ນາຍົກລັດຖະມົນຕີເນປານ ຮ້ອງຂໍຄວາມຊ່ວຍເຫລືອສົມທົບຈາກປະຊາຄົມໂລກ ຊ່ວຍພື້ນຟູບູລະນະປະເທດ ຫລັງເຫດແຜ່ນດິນໄຫວໃຫຍ່ 2 ຄັ້ງທີ່ເກີດຂຶ້ນ.
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ພຶດສະພານີ້ວ່າ ທ່ານ ຊູຊິນ ຄອຍຣາລາ ນາຍົກລັດຖະມົນຕີເນປານ ໄດ້ອອກມາກ່າວວ່າ ລັດຖະບານເນປານ ຕັ້ງເປົ້າງົບປະມານໄວ້ທີ່ 2 ຕື້ໂດລາສະຫະລັດ ສຳລັບການຟື້ນຟູບູລະນະປະເທດ ຫລັງຈາກເກີດເຫດແຜ່ນດິນໄຫວຮຸນແຮງ 2 ຮອບ ສ້າງຄວາມເສຍຫາຍມະຫາສານ ທັງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ໂດຍລັດຖະບານສາມາດຈັດສັນເງິນ ຈາກຄັງເງິນແຫ່ງຊາດຂອງລັດໄດ້ພຽງ 200 ລ້ານໂດລາເທົ່ານັ້ນ ສ່ວນຈຳນວນທີ່ເຫລືອ ແມ່ນຕ້ອງການຄວາມຊ່ວຍເຫລືອຈາກປະຊາຄົມໂລກ ໂດຍສະເພາະກຸ່ມປະເທດຜູ້ບໍລິຈາກ ແລະ ພາກເອກະຊົນຕ່າງໆ.
ທັງນີ້ ເຫດແຜ່ນດິນໄຫວທີ່ເກີດຂຶ້ນ ເປັນຄັ້ງທີ່ຮຸນແຮງທີ່ສຸດໃນຮອບ 81 ປີ ມີຜູ້ເສຍຊີວິດກ່ວາ 8,500 ຄົນ ອາຄານບ້ານເຮືອນພັງເສຍຫາຍ ຫລາຍກ່ວາ 5 ແສນຫລັງ ແລະ ຄັ້ງທີສອງ ກໍເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 117 ຄົນ ບາດເຈັບອີກກ່ວາ 2,800 ຄົນ ເຊິ່ງຈາກເຫດແຜ່ນດິນໄຫວທັງ 2 ຄັ້ງດັ່ງກ່າວ ແມ່ນໄດ້ສ້າງຄວາມເສຍຫາຍຕໍ່ລະບົບພື້ນຖານໂຄງລ່າງທາງດ້ານເສດຖະກິດ – ສັງຄົມຂອງເນປານ ຢ່າງມະຫາສານ.