spot_img
Homeຂ່າວຕ່າງປະເທດນາຍົກຣັດເຊຍ ປະກາດໂຈະຂໍ້ຕົກລົງນິວເຄລຍກັບອາເມຣິກາ ເພື່ອຕອບໂຕ້ມາດຕະການຂວ້ຳບາດ!

ນາຍົກຣັດເຊຍ ປະກາດໂຈະຂໍ້ຕົກລົງນິວເຄລຍກັບອາເມຣິກາ ເພື່ອຕອບໂຕ້ມາດຕະການຂວ້ຳບາດ!

Published on

​ສຳນັກຂ່າວຕ່າງປະເທດ ລາຍງານໃນວັນ​ທີ 5 ຕຸລາຜ່ານມານີ້ວ່າ ຣັດ​ເຊຍປະ​ກາດ​​ຈະ​ໂຈະ​ຂໍ້​ຕົກ​ລົງ​ດ້ານນິວ​ເຄລຍ ແລະ ການຄົ້ນ​ຄ້​ວາ​ພະ​ລັງ​ງານ​ນິວ​ເຄລຍ ທີ່ສອງຝ່າຍ​ໄດ້​ເຊັນ​ໃນ​ປີ 2013 ກັບສະຫະລັດອາເມຣິກາ ​ເພື່ອ​​ໂຕ້​ຕອບ​ກໍລະນີລັດຖະບານອາເມຣິກາ ນຳໃຊ້​​ມາດ​ຕະ​ການ​ຂວ້ຳບາດຣັດເຊຍ ກ່ຽວກັບບັນຫາອູແກຣນ.

ອີງຕາມເວັບໄຊ​ທາງ​ການຂອງລັດ​ຖະ​ບານຣັດ​ເຊຍ ໄດ້​ປະ​ກາດ​ດຳ​ລັດຂອງ ​ທ່ານ​ ດິມິທຣີ ເມດເວເດບ ນາ​ຍົກ​ລັດ​ຖະ​ມົນ​ຕີຣັດເຊຍ ຊຶ່ງໄດ້ລະບຸວ່າ ກ່ຽວກັບມາດຕະການຂວ້ຳບາດຂອງອາເມຣິກາຕໍ່ຣັດເຊຍ, ທາງຝ່າຍຣັດເຊຍຈະດຳເນີນການໂຈະ​ການ​ຮ່ວມ​ມື ລະຫວ່າງ ຣັດ​ເຊຍ-ອາ​ເມ​ຣິ​ກາ ໃນ​ຂົ​ງ​ເຂດ​ພະ​ລັງ​ງານນິວ​ເຄລຍ ຊຶ່ງຈະເຮັດໃຫ້ພົນ​ລະ​ເມືອງອາ​ເມ​ຣິກາທຸກຄົນ ຈະ​ບໍ່​ໄດ້ຮັບ​ອະ​ນຸ​ຍາດ​ໃຫ້​ເຂົ້າໄປ​ບັນ​ດາ​ຮ​າກ​ຖານດ້ານ​ນິວ​ເຄລຍ​ຂອງຣັດ​ເຊຍອີກຕໍ່ໄປ.
 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...