spot_img
Homeຂ່າວຕ່າງປະເທດນາຍົກລັດຖະມົນຕີລີບັງລາອອກຈາກຕຳແໜ່ງທ່າມກາງຄວາມຄຽດແຄ້ນຂອງປະຊາຊົນ

ນາຍົກລັດຖະມົນຕີລີບັງລາອອກຈາກຕຳແໜ່ງທ່າມກາງຄວາມຄຽດແຄ້ນຂອງປະຊາຊົນ

Published on

ເວັບໄຊຂ່າວ BBC ລາຍງານວ່າ ທ່ານນາຍົກລັດຖະມົນຕີ ອັສຊັນ ດິອັບ ໄດ້ປະກາດລາອອກຈາກຕຳແໜ່ງເມື່ອຄືນຂອງວັນທີ 10 ສິງຫາ ທ່າມກາງຄວາມຄຽດແຄ້ນຂອງປະຊາຊົນທີ່ເພີ່ມຂຶ້ນຈາກເຫດການລະເບີດຄັ້ງໃຫຍ່ໃນນະຄອນຫຼວງເບຣຸດເມື່ອວັນທີ 4 ສິງຫາທີ່ຜ່ານມາ.

ທອມ ແບດແມນ ນັກຂ່າວບີບີຊີປະຈຳພາກພື້ນຕະເວັນອອກກາງລະບຸວ່າ ໃນຕອນນີ້ ສະພາແຫ່ງຊາດຈະເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່ ເຊິ່ງຈະເປັນຂະບວນການທີ່ເຮັດໂດຍແບ່ງແຍກຕາມນິກາຍສາດສະໜາຕາມທຳນຽມ. ເຊິ່ງກ່ອນໜ້ານີ້ມີລັດຖະມົນຕີຢ່າງໜ້ອຍ 3 ຄົນ ປະກາດລາອອກຈາກຕຳແໜ່ງ ແຕ່ມີສຽງຮຽກຮ້ອງໃຫ້ຄະນະລັດຖະມົນຕີລາອອກທັງຄະນະ.

ຫຼາຍຝ່າຍໄດ້ກ່າວໂທດບັນດາຜູ້ນຳລີບັງວ່າເປັນຝ່າຍຜິດໃນເຫດການລະເບີດຄັ້ງນີ້ ຈາກການກະທຳທີ່ປະໝາດເລິນເລີ້, ການທຸຈະລິດ ແລະ ການບໍລິຫານງານທີ່ຜິດພາດ.

ທາງລັດຖະບານລີບັງປະເມີນວ່າ ເຫດການລະເບີດຄັ້ງນີ້ສ້າງຄວາມເສຍຫາຍມູນຄ່າກວ່າ 3 ພັນລ້ານໂດລາ ແຕ່ຄາດວ່າຄວາມເສຍຫາຍທາງເສດຖະກິດໂດຍລວມຂອງປະເທດອາດສູງເຖິງ 1.5 ໝື່ນລ້ານໂດລາ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...