ນາຍົກລັດຖະມົນຕີໂອຕຣິດ(Austria)ປະກາດລາອອກຫຼັງປະເຊີນຂໍ້ຫາທຸຈະລິດ

ເວັບໄຊ CNN ລາຍງານ: ທ່ານ ເຊບາສຕຽນ ຄູຣ໌ສ, ນາຍົກລັດຖະມົນຕີໂອຕຣິດ(Austria) ອາຍຸ 35 ປີ ປະກາດລາອອກຈາກຕຳແໜ່ງຢ່າງເປັນທາງການ ພາຍຫຼັງທາງໄອຍະການໂອຕຣິດໄດ້ດຳເນີນການສອບສວນພ້ອມສະມາຊິກທີ່ໃກ້ຊິດໃນທີມ ໃນຂໍ້ຫາການໃຫ້ສິນບົນ ແລະລະເມີດຄວາມໄວ້ວາງໃຈ.

ໃນການປະກາດລາອອກຈາກຕຳແໜ່ງຄັ້ງນີ້, ຄູຣ໌ສ ໄດ້ປະຕິເສດຂໍ້ກ່າວຫາທັງໝົດ ພ້ອມຢໍ້າວ່າ ຕົນຕ້ອງການພື້ນທີ່ເພື່ອຮັບປະກັນຄວາມປອດໄພ ທັງປ້ອງກັນບໍ່ໃຫ້ເກີດຄວາມວຸ້ນວາຍຕາມມາ ແຕ່ກໍຍັງຄົງເປັນສະມາຊິກລັດຖະສະພາຄືເກົ່າ ພ້ອມຈະໃຊ້ໂອກາດທີ່ມີເພື່ອພິສູດຂໍ້ກ່າວຫາດັ່ງກ່າວ, ຂະນະທີ່ ທ່ານ ອະເລັກຊານເດິ ຊານເລນເບີກ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮັບການສະເໜີລາຍຊື່ເປັນນາຍົກຄົນໃໝ່ຂອງໂອຕຣິດ.

ຄູຣ໌ສ ເຄີຍສ້າງປະຫວັດສາດໃນນາມຜູ້ນຳທີ່ມີອາຍຸນ້ອຍທີ່ສຸດໃນໂລກ ພາຍຫຼັງໄດ້ຮັບຕຳແໜ່ງຜູ້ນຳໂອຕຣິດ ໃນປີ 2017 ໃນໄວພຽງ 31 ປີ.