ນາງ ຄຳ​ວາງ ວັນນະ​ວົງ ປູກ​ຜັກ​ອິນ​ຊີ​ຂາຍ ລາຍ​ໄດ້​ບໍ່​ຫລຸດ 5 ແສນ​ກີບ​ຕໍ່​ອາດ​ທິດ!

20150424095605

ນາງ ຄຳ​ວາງ ວັນນະ​ວົງ ປະຊາ​ຊົນ​ບ້ານ​ໂພນ​ແກ້ວ ເມືອງ​ນາຊາຍ​ທອງ ນະຄອນຫຼວງ​ວຽງ​ຈັນ ເຮັດ​ອາຊີບປູກຝັງ-ລ້ຽງສັດ​ມາຫຼາຍ​ປີ​ແລ້ວ ໃນ​ເມື່ອ​ກ່ອນ​ການຜະລິດ ​ແມ່ນ​ເຮັດ​ພໍ​ກຸ້ມ​ຢູ່​ກຸ້ມ​ກິນເທົ່າ​ນັ້ນ ສ່ວນ​ໃຫຍ່​ແມ່ນ​ໃສ່​ຝຸ່ນເຄ​ມີ ເຊິ່ງ​ໃຊ້​ຕົ້ນ​ທຶນ​ສູງ ອີກ​ທັງເຮັດ​ໃຫ້​ສຸຂະພາບ​ບໍ່​ຄ່ອຍ​ແຂງແຮງ.

ພາຍຫຼັງ​ທີ່​ມີ​ໂຄງການ​ສົ່ງເສີມ​ການ​ຜະລິດ ພືດ​ຜັກ​ປອດສານພິດ ແລະ ໄດ້​ເລີ່ມ​ເຂົ້າ​ຮ່ວມໂຄງການ​ມາ​ແຕ່ 2010 ໃນ​ເບື້ອງຕົ້ນ​ມີ​ພຽງ 5 ຄອບຄົວ​ເທົ່າ​ນັ້ນ ທີ່ເຂົ້າ​ຮ່ວມ​ໂຄງການ ແຕ່​ພໍ​ເຫັນວ່າ ການ​ປູກ​ພືດ​ຜັກ​ອິນ​ຊີ​ມີ​ຜົນ​ດີຫຼາຍ​ຢ່າງ ເປັນຕົ້ນ​ປະຢັດ​ຕົ້ນ​ທຶນດີ​ຕໍ່​ສຸຂະພາບ ທັງ​ຜູ້​ຜະລິດ ແລະ ຜູ້​ບໍລິໂພກ ອີກ​ທັງ​ເປັນ​ການ​ສົ່ງເສີມ​ການ​ຜະລິດ​ເປັນ​ສິນຄ້າ ສ້າງລາຍ​ຮັບ​ໃຫ້​ຄອບຄົວ​ອາທິດ​ໜຶ່ງ 7-8 ແສນ​ກີບ ເພາະ​ໃນ​ແຕ່​ລະອາທິດ ກໍ່​ຈະ​ໄດ້​ນຳ​ເອົາ​ຜົນ​ຜະລິດ​ຂອງ​ຕົນ​ມາ​ວາງ​ຈຳໜ່າຍ ​ຢູ່ຕະຫຼາດນັດພັກ​ປອດ​ສານພິດ ຢູ່​ສ່ວນ​ເຈົ້າຟ້າ​ງຸ່ມ ແລະ ເດີ່ນທາດຫຼວງ ປັດຈຸບັນ ສະມາຊິກຂອງ​ກຸ່ມ​ບ້ານ​ໂພນ​ແກ້ວ​ເພີ່ມ​ຂຶ້ນເປັນ 14 ຄອບຄົວ ແຕ່​ລະ​ຄອບຄອບ​ມີ​ລາຍ​ໄດ້​ຈາກ​ຜົນ​ຜະລິດບໍ່ຫຼຸດ 5 ແສນ​ກີບ​ຕໍ່​ອາທິດ.

 

ແຫລ່ງ​ຂ່າວ​: ວຽງ​ຈັນ​ໃໝ່