Homeຂ່າວຕ່າງປະເທດ​ເປ​ໂຕ​ບຣາສ ບໍລິສັດ​ນໍ້າມັນ​ບຣາຊິນ​ແຈ້ງຂາດທຶນ 9,6 ຕື້​ໂດ​ລາ

​ເປ​ໂຕ​ບຣາສ ບໍລິສັດ​ນໍ້າມັນ​ບຣາຊິນ​ແຈ້ງຂາດທຶນ 9,6 ຕື້​ໂດ​ລາ

Published on

​ເປ​ໂຕ​ບຣາສ ບໍລິສັດ​ຜູ້ຜະລິດນ້ຳມັນ​ຂອງ​ລັດ​ຢູ່​ບຣາຊິນ​ແຈ້ງ​ຜົນ​ປະກອບ​ການ​ຂາດທຶນ​ຢ່າງ​ໜັກ​ນັບ​ຕັ້ງ​​ແຕ່​ກໍ່​ຕັ້ງ​ມາ ຊໍ້າ​ເຕີມ​ວິ​ກິດ​ການ​ເມືອງ.

​ເປ​ໂຕ​ບຣາສ ຊຶ່ງ​ເປັນ​ບໍລິສັດ​​ໃຫຍ່​ສຸດ​ຂອງ​ບຣາຊິນ​ແຈ້ງວ່າ ປີ​ທີ່​ຜ່ານ​ມາ​ຂາດທຶນ 9,6 ຕື້​ໂດ​ລາ​ສະຫະ​ລັດ ຫຼາຍ​ທີ່​ສຸດ​ນັບ​ຕັ້ງ​ແຕ່​ກໍ່​ຕັ້ງ​ໃນ​ປີ 1953 ​ແລະ ຂ​າດທຶນ​ເປັນ​ປີ​ທີ 2 ຕິດ​ຕໍ່​ກັນ ​ເນື່ອງ​ຈາກ​ລາຄາ​ນ້ຳມັນ​ໂລກ​ຫຼຸດ​ລົງ​ຢ່າງ​ໜັກ ​ເງິນ​ບຣາຊິນ​ອ່ອນ​ຄ່າ ​ແລະ ​ຄວາມໜ້າເຊື່ອຖືຂອງປະ​ເທດ​ຖືກ​ບໍລິສັດ​ຈັດ​ອັນ​ດັບ​ທັງ​ສາມ​​ແຫ່ງຫຼຸດ​ເປັນອັນ​ດັບ​ຕໍ່າ ປະທານ​ເຈົ້າ​ໜ້າ​ທີ່​ບໍລິຫານ​ກ່າວ​ວ່າ ປີ​ທີ່​ຜ່ານ​ມາ​ເປັນ​ປີ​ທີ່​ຍາກ​ລ້ຳ​ບາກ​ທີ່​ສຸດ ສຳລັບ​ອຸດສາຫະກຳ​ນ້ຳມັນ​ໂດຍ​ລວ​ມ ຂະນະ​ທີ່​ຄະນະສືບສວນ​ລະບຸ​ວ່າ ຄະນະ​ຜູ້​ບໍລິຫານ​ເປ​ໂຕ​ບຣາຄົບ​ຄິດ​ກັບ​ຜູ້​ຮັບ​ເໝົາ​ຄິດ​ເງິນ​ເກີນ​ຈິງ​ມາ​ເກືອບ​ທົດ​ສະ​ວັດ.

ຄະດີ​ສໍ້​ລາດ​ບັງ​ຫຼວງ​ຂອງ​ເປ​ໂຕບຣາສ ສ້າງ​ກະ​ແສ​ປະ​ທ້ວງບໍ່​ພໍ່​ໃຈ​ຕໍ່​ທ່ານ ດິລມ​າ ຣຸສ​ເຊ​ຟ ປະທານາທິບໍດີບຣາຊິນ ​ເຮັດ​ໃຫ້​ກຸ່ມສະໜັບສະໜູນ​ອອກ​ມາສະ​ແດງ​ພະລັງ​ເຊັ່ນ​ກັນ ສ້າງ​ຄວາມ​ແຕກ​ແຍກ​ຂຶ້ນ​ໃນ​ປະ​ເທດ​ທີ່​ມີ​ປະຊາກອນ 200 ລ້ານ​ຄົນ ​ແລະ ກຳລັງ​ຈະ​ເປັນ​ເຈົ້າພາບ​ມະຫະກຳ​ໂອ​ລິ​ມປິກ​ໃນ​ເດືອນ​ສິງຫາ​​ນີ້.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...