spot_img
Homeຂ່າວທ້ອງຖິ່ນການເງິນ ແລະ ເສດຖະກິດນຳເຂົ້າຫຼາຍກວ່າສົ່ງອອກ! ເດືອນທັນວາ 2019 ລາວຂາດດູນການຄ້າ 79 ລ້ານໂດລາ

ນຳເຂົ້າຫຼາຍກວ່າສົ່ງອອກ! ເດືອນທັນວາ 2019 ລາວຂາດດູນການຄ້າ 79 ລ້ານໂດລາ

Published on

ເວັບໄຊ້ຂ່າວເສດຖະກິດ-ການຄ້າລາຍງານວ່າ ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ໃນເດືອນທັນວາ 2019 ບັນລຸໄດ້ 988 ລ້ານໂດລາສະຫະລັດ. ໃນນີ້ ຂາດດຸນການຄ້າປະມານ 79 ລ້ານໂດລາສະຫະລັດ.

ອີງຕາມການເປີດເຜີຍຂອງສູນຂໍ້ມູນ-ຂ່າວສານທາງດ້ານການຄ້າຂອງ ສປປ ລາວ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນທັນວາ ບັນລຸໄດ້ 988 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ 455 ລ້ານໂດລາສະຫະລັດ, ນໍາເຂົ້າ 534 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ 79 ລ້ານໂດລາສະຫະລັດ.

ສິນຄ້າສົ່ງອອກຫຼັກປະກອບມີ: ແຮ່ທອງ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ເຫຍື້ອໄມ້ ແລະ ເສດເຈ້ຍ, ເຄື່ອງດື່ມ ( ນໍ້າອັດລົມ, ນໍ້າ, ເຄື່ອງດື່ມຊູກໍາລັງ ), ຄຳປະສົມ ແລະ ຄຳແທ່ງ, ມັນຕົ້ນ, ເຄື່ອງນຸ່ງຫົ່ມ, ຢາງພາລາ ແລະ ງົວ, ຄວາຍ.

ໝວດສິນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກນອກຈາກລົດໄຖນາ ແລະ ລົດຈັກ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນໍ້າມັນກາຊວນ, ອຸປະກອນກົນຈັກ ( ນອກຈາກເຄື່ອງກົນຈັກພາຫະນະ ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ເຄື່ອງດື່ມ ( ນໍ້າ, ນໍ້າອັດລົມ, ເຄື່ອງດື່ມຊູກໍາລັງ ), ຊິ້ນສ່ວນອາໄຫຼ່ລົດ ( ລວມທັງຢາງ, ແວ່ນ, ໂສ້ ), ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ, ພລາສຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ ແລະ ສັດທີ່ມີຊີວິດ.

ສຳລັບສິນຄ້າສົ່ງອອກຫຼັກສະເລ່ຍທັງໝົດແມ່ນເປັນເງິນປະມານ 455 ລ້ານໂດລາສະຫະລັດ ເຊັ່ນ:

  • ແຮ່ທອງ ປະມານ 46 ລ້ານໂດລາສະຫະລັດ,
  • ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ ປະມານ 35 ລ້ານໂດລາສະຫະລັດ,
  • ໝາກກ້ວຍປະມານ 23 ລ້ານໂດລາສະຫະລັດ,
  • ເຫຍື້ອໄມ້ ແລະ ເສດເຈ້ຍ ປະມານ 36 ລ້ານໂດລາສະຫະລັດ,
  • ເຄື່ອງດື່ມ ( ນໍ້າອັດລົມ, ນໍ້າ, ເຄື່ອງດື່ມຊູກໍາລັງ ) ປະມານ 20 ລ້ານໂດລາສະຫະລັດ,
  • ຄຳປະສົມ ແລະ ຄຳແທ່ງ ປະມານ 24 ລ້ານໂດລາສະຫະລັດ,
  • ມັນຕົ້ນຫຼາຍກ່ວາ 19 ລ້ານໂດລາສະຫະລັດ,
  • ເຄື່ອງນຸ່ງຫົ່ມປະມານ 19 ລ້ານໂດລາສະຫະລັດ,
  • ຢາງພາລາ ປະມານ 35 ລ້ານໂດລາສະຫະລັດ,
  • ງົວ, ຄວາຍ ປະມານ 27 ລ້ານໂດລາສະຫະລັດ.

ສ່ວນສິນຄ້ານໍາເຂົ້າຫຼັກສະເລ່ຍທັງໝົດແມ່ນເປັນເງິນປະມານ 534 ລ້ານໂດລາສະຫະລັດ ເຊັ່ນ:

  • ພາຫະນະທາງບົກ ( ນອກຈາກລົດໄຖນາ ແລະ ລົດຈັກ ) ປະມານ 35 ລ້ານໂດລາສະຫະລັດ,
  • ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ຫຼາຍກ່ວາ 19 ລ້ານໂດລາສະຫະລັດ,
  • ນໍ້າມັນກາຊວນ ປະມານ 47 ລ້ານໂດລາສະຫະລັດ,
  • ອຸປະກອນກົນຈັກ ( ນອກຈາກເຄື່ອງກົນຈັກພາຫະນະ ) ປະມານ 50 ລ້ານໂດລາສະຫະລັດ,
  • ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ປະມານ 39 ລ້ານໂດລາສະຫະລັດ,
  • ເຄື່ອງດື່ມ ( ນໍ້າ, ນໍ້າອັດລົມ, ຊູກໍາລັງ ) ປະມານ 21 ລ້ານໂດລາສະຫະລັດ,
  • ຊິ້ນສ່ວນອາໄຫຼ່ລົດ ( ລວມທັງຢາງ, ແວ່ນ, ໂສ້ ) ປະມານ 13 ລ້ານໂດລາສະຫະລັດ,
  • ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ ປະມານ 15 ລ້ານໂດລາສະຫະລັດ,
  • ພລາສຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ ປະມານ 17 ລ້ານໂດລາສະຫະລັດ,
  • ສັດທີ່ມີຊີວິດ ປະມານ 29 ລ້ານໂດລາສະຫະລັດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...