Homeຂ່າວໂຄວິດ-19ປະຫວັດຜູ້ຕິດເຊື້ອໃນຊຸມຊົນ ແລະ ຜູ້ເສຍຊີວິດໃໝ່ ວັນທີ 11 ຕຸລາ 2021

ປະຫວັດຜູ້ຕິດເຊື້ອໃນຊຸມຊົນ ແລະ ຜູ້ເສຍຊີວິດໃໝ່ ວັນທີ 11 ຕຸລາ 2021

Published on

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 10 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 3,600 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 309 ຄົນ (ຕິດເຊື້ອພາຍໃນ ມີ 303 ຄົນ ແລະ ຕິດເຊື້ອນໍາເຂົ້າ 6 ຄົນ)

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 303 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:
1. ນະຄອນຫຼວງ 119 ຄົນ: ມີ 7 ເມືອງ ແລະ 52 ບ້ານ
1) ເມືອງຈັນທະບູລີ ມີ 10 ຄົນ, 4 ບ້ານ
2) ເມືອງສີໂຄດຕະບອງ ມີ 17 ຄົນ, 30 ບ້ານ
3) ເມືອງໄຊເສດຖາ ມີ 73 ຄົນ, 12 ບ້ານ
4) ເມືອງສີສັດຕະນາກມີ 6 ຄົນ, 3 ບ້ານ
5) ເມືອງນາຊາຍທອງ ມີ 13 ຄົນ, 6 ບ້ານ
6) ເມືອງໄຊທານີ ມີ 08 ຄົນ, 7 ບ້ານ
7) ເມືອງຫາດຊາຍຟອງ ມີ 6 ຄົນ, 3 ບ້ານ

2. ແຂວງວຽງຈັນ 49 ຄົນ:
1). ເມືອງແກ້ວອຸດົມ ມີ 06 ບ້ານ (45 ຄົນ)

2). ເມືອງວັງວຽງ ມີ 02 ບ້ານ (02 ຄົນ)

3). ເມືອງໂພນໂຮງ ມີ 02 ບ້ານ (02 ຄົນ)

3. ຫຼວງພະບາງ 32 ຄົນ:
1.​ນະຄອນຫລວງພະບາງ ມີ 10 ບ້ານ (16 ຄົນ)

2.​ເມືອງຊຽງເງີນ ມີ 04 ບ້ານ (07 ຄົນ)

3.​ເມືອງງອຍ ມີ 02 ບ້ານ (04 ຄົນ)

4.​ເມືອງຈອມເພັດ ມີ 01 ບ້ານ (02 ຄົນ)

5.​ເມືອງນໍ້າບາກ ມີ 02 ບ້ານ (03 ຄົນ)

4. ໄຊສົມບູນ 26 ຄົນ:
– ເມືອງລ່ອງຊານ

5.​ສະຫວັນນະເຂດ 22 ຄົນ:
1. ເມືອງອຸທຸມພອນ ມີ 5 ບ້ານ (11 ຄົນ)
2. ນະຄອນໄກສອນ ມີ 06 ບ້ານ (09 ຄົນ)
3. ເມືອງ ໄຊບູລີ ມີ 02 ບ້ານ (2 ຄົນ)

6. ຈໍາປາສັກ 21 ຄົນ:

1.​ນະຄອນປາກເຊ ມີ 03 ບ້ານ (05 ຄົນ)
2.​ເມືອງປະທຸມພອນ ມີ 02 ບ້ານ (04 ຄົນ)
3.​ເມືອງບາຈຽງຈະເລີນສຸກ 04 ບ້ານ (11 ຄົນ)
4. ຄົນເຈັບມາປິ່ນປົວ SARI ຢູ່ໂຮງໝໍແຂວງຈຳປາສັກ ແຕ່ເປັນຄົນຈາກ ບ້ານໜອງໃສ, ເມືອງສາລະວັນ, ແຂວງສາລະວັນ 1 ຄົນ

7.​ຄຳມ່ວນ 20​ ຄົນ
– ເມືອງທ່າແຂກ ມີ 16 ຄົນ
– ສູນກັກກັນເມືອງຍົມມະລາດ ມີ 4 ຄົນ

8.​ ບໍ່ແກ້ວ 12 ຄົນ

– ເມືອງຕົ້ນເຜິ້ງ: ບ້ານດອນມູນ 07 ຄົນ

-​ເຂດເສດຖະກິດພິເສດ 05 ຄົນ (ເຈົ້າໜ້າທີ່ປກສ ເຂດ 01 ຄົນ ແລະ ກຳມະກອນ 03 ຄົນ; ຄົນພະມ້າ)

9.ບໍລິຄຳໄຊ 1 ຄົນ

-​ເມືອງປາກກະດິງ ມີ 1 ຄົນ

10. ສາລະວັນ 1 ຄົນ

ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 6 ຄົນ: 3 ຄົນຈາກ ນະຄອນຫຼວງວຽງ ແລະ ອີກ 3 ຄົນ ຈາກ ສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 10 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 28,849 ຄົນ, ເສຍຊີວິດສະສົມ 30 (ໃໝ່ 4), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 272 ຄົນ, ກໍາລັງປິ່ນປົວ 6.947 ຄົນ.
ສຳລັບ ຄົນເຈັບເສຍຊີວີດ 3 ຄົນ,​ ລາຍລະອຽດ ດັ່ງນີ້:

• ຜູ້ທີ1: ເພດຊາຍ, ອາຍຸ 57 ປີ, ອາຊີບ: ພະນັກງານບໍານານ, ບ້ານຜາເທົາ, ເມືອງວັງວຽງ, ແຂວງວຽງຈັນ, ເຂົ້າໂຮງໝໍ ວັນທີ 21 ກັນຍາ ດ້ວຍອາການ ຫັນໃຈຝຶດ ແລະ ນອນບໍ່ພຽງພໍ, ຜູ້ກ່ຽວພະຍາດປະຈຳຕົວ ໄຂ່ຫຼັງຊຸດໂຊມ, ຄວາມດັນເລືອດສູງ ແລະ ເບົາຫວານ, ໄດ້ກວດຫາເຊື້ອ ໂຄວິດ ສອງຄັ້ງ ພົບໃນຄັ້ງທີ່ສອງ, ຜູ້ກ່ຽວຍັງບໍ່ທັນໄດ້ສັກວັກຊີນ, ຕັ້ງແຕ່ 21 ກັນຍາ – 10 ຕຸລາ 2021 ຜູ້ກ່ຽວ ນອນປີ່ນປົວ ຢູ່ໂຮງໝໍມິດຕະພາບ ໄດ້ປະມານ 20 ມື້, ມາຮອດເວລາ 10:00 ໂມງເຊົ້າຂອງວັນທີ 10 ຕຸລາ 2021: ຜູ້ກ່ຽວໄດ້ເສຍຊີວິດ ຢູ່ໂຮງໜໍດັ່ງກ່າວ.
• ຜູ້ທີ2: ເພດເພດຊາຍ, ອາຍຸ 83 ປີ, ອາຊີບ: ພໍ່ເຮືອນ, ບ້ານໄຊຍະພູມ, ນະຄອນໄກສອນ, ແຂວງສະຫວັນນະເຂດ, ພະຍາດປະຈໍາຕົວ: ເສັ້ນເລືອດສະໝອງຕີບ ໄດ້ປະມານ 1 ເດືອນ ແລະ ມີອາການອ່ອນແຮງແຂນຂາເບື້ອງຂວາ, ຍັງບໍ່ທັນໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19, ເຂົ້າໂຮງໝໍ 17 ກັນຍາ ແລະ ກວດພັບເຊື້ອໃນ ວັນທີ່ 19 ກັນຍາ, ຈາກນັ້ນສົ່ງເຂົ້ານອນຕິດຕາມທີ່ຟຮງໝໍພາກສະໜາມ ຈົນຮອດ 23 ກັນຍາ ຜູ້ກ່ຽວມີອາການໄອ ເມື່ອຍເລັກໜ້ອຍ ມີໄຂ້ ຈື່ງໄດ້ຮັບຜູ້ກ່ຽວເຂົ້າມານອນປີ່ນປົວຢູ່ໂຮງໝໍຫຼັກ 9, ມາຮອດເວລາ 09:00 ໂມງເຊົ້າຂອງວັນທີ 10 ຕຸລາ 2021: ຜູ້ກ່ຽວໄດ້ເສຍຊີວິດ ຢູ່ໂຮງໜໍດັ່ງກ່າວ.
• ຜູ້ທີ3: ເພດຊາຍ ອານຸ 42 ປີ, ອາຊີບ ກຳມະກອນ, ບ້ານ ນາສາລາ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ, ປະຈຸບັນເປັນຜູ້ຖືກຂັງ, ວັນທີ 8/10: ຜູ້ກ່ຽວມີອາການໄຂ້, ເຈັບຄໍ, ຕໍ່ມາ ໃນວັນທີ10 ຕຸລາ ມີອາການໄຂ້, ຫາຍໃຈຝືດ, ແໜ້ນໜ້າເອິກ ແລ້ວມີອາການຊ໋ອກ 1 ເທື່ອ ເວລາ 12 ໂມງ 15 ນາທີ. ທ່ານໝໍໄດ້ໃຫ້ການຊ່ວຍເຫຼືອ ຫຼັງຈາກນ້ັນມີອາການຮາກເປັນເລືອດ 2 ຄັ້ງ ແລະ ມີອາການຊ໋ອກອີກເທື່ອໜຶ່ງເວລາ 14:00 ໂມງ, ຫຼັງຈາກນັ້ນ ເສຍຊີວິດ: ໄດ້ເກັບຕົວຢ່າງ ແລະ ເຮັດ RDT ຜົນກວດອອກມາພົບເຊື້ອ
• ຜູ້ທີ4: ເພດຍິງ ອາຍຸ 79 ປີ, ບ້ານ ໂພນເຄັງ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ເປັນຜູ້ສຳຜັດກັບລູກໄພ້ທີ່ຕິດເຊື້ອໂຄວິດກ່ອນໜ້ານີ້, ບໍ່ທັນໄດ້ຮັບວັກຊີນເພາະວ່າມີພະຍາດປະຈຳໂຕ, ເປັນເບົາຫວານ ໄດ້ 7_8 ປີ , ໄຂ່ຫລັງຊຸດໂຊມແຕ່ບໍ່ທັນໄດ້ຟອກ, ວັນທີ 1/10/2021 ເຂົ້າມາກວດຢູ່ໂຮງໝໍ 103 ທີມງານໄດ້ເກັບຕົວຢ່າງກວດໂຄວິດດ້ວຍ CPR ແມ່ນໃຫ້ຜົນ ລົບ,​ວັນທີ 8/10/2021 ຜູ້ກ່ຽວເຂົ້າໄປນອນຢູ່ຕືກປີ່ນປົວເບົາຫວານ ແລະ ຜູ້ກ່ຽວມີອາການໄຂ້, ​ວັນທີ 10/10/21 ໄດ້ເກັບຕົວຢ່າງກວດດ້ວຍ RDT ຜົນກວດພົບເຊື້ອໂຄວິດ ແລະ ເສຍຊິວິດໃນມື້ດຽວກັນ.

ບົດຄວາມຫຼ້າສຸດ

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...