spot_img
Homeຂ່າວຕ່າງປະເທດນາຍົກຍີ່ປຸ່ນປະກາດຍຸບສະພາເພື່ອເລືອກຕັ້ງໃໝ່ ທັງທີ່ຫາກໍຮັບຕໍ່າແໜ່ງໄດ້ພຽງ 11 ມື້!!

ນາຍົກຍີ່ປຸ່ນປະກາດຍຸບສະພາເພື່ອເລືອກຕັ້ງໃໝ່ ທັງທີ່ຫາກໍຮັບຕໍ່າແໜ່ງໄດ້ພຽງ 11 ມື້!!

Published on

ໃນວັນທີ 14 ຕຸລາ 2021 ສໍານັກຂ່າວຕ່າງປະເທດ ໄດ້ລາຍງານວ່າ: ທ່ານ ຟູມິໂອະ ຄິຊິດະ ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດຍີ່ປຸ່ນໄດ້ປະກາດຍຸບສະພາ ພ້ອມກັບກໍານົດມື້ເລືອກຕັ້ງໃໝ່ໃນວັນທີ 31 ຕຸລາ 2021 ນີ້, ຫຼັງຈາກທີ່ທ່ານ ທ່ານ ຟູມິໂອະ ຄິຊິດະ ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີຄົນໃໝ່ໄດ້ພຽງ 11 ມື້ເທົ່ານັ້ນ.

ການຕັດສິນໃຈຍຸບສະພາຂອງນາຍົກໃນຄັ້ງນີ້ ເນື່ອງມາຈາກຕ້ອງການອາໄສຈັງຫວະທີ່ຝ່າຍຄ້ານທີ່ມີຄະແນນນິຍົມຈາກປະຊາຊົນກໍາລັງຕົກຕໍ່າ ແລະ ໃນຂະນະດຽວກັນປະຊາຊົນຊາວຍີ່ປຸ່ນກໍຕ້ອງການເຫັນໜ້າລັດຖະບານຄົນໃໝ່ທີ່ມີແຜນການທີ່ຊັດເຈນໃນການຫາທາງຍຸດຕິການລະບາດຂອງພະຍາດໂຄວິດ-19 ເພື່ອຈະໄດ້ກັບມາຟື້ນຟູເສດຖະກິດຂອງປະເທດອີກຄັ້ງໜຶ່ງ.

ກ່ອນໜ້ານີ້ໜັງສືພິມໃນປະເທດຍີ່ປຸ່ນໄດ້ສໍາຫຼວດຄວາມຄິດເຫັນຂອງປະຊາຊົນຊາວຍີ່ປຸ່ນ ແລະ ພົບວ່າ 48% ຂອງປະຊາຊົນຕ້ອງການໃຫ້ລັດຖະບານເຮັດວຽກຄວບຄຸມການລະບາດຂອງພະຍາດໂຄວິດ-19 ເປັນອັນດັບທໍາອິດ, ຮອງລົງມາກໍຄືການຟື້ນຟູເສດຖະກິດ ແລະ ອັນດັບທີສາມກໍຄື ການແກ້ໄຂບັນຫາເລື່ອງການຈ້າງງານ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...