ນາຍົກລັດຖະມົນຕີເນປານ ຢ້ຽມຢາມຈີນ ຮັດແໜ້ນການຮ່ວມມືຫລາຍດ້ານ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ມີນານີ້ວ່າ ໃນວັນຈັນທີ 21 ມີນາຜ່ານມານີ້ ກະຊວງການຕ່າງປະເທດຈີນ ໄດ້ເປີດເຜີຍຜົນສຳເລັດ ການຢ້ຽມຢາມສາທາລະນະລັດປະຊາຊົນຈີນ ຢ່າງເປັນທາງການ ຂອງທ່ານ ຄັດກາ ປຣາສາດ ໂອລີ ນາຍົກລັດຖະມົນຕີເນປານ ຊຶ່ງໄດ້ເຂົ້າພົບປະກັບ ທ່ານ ຫລີເຄີສຽງ ນາຍົກລັດຖະມົນຕີ ແຫ່ງ ສປຈີນ ທີ່ນະຄອນຫລວງປັກກິ່ງ ເພື່ອຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງສອງປະເທດ ຊຶ່ງໃນນັ້ນ ໄດ້ມີການປຶກສາຫາລື ກ່ຽວກັບການສ້າງທາງລົດໄຟ 2 ສາຍ ຢູ່ປະເທດເນປານ ທີ່ຈີນຈະເປັນຜູ້ສະໜັບສະໜູນ ໃຫ້ບໍລິສັດເອກະຊົນຂອງຈີນ ເຂົ້າໄປສຶກສາແຜນການກໍ່ສ້າງ.

ນອກຈາກນັ້ນ ລັດຖະບານທັງສອງປະເທດ ຍັງໄດ້ລົງນາມຂໍ້ຕົກລົງຮ່ວມກັນ 10 ຂໍ້ ຊຶ່ງລວມມີແຜນການກູ້ຢືມເງິນ ເພື່ອສ້າງສະໜາມບິນແຫ່ງໃໝ່ ໃນເມືອງໂພຄາຣາ ແລະ ສຶກສາຄວາມເປັນໄປໄດ້ ກ່ຽວກັບໂຄງການສຳຫລວດບໍ່ນ້ຳມັນ ແລະ ອາຍແກັສທຳມະຊາດຢູ່ເນປານອີກດ້ວຍ.