​ຖາ ມີ​ຄົນ​ຕັດ​ຟືນ​ຜູ້​ໜຶ່ງ​ທຸກ​ໄຮ້​ເຂັນ​ໃຈ​ທີ່​ສຸດ. ຊາຍ​ທຸກຂະ​ຕະຜູ້ນັ້ນມີ​ເມຍ​ຜູ້​ໜຶ່ງ​ ​ແລະ​ ມີ​ລູກ​ສາວ​ສິບ​ສອງ​ຄົນ. ດ້ວຍ​ຄວາມທຸກ​ຍາກ​ຫາ​ອັນ​ປຽບບໍ່​ໄດ້ ຊາຍ​ຕັດ​ຟືນ​ຜູ້ນັ້ນຈິ່ງ​ເອົາ​ລູກ​ໄປ​ໂຜດ​ທີ່​ປ່າ​ເສຍ​ນາງ​ທັງ 12 ຄົນ​ນັ້ນກໍ​ດັ້ນດອນ​ຊອນ​ປ່າ​ໄປ​ຈຶ່ງ​ໄປ​ພົບ​ນາງ​ຍັກ​ຕົນຫ​ນຶ່ງ​ຊື່ວ່າ ສຸນທະລາ ມີ​ລູກ​ສາວ​ຄົນ​ໜຶ່ງ​ຊື່ວ່າ ນາງ​ກັງ​ຮີ. ນາງ​ຍັກ​ແມ່​ໝາຍ​ໄດ້​ເອົາ​ນາງ​ສິບ​ສອງນັ້ນ​ໄປ​ຢູ່​ໃນ​ພະລາດ​ຊະ​ວັງ​ເພື່ອ​ໃຫ້​ຢູ່​ກິນ​ກັບ​ລູກ​ສາວ​ຂອງ​ຕົນ. ນາງ​ທັງ​ສິບ​ສອງ​ໄດ້​ຢູ່​ໃນ​ວັງ​ກັບ​ນາງ​ຍັກ​ແມ່ໝ້າຍ​ເປັນ​ເວ ລາ​ຫຼາຍ​ປີ​ຈົນ​ໃຫຍ່​ຂຶ້ນ​ມາ​ພໍ​ສອນສາວ. ວັນ​ໜຶ່ງ​ນາງ​ທັງ​ສິບ​ສອງ​ຄົນ​ພາກັນ​ລັກ​ໜີ. ນາງ​ຍັກ​ກໍ​ຕິດ​ຕາມ​ໄປ​ຈວນ​ຈະ​ພົບ​ແລ້ວ​ນາງ​ສິບ​ສອງ​ກໍ​ເຂົ້າ​ໄປ​ລີ້​ຢູ່​ໃນ​ປາກ​ພະຍາ​ງົວ​ຕົວ​ໜຶ່ງ.​ ເມື່ອ​ຍັກ​ກັບ​ຄືນ​​ແລ້ວ​ນາງ​ສິບ​ສອງ​ຈຶ່ງອອກ​ເດີນທາງ​ຕໍ່​ໄປ. ນາງ​ສິບ​ສອງ​ໄປ​ເຖິງ​ນະຄອນຫລວງ​ເຊິ່ງ​ເປັນ​ເມືອງ​ຂອງ​ທ້າວ​ປາ​ລຸ​ທະ​ເສນ. ພະ​ອົງ​ເຫັນ​ນາງ​ທັງ​ຫຼາຍ​ມີ​ຮູບ​ຮ່າງ​ເນື້ອກາຍ​ຈົບງາມ​ກໍ​ເອົາ​ຂຶ້ນ​ເປັນ​ມະ​ເຫ​ສີ. ນາງ​ຍັກ​ແມ່ໝ້າຍ​ເມື່ອ​ໄດ້​ຮູ້​ຂ່າວ​ວ່າ​ນາງ​ສິບ​ສອງ​ເປັນ​ເທວີ​ຂອງ​ພະຍາ​ປາ​ລຸ​ທະ​ເສນ​ແລ້ວ​ກໍ​ຕາມ​ໄປ​. ​ເມື່ອ​ໄປ​ໃກ້ຈະ​ຮອດ​ວັງ​ຂອງ​ພະຍາ​ ນາງ​ກໍ​ຈຳ​ແລງ​ຕົວ​ເອງ​ກາຍ​ເປັນ​ນາງ​ມະນຸດ​ທີ່​ມີ​ເນື້ອ​ກາຍ​ໜຸ່ມ​ນ້ອຍ ​ແລະ​ ງົດ​ງາມ​ທີ່​ສຸດ ​ແລ້ວ​ກໍ​ເຂົ້າ​ໄປ​ໃນ​ພະ​ລາຊະ​ວັງ ພະຍາ​ປາ​ລຸ​ທະ​ເສນ​ເຫັນ​ນາງ​ກໍ​ຫຼົງ​ຮັກ ກໍ​ຍົກ​ຂຶ້ນ​ເປັນ​ອັກຄະມະ​ເຫ​ສີ​ອີກ​ຄົນ. ຕໍ່​ນັ້ນມາ​ບໍ່​ນານ​ນາງ​ຍັກ​ກໍ​ແກ້ງ​ເຈັບ​ປ່ວຍ​ຢ່າງ​ໜັກ​ບໍ່​ກິນ​ເຂົ້າ​ ແລະ ​ນ້ຳ​ຈົນ​ຮ່າງກາຍ​ຈ່ອຍຜອມ​ຫ່ຽວ​​ແຫ້ງ​ໄປ ຈິ້ງ​ແນະນຳ​ໃຫ້​ພະຍາ​ໄປ​ນຳ​ເອົາ​ໝໍ​ໂຫນ. ນາງ​ຍັກ​ຈຳ​ແລງ​ກາຍ​ເປັນ​ແມ່​ໝໍ​ໄປ​ຢູ່​ຂ້າງ​ໜ້າ.​ ເມື່ອ​ຄົນ​ໃຊ້​ໄປ​ຫາ​ຈິ່ງ​ກ່າວ​ຫາ​ວ່າ​ນາງ​ສິບ​ສອງ​ເປັນ​ຄົນ​ເຂັດ​ຄົນ​ຂວາງ​ ຖ້າ​ຂັບ​ໄລ່​ນາງ​ສິບ​ສອງ​ໜີ​ຈາກ​ພະ​ລາຊະ​ວັງ​ ແລະ​ ເອົາ​ຕາ​ເຂົາ​ທັງ​ມວນ​ມາສູ່​ຂັວນ ນາງ​ສູນ​ທະລາ​ຜູ້​ເປັນ​ອັກຄະມະ​ເຫ​ສີ ພະຍາ​ນາງ​ຈຶ່ງ​ຈະ​ຫາຍ​ບໍ່​ດັ່ງນັ້ນ​ເປັນ​ຈັກ​ຕາຍ​​ໄປ​ບໍ່​ສົງກາ.ດ້ວຍ​ຄວາມ​ຫຼົງ​ຮັກ​ນາງ​ຍັກ​ພະຍາ​ຈຶ່ງ​ສັ່ງ​ໃຫ້​ບ່າວ​ໄພ່​ເຈາະ​ຕານາ​ງສິບ​ສອງ​ແລ້ວ​ເອົາ​ພວກ​ນາງ​ໄປ​ໄວ້​ຖ້ຳ​ແຫ່ງ​ໜຶ່ງ​. ນາງ​ຍັກ​ເມື່ອ​ເພິ່ນ​ເອົາ​ຕານາ​ງສິບ​ສອງ​ມາສູ່​ຂວັນ​ຕົນ​ແລ້ວ​ກໍ​ສົ່ງ​ເມືອ​ໃຫ້​ລູກ​ສາວ​ຂອງ​ຕົນ​ຮັກສາ​ໄວ້​ທີ່​ເມືອງ​ໄວ​ຍະ​ລັບ​ປະຕິ. ນາງ​ສິບ​ສອງ​ເມື່ອ​ໄດ້​ຈາກ​ພະລາດ​ຊະ​ວັງ​ຂອງ​ພະຍາ​ປາ​ລຸ​ທະ​ເສນ​ແລ້ວ​ຜູ້​ໃດ​ກໍ​ມີ​ຄັນ​(ຖືພາ​ມານ)ທຸກ​ຄົນ. ດ້ວຍ​ການ​ອົດ​ອາຫານ​ນາງ​ສິບ​ສອງ​ເມື່ອ​ຜູ້​ໃດ​ອອກລູກ​ມາ​ກໍ​ຈີກ​ປັນ​ກັນ​ກິນ. ຈະ​ເປັນ​ດ້ວຍການ​ທຳ​ກົນອຸບາຍ ຫຼື ​ວ່າ​ດ້ວຍ​ຄວາມ​ເວດທະນາ​ຂອງ​ບ່າວ​ໄພ່​ສ່ວນ​ນາງ​ຫຼ້າ​ເຂົາ​ເຈາະ​ເອົາ​ແຕ່​ຕາ​ຊ້າຍ​ເທົ່າ​ນັ້ນ. ​ເມື່ອ​ນາງ​ທັງ​ສິບ​ເອັດ​ອອກລູກ ​​ແລະ ​ປັນ​ມາ​ໃຫ້​ກິນ​ນາງ​ກໍ​ເອົາ​ທ້ອນ​ໄວ້​ບໍ່​ກິນ. ພາຍ​ລຸນ​ມາ​ເມື່ອ​ນາງ​ອອກລູກ​ກໍ​ເອົາ​ເນື້ອຂອງ​ລູກ​ທັງ​ສິບ​ເອັດ​ທີ່​ທ້ອນ​ໄວ້​ນັ້ນ​ແຈກ​ຢາຍ​ໃຫ້​ພວກ​ເອື້ອຍ​ກິນ​ບອກ​ວ່າ​ເປັນ​ພູດ​ລູກ​ຂອງ​ຕົນ​ຕາຍ​ ແລະ ​ເປື່ອຍ​ເນົ່າ​ອອກ​ມາ​ແຕ່​ໃນ​ທ້ອງ. ຕໍ່​ນັ້ນມາ​ແມ່​ໄກ່​ປ່າ​ຕົວ​ໜຶ່ງ​ທີ່​ມີ​ໃຈ​ເມ​ດຕາປາ​ນີ ກໍ​ຊອກ​ເຂົ້າ​ເປືອກ​ມາ​ລ້ຽງ​ທ້າວ​ນ້ອຍ​ ແລະ​ ນາງ​ສິບ​ສອງ​ຄົນ​ວັນ​ລະ​ເລັກ​ລະ​ນ້ອຍ​ ພໍ​ບໍ່​ໃຫ້​ຕາຍ. ​

​ເມື່ອ​ເຖິງ​ທ້າວ​ນ້ອຍ​ໃຫຍ່​ຂຶ້ນມາ​ນາງ​ຫຼ້າ​ກໍ​ບອກ​ເລົ່າ​ແກ່​ນາງ​ສິບ​ເອັດ​ວ່າ​ລູກ​ຂອງ​ຕົນ​ຍັງ​ຢູ່. ທ້າວ​ນ້ອຍ​ອອກ​ຈາກ​ຖ້ຳ​ໄປ​ທ່ຽວ​ຕາມ​ໝູ່​ບ້ານ​ໃກ້​ຄຽງ​ໂດຍ​ຈັບ​ເອົາ​ໄກ່​ເຖື່ອນ​ໂຕ​ແຂງ​ແຮງ​ໄປ​ຕີ​ກັບ​ໄກ່​ເດັກນ້ອຍ​ຊາວບ້ານ. ພໍ​ຕາ​ເວັນ​ລົງ​ແລງ​ ຝູງ​ເດັກນ້ອຍ​ກໍ​ເອົາ​ເຂົ້າ​ ແລະ​ ນ້ຳ​ໃຫ້​ ແລ້ວກໍ​ຫາບ​ມາສູ່​ນາງ​ສິບ​ສອງ​ຄົນ​ກິນ. ວັນ​ໜຶ່ງ​ທ້າວ​ນ້ອຍ​ໄດ້​ໄປ​ຫຼິ້ນ ໝາກຮຸກ​ໝາກ​ສະກາ​ໃນ​ນະຄອນຫຼວງ ​ເຊິ່ງ​ເປັນ​ເມືອງ​ພະຍາ​ພໍ່​ແຫ່ງ​ຕົນ​ ປາ​ລຸ​ທະ​ເສນ​ໄດ້​ຊົງ​ຊາບ​ວ່າ​ທ້າວ​ນ້ອຍ​ເປັນ​ຜູ້​ຊຳນານ​ການ​ຫຼິ້ນ ຈຶ່ງ​ຮຽກ​ທ້າວ​ນ້ອຍ​ມາ​ຫຼິ້ນໝາກຮຸກ​ໝາກສະກາ​ນຳ. ພະ​ອົງ​ໄຕ່​ຖາມ​ເຖິງ​ໂຄດ​ວົງ​ທ້າວ​ນ້ອຍ​ໄດ້​ທູນ​ຕອບ​ວ່າ: ຕົນ​ເປັນ​ລູກ​ຂອງ​ນາງ​ຈັນທະ​ປະທຸມ​ ນ້ອງ​ຫຼ້າ​ຂອງ​ນາງ​ສິບ​ເອັດ​ພະຍາ​ຈຶ່ງຮູ້ຈັກ​ວ່າ​ເປັນ​ລູກ​ຂອງ​ຕົນ. ນັບ​ແຕ່​ວັນນັ້ນຕໍ່​ໄປ​ພະຍາ​ປາ​ລຸ​ທະ​ເສນກໍ​ຊົງ​ຊັກ​ຊວນ​ທ້າວ​ນ້ອຍ​ໃຫ້​ມາ​ຢູ່​ໃນ​ພະລາດ​ຊະ​ວັງ​ນຳ​ພະ​ອົງ. ທ້າວ​ນ້ອຍ​ກໍ​ມາ​ຕາມ​ຄວາມ​ປະສົງ​ຂອງ​ພະຍາ ​ແຕ່​ວ່າ​ໄດ້​ລອບ​ເອົາ​ເຂົ້າປາ​ອາຫານ​ໄປ​ລ້ຽງ​ນາງ​ສິບ​ສອງ​ຢູ່​ບໍ່​ຂາດ​ວັນ. ພະຍາ​ປາ​ລຸ​ທະ​ເສນ​ໄດ້​ຕັ້ງຊື່​ໃຫ້​ທ້າວ​ນ້ອຍ​ວ່າ ພຸດທະ​ເສນ.

ຕໍ່​ມາ​ບໍ່​ນານ ນາງ​ຍັກ​ຜູ້​ຈຳ​ແລງ​ຕົວ​ເປັນ​ອັກຄະມະ​ເຫ​ສີ​ຂອງ​ພະຍາ ກໍ​ຮູ້​ວ່າ​ທ້າວ​ພຸດທະ​ເສນ​ເປັນ​ລູກ​ຂອງ​ນາງ​ຫລ້າ​ຈຶ່ງ​ຊອກ​ຂ້າ​ທ້າວ​ນ້ອຍ​ດ້ວຍ​ເລ່ກົນ​ອຸບາຍ. ນາງ​ຈຶ່ງ​ແກ້ງ​ທຳ​ເປັນ​ຄົນ​ປ່ວຍຢ່າງ​ໜັກ​ອີກ ​ແລ້ວ​ທູນ​ພະຍາ​ວ່າ ມີ​ແຕ່​ຢາ​ເຊິ່ງຢູ່​ໃນ​ເມືອງ​ໄວ​ຍະ​ລັບ​ປະຕິ​ຄື​ເມືອງ​ເດີມ​ຂອງ​ນາງ​ຢ່າ​ງດຽວ​ຈະ​ເອົາ​ຊີວິດ​ຂອງ​ນາງ​ໄວ້​ໄດ້​ ແລະ ​ຜູ້​ທີ​ຈະ​ໃຊ້​ໃຫ້​ໄປ​ເອົາ​ຢານັ້ນນາງ​ແລ​ເຫັນ​ແຕ່​ທ້າວ​ພຸດທະ​ເສນຄົນ​ດຽວ​ເຊິ່ງສາມາດ. ພະຍາ​ກໍ​ສັ່ງ​ ທ້າວ​ພຸດທະ​ເສນ​ ໄປ​ເອົາ​ຢາ​ຕາມ​ຄຳ​ປະສົງ​ຂອງ​ນາງ​ຍັກ. ທ້າວ​ພຸດທະ​ເສນ ​ເລືອກ​ເອົາ​ມ້າ​ຕົວ​ໜຶ່ງ​ທີ່​ແຂງ​ແຮງ​ທີ່​ສຸດ​ເຫາ​ະ​ເຫີ​ນ​ເດີນ​ອາກາດ​ໄດ້. ກ່ອນ​ຈະອອກ​ເດີນທາງ​ໄປ​ນາງ​ຍັກ​ໄດ້​ມອບ​ໜັງສື​ໃຫ້​ທ້າວ​ສະບັບ​ຫນຶ່ງ​ແລ້ວ​ກ່າວ​ວ່າ​ໃຫ້​ເຈົ້າ​ເອົາ​ໜັງສື​ສະບັບ​ນີ້​ເມືອ​ໃຫ້​ນາງ​ກັງ​ຮີ​ ຜູ້​ເປັນ​ລູກ​ສາວ​ຂອງ​ຕົນ.​ ເມື່ອ​ນາງ​ໄດ້​ອ່ານໜັງສື​ນີ້​ແລ້ວ​ເຈົ້າຈະ​ໄດ້​ຮັບ​ສິ່ງ​ເພິ່ງ​ພໍ​ໃຈ​ຂອງ​ເຈົ້າ​ເປັນອັນ​ມາກ. ທ້າວ​ພຸດທະ​ເສນຮັບ​ເອົາ​ໜັງສື​ຈາກ​ນາງ​ຍັກ,​ແລ້ວ​ກໍ​ອອກ​ເດີນທາງ​ໄປ ວັນ​ໜຶ່ງ​ໃກ້ຈະ​ຮອດ​ເມືອງ​ໄວ​ຍະ​ລັບ​ປະຕິ ​ເຫດ​ວ່າ​ທ້າວ​ເດີນທາງ​ອິດ​ອ່ອນ​ຫນັກ ​ເມື່ອ​ມາ​ຮອດ​ອາສົມ​ລື​ສີ​ແຫ່ງ​ໜຶ່ງ​ທ້າວ​ກໍ​ລົງ​ຈາກ​ມ້າ​ເພື່ອ​ເຊົາ​ເມື່ອຍ​ເອົາ​ແຮງ​ຢູ່​ກ້ອງຕົ້ນ​ໂພ​ໄຊ ​ແລ້ວທ້າວ​ ແລະ​ ມ້າ​ ກໍ​ພາກັນ​​ເຊືອບຫຼັບ​ໄປ. ລື​ສີ​ໄດ້ມາ​ພົບ ​ແລະ ເຫັນ​ກັບ​ຫນັງສືມັດ​ແຂວນ​ຄໍ​ມ້າ​ກໍ​ມີ​ຄວາມ​ສົນ​ໃຈ​ຈຶ່ງ​ຕັດ​ເຊືອກ​ເອົາ​ຫນັງສື​ອອກ​ມາ​ອ່ານ​ມີ​ໃຈຄວາມ​ວ່າ: “ດູລາ ນາງ​ກັງ​ຮີ​ຄັນວ່າ​ຊາຍ​ນ້ອຍ​ຜູ້​ນີ້​ໄປ​ຮອດ​ໄປ​ເຖິງ​ເມື່ອ​ໃດ ມຶງ​ນາງ​ຈົ່ງ​ກິນ​ຊາຍ​ນ້ອຍ​ຄົນ​ນີ້​ເສຍ​ຢ່າ​ໄວ້”. ລື​ສີ​ເຫັນ​ໄພ​ອັນຕະລາຍ​ຈະ​ມາ​ເຖິງ​ທ້າວ​ນ້ອຍ​ຈຶ່ງ​ລຶບ​ເນືອຄວາມ​ທີ່​ກ່າວ​ມາ​ນີ້​ແລ້ວ​ແກ້​ດ້ວຍ​ເນື້ອຄວາມ​ໃໝ່​ວ່າ: “ຊາຍ​ນ້ອຍ​ຜູ້​ນີ້ ​ເປັນ​ລູກ​ແຫ່ງ​ນາງ​ສູນ​ທະລາ​ ຫາກ​ໄດ້​ສົ່ງ​ມາ​ໃຫ້​ເປັນ​ຜົວ​ແຫ່ງ​ມຶງ​ນາງ ຄັນວ່າ​ຊາຍ​ຫາກ​ມາ​ເຖິງ​ເມື່ອ​ໃດ​ໃຫ້​ມຶງ​ນາງ​ແຕ່ງ​ແປງ​ຕ້ອນຮັບ ​ແລ້ວ​ໃຫ້​ນາງ​ອາ​ພິ​ເສກ​ເອົາ​ທ້າວ​ເປັນ​ເຈົ້າ​ເປັນ​ຜົວ​ໂດຍ​ສະຫວັດດີ​ເທີ້ນ”.

ທ້າວ​ພຸດທະ​ເສນ​ເດີນທາ​ງຕໍ່​ໄປ​ຮອດ​ເມືອງ​ໄວ​ຍະລັບ​ປະຕິ ນາງ​ກັງ​ຮີ​ ເປີດ​ນັງສື​ຂອງ​​ແມ່ອອກ​ມາ​ອ່ານ ​ແລ້ວ​ກໍ​ຮັບ​ເອົາ​ທ້າວ​ພຸດທະ​ເສນດ້ວຍ​ຄວາມ​ພໍ​ໃຈ​ເພາະ​ທ້າວ​ມີ​ຮູບ​ໂສມ​ຕະ​​ໂນ​ມພັນ​ອັນ​ງົດ​ງາມ​ມາກ ​ເວລາ​ເອົາກັນ​ແລ້ວ ນາງ​ກັງ​ຮີ​ ກໍ​ພາ​ຜົວ​ຂອງ​ຕົນ​ໄປ​ຊົມ​ສວນ​ອຸທິຍານ ​ແລະ ​​ແນະນຳ​ໃຫ້​ຮູ້​ຂອງ​ດີ​ວິ​ເສດ​ທຸກ​ສິ່ງ​ທຸກ​ປະການ​ເປັນຕົ້ນວ່າ​ຫວ້ານ​ຫຼາຍ​ຊະນິດ​ເມື່ອ​ຂວ່າງ​ໄປ​ເປັນ​ ປ່າ​ໄຜ່​ໜາມ ​ເປັນ​ໜອງ ​ເປັນ​ໄຟ​ເຜົາ​ແຜ່ນດິນ​ເປັນ​ແມ່ນ້ຳ​ໃຫຍ່​ ແລະ​ ຢ່າງ​ອື່ນໆ. ຮູ້​ດັ່ງນັ້ນ​ແລ້ວ ​ທ້າວ​ພຸດທະ​ເສນ ກໍ​ດີ​ໃຈ​ຈຶ່ງ​ຊອກ​ຊ່ອງ​ທາງ​ຈະ​ລັກ​ໜີ​ຈາກ​ນາງ​ກັງ​ຮີ​ກັບ​ໄປ​ນະຄອນຫຼວງ. ວັນ​ໜຶ່ງ​ທ້າວ​ໄດ້​ສັ່ງ​ໃຫ້​ນາງ​ກັງ​ຮີ​ຈັດການ​ຫຼິ້ນມະຫໍລະສົບ​ຄົບງັນ​ໃຫ້​ບ່າວ​ໄພ່​ທັງ​ເມືອງ​ໄດ້​ຊຸມ​ເຂົ້າຊຸມ​ເຫຼົ້າຊື່ນ​ມ່ວນ. ສ່ວນ​ທ້າວ​ກໍ​ເອົາ​ເຫຼົ້າ​ແຈກ​ນາງ​ກັງ​ຮີ​ຫຼາຍໆ​ເມົາ​ເຫຼົ້າ​ແລ້ວ​ກໍ​ພາກັນ​ນອນ​ລັບ​ໄປ​ຢ່າງ​ບໍ່​ຮູ້​ເມື່ອ​ຄີງ. ທ້າວ​ພຸດທະ​ເສນ​ ເຫັນ ​ນາງ​ກັງ​ຮີ​ແລະ​ໄພ່​ພົນ​ຍັກ​ນອນ​ງຽບ​ສະຫງັດ​ແລ້ວ​ທ້າວ​ກໍ​ເຂົ້າ​ໄປ​ເອົາ​ກົງ​ໃຈ​ຂອງ​ນາງ​ຍັກ​ສຸນທະລາ ​ເອົາ​ຕານາ​ງສິບ​ສອງ ​ເອົາ​ໝາກ​ເວີ້​ຮູ້​ຫາວ​ໝາກ​ນາວ​ຮູ້​ໂຫ່​ແລ້ວ​ຫວ້ານ​ດີ​ວິ​ເສດ​ຫຼາຍ​ຊະນິດ. ຈາ​ກນັ້ນທ້າວ​ກໍ​ຂຶ້ນຂີ່​ມ້າ​ລັກ​ໜີ​ໄປ​ກາງຄືນ.​ ເມື່ອ​ນາງ​ກັງ​ຮີ​ ສວ່າງ​ເຫຼົ້າຮູ້ສຶກ​ຕົວຄືນ​ມາ ຊອກ​ຫາ​ຜົວ​ບໍ່​ເຫັນ​ກໍ​ເອົາ​ລິ​ພົນ​ອອກ​ຕິດຕາມ​ທ້າວ​ພຸດທະ​ເສນ​ເຫັນ​ດັ່ງນັ້ນກໍ​ເອົາ​ຫວ້ານ​ດີ​ວິ​ເສດ​ຂວ່າງ​ໄປ​ເກີດ​ເປັນ​ປ່າ​ໄຜ່​ໜາມ ​ເປັນ​ໜອງ ​ເປັນ​ໄຟ​ເຜົາ​ແຜ່ນດິນ​ຕັນ​ທາງ​ທີ່​ນາງ​ຈະ​ຕິດ​ຕາມ​ມາ. ນາງ​ກໍ​ເອົາ​ລິ​ພົນ​ຟັນ​ປ່າ​ໄຜ່​ຖົມ​ໜອງ ​ແລະ​ ມອດ​ໄຟ​ຕິດຕາມ​ມາ​ໄດ້. ທ້າຍ​ສຸດ​ ທ້າວ​ກໍ​ເອົາ​ຫວ້ານ​ຊະນິດ​ໜຶ່ງ​ຂວ່າງ​​ໄປ​ເປັນ​ແມ່ນ້ຳ​ໃຫຍ່ ມີ​ພຸ​ເຝືອນ​ແປວ​ໄຫລຟອງ​ຟາດ​ຢ່າງ​ຮ້າຍ​ແຮງ. ນາງ​ກັງ​ຮີເມື່ອ​ມາ​ເຖິງ​ແຄມ​ນ້ຳນີ້​ກໍ​ຕິດຕາມ​ໄປ​ບໍ່​ໄດ້​ນາງ​ຈຶ່ງ​ເອີ້ນ​ຫາ​ຜົວ​ໃຫ້​ກັບ​ຄືນ​ດ້ວຍຄວາມ​ສະ​ເໜ່ຫາ​ຮັກ​ທ້າວ​ບໍ່​ກັບ ນາງ​ຈິ່ງ​ເອົາ​ໄພ່​ພົນ​ກັບ​ຄືນ​ມາສູ່​​ເມືອງ​ແຫ່ງ​ຕົນ ນາງ​ມີ​ຄວາມ​ໂທມະນັດ​ຄັບ​ແຄ້ນ​ແໜ້ນ​ຫົວ​ໃຈ​ເປັນ​ທີ່​ສຸດ ບໍ່​ກິນ​ເຂົ້ານ້ຳ ​ແລະ ​ອາຫານ​ ແລ້ວ​ກໍ​ເສຍ​ຊີວິດ​ໄປ ກ່ອນ​ໃຈ​ຈະ​ຂາດ​ນາງ​ໄດ້​ໄຫວ້​ວອນ​ເທວະ​ດາ​ ຂໍ​ຜູກ​ກຳ​ໝາຍ​ເວນ​ແກ່​ຜົວ​ຂໍ​ໃຫ້​ຜົວ​ໄດ້​ຕາຍ​ຍ້ອນ​ຄວາມ​ສະ​ເໜ່ຫາ​ຮັກ​ເໝືອນ​ດັ່ງ​ນາງ. ທ້າວ​ພຸດທະ​ເສນ​ເມື່ອ​ໄປ​ຮອດ​ນະຄອນຫຼວງ​ແລ້ວ​ກໍ​ໄປ​ສູ່​ທີ່​ຢູ່ ​ແ​ມ່ ​ແລະ​ ປ້າຂອງ​ຕົນ, ​ເອົາ​ໝາກ​ເວີ້​ຮູ້​ຫາວ​ໝາ​ກ ນາວ​ຮູ້​ໂຫ່​ບີບ​ໃສ່​ໜ່ວຍ​ຕານາ​ງສິບ​ສອງ​ແລ້ວ​ກໍ​ຮຸ່ງ​ແຈ້ງ​ດັ່ງ​ເດີມ.​ ເສັດ​ແລ້ວ​ທ້າວ​ກໍ​ເຂົ້າ​ໄປ​ໄຫວ້ພະຍາ​ພໍ່​ແຫ່ງ​ຕົນ​ໃນ​ພະລາດ​ຊະ​ວັງ. ນາງ​ຍັກ​ສູນ​ທະລາ​ມາບ​ເຫັນ​ທ້າວ ກໍ​ອັດສະຈັນ​ເພາະວ່າ​ໂຕ​ໄດ້​ຂຽນ​ໜັງສື​ໃຫ້​ ນາງ​ກັງ​ຮີ​ ຈີກ​ກິນ​ທ້າວ​ແລ້ວ ​ເປັນ​ປະການ​ໃດ​ຈຶ່ງ​ບໍ່​ກິນ ​ແລະ ​ກັບ​ຄືນ​ມາ​ໄດ້​ ດ້ວຍ​ຄວາມ​ພິ​ໂລດ​ໂກດ​ແຄ້ນ ນາງ​ຈິ່ງ​ກາຍ​ເປັນ​ຮູບຍັກ​ເໝືອນ​ເດີມ​ແລ້ວ​ກໍ​ໂດດ​ໄປ​ຫວັງ​ຈະ​ຈີກ​ກິນ​ທ້າວ​ພຸດທະ​ເສນ. ທ້າວ​ກໍ​ເອົາ​ດາບ​ຕັດ​ກົງ​ໃຈ​ຂອງ​ນາງ​ຍັກ​ໃຫຍ່​ໃຫ້​ຂາດ. ກ່​ລົ້ມ ຕາຍ​ໄປ​ໃນ​ຂະນະ​ນັ້ນ. ​ເມື່ອ​ນາງ​ຍັກສູນທະລາ​ຕາຍ​ແລ້ວ ​ທ້າວ​ພຸດທະ​ເສນກໍ​ໄປ​ເອົາ​ຍັງ​ແມ່​ ແລະ​ ປ້າ​ແຫ່ງ​ຕົນ​ກັບ​ເຂົ້າມາ​​ໃນ​ພະລາດ​ຊະ​ວັງ​ນຳ​ພະຍາ​ພໍ່ດັ່ງ​ເດີມ. ​ເສັດ​ແລ້​ວທ້າວ​ກໍ​ລາພະ​ຍາ​ຕົນ​ພໍ່​​ແມ່​ ແລະ​ ປ້າ​ກັບ​ຄືນ​ເມືອ​ຫາ ​ນາງ​ກັງ​ຮີ​ຜູ້​ເປັນ​ເມຍ​ພໍ​ໄປ​ເຖິງ​ເມືອງ​​ໄວ​ຍະ​ລັບ​ປະຕິ​ກໍ​​ເຫັນ​ນາງ​ກັງ​ຮີ​ຕາຍ​ຢູ່. ດ້ວຍ​ຄວາມ​ຜູກ​ກຳ​ໝາຍ​ເວນ​ຂອງ​ນາງ​ດັ່ງກ່າວ​ແລ້ວ​ ທ້າວ​ກໍ​ເກີດ​ຄວາມ​ສະ​ເໜ່ຫາ​ຮັກ​ນາງ​ຢ່າງ​ທີ່​ສຸດ​ມີ​ຄວາມ​ຄັບ​ແຄ້ນ​ແໜ້ນ​ໃຈ​ບໍ່​ອາດ​ຈະຕັ້ງຕົນ​ຢູ່​ໄດ້​ຈຶ່ງ​ສະຫຼົບ​ທົບ​ທ່າວ​ລົງ​ແລ້ວ​ກໍ​ຂາດ​ໃຈ​ຕາຍ​ນຳ​ນາງ​ກັງ​ຮີ. ​ເມື່ອ​ທ້າວ​ພຸດທະ​ເສນຕາຍ​ໄປ​ນັ້ນ​ໄດ້​ເອົາ​ຫົວ​ໝູນ​ຕີນ​ນາງ​ກັງ​ຮີ​ຢູ່ ​ເທບ​ໄທ້​ຢູ່​ເທິງ​ສະຫວັນ​ຫຼິງ​ເປັນ​ດັ່ງນັ້ນ ຈຶ່ງ​ພິຈາລະນາ​ເຫັນ​ວ່າ​ເປັນ​ຂອງ​ບໍ່​ຄວນ​ດ້ວຍ​ຕໍ່​ໄປ​ໃນ​ພາຍ​ໜ້າ​ຜູ້ຍິງ​ຈະ​ຂົ່ມ​ຜູ້​ຊາຍ​ເກີນ​ໄປ ຈຶ່ງ​ລົງ​ມາ​ຕ່າວ​ສົບ​​ເຂົາ​ທັງ​ສອງ​ໂດຍ​ການ​ເອົາ​ສົບ​ນາງ​ກັງ​ຮີ​ເປັນ​ຝ່າ​ຍໝູນ​ຕີນ​ທ້າວ.

ລາວ​ບູຮາ​ນຈົນ​ໄດ້​ເລົ່າ​ສືບ​ກັນ​ມາ​ວ່າ​ສົບ​ທ້າວ​ພຸດທະ​ເສນ​ ແລະ ​ນາງ​ກັງ​ຮີ​ໄດ້​ກາຍ​ມາ​ເປັນ ​ພູ​ທ້າວ​ ແລະ ​ພູ​ນາງ. ບ່ອນ​ລື​ສີ​ຕັດ​ເຊືອກ​ເອົາ​ໜັງສື​ອອກ​ຈາກ​ຄໍ​ມ້າ​ແລ້ວ​ແກ້​ໄຂ​ໃຈຄວາມ​ນັ້ນ​ແມ່ນ​ ຜາ​ຕັດ​ແກ້ ​ເຊິ່ງຢູ່​ຝັ່ງ​ຂວາ​ແມ່​ນ້ຳຂອງ​ຕໍ່ໜ້າ​ນະຄອນຫຼວງ​ພະ​ບາງ ​ສວນ​ອຸທິຍານ​ນາງ​ກັງຮີນັ້ນວ່າ​ແມ່ນ​ທີ່​ດິນ​ຄ້າຍ​ທະຫານ​ໃນ​ເວລາ​ນີ້. ຊຶ່ງ​ແຕ່​ກ່ອນ​ຮຽກ​ວ່າ​ສວນ​ແຖນ​ມີ​ພຶກສາ​ໝາກ​ໄມ້​ອັນ​ກິນ​ແຊບ​ຫຼາຍ​ປະການ​ ແລະ​ ມີດ​ອກ​ໄມ້​ອັນ​ງົດ​ງາມ​ລາຍ​ຊະນິດ​ເປັນ​ບ່ອນ​ສຳລານ​ພານ​ໃຈ​ມາກ​ໜັກ. ​ເມື່ອ​ທ້າວ​ພຸດທະ​ເສນ​ເກັບ​ເອົາ​ໝາກ​ເວີ້​ຮູ້​ຫາວ​ໝາກ​ນາວ​ຮູ້​ໂຫ່​ນັ້ນທ້າວ​ຟ້າວ​ຟັ່ງ​ໄປ​ທີ່​ສຸດ​ໝາກ​ໄມ້​ເຫຼົ່ານັ້ນກໍ​ເຮ່ຍຮວາຍ​ໄປ​ຈຶ່ງ​ກາຍ​ເປັນ​ຫາດ​ໝາກ​ນາວ​ໃນ​ກາລະ​ບັດ​ນີ້. ວິນ​ຍານ​ຂອງ​ນາງ​ກັງ​ຮີ​ຕາມ​ທີ່​ເລົ່າ​ກັນ​ມາ​ກໍ​ຍັງ​ມາ​ສູນ​ນາງ​ທຽມ​ທີ່​ບ້ານ​ຊຽງ​ແມນ​ຈົນ​ກາລະ​ບັດ​ນີ້.

ແຫຼ່ງທີ່ມາຈາກ: ເລົ່າເລື່ອງເມືອງລາວ RaolaungmaungLaos

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

1 COMMENT

Comments are closed.