spot_img
Homeມຸມຂ່າວ AECນາຍົກລັດຖະມົນຕີ ສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 26 ທີ່ມາເລເຊຍ

ນາຍົກລັດຖະມົນຕີ ສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 26 ທີ່ມາເລເຊຍ

Published on

26 th asean summit

ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ແຫ່ງ ​ສປປ ລາວ ພ້ອມ​ດ້ວຍ​ຄະນະ ໄດ້​ສຳເລັດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 26 ເຊິ່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 27 ເມສາ 2015 ທີ່​ກົວ​ລາ​ລຳ​ເປີ ແລະ ລັງກາ​ລີ ປະເທດ​ມາ​ເລ​ເຊຍ.

ໃນ​ກອງ​ປະຊຸມ ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ໄດ້​ຮ່ວມ​ກັບ​ບັນດາ​ຜູ້ນຳ​ອາ​ຊຽນ ທົບ​ທວນຄືນ​ຄວາມ​ຄືບ​ໜ້າ ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ສຳເລັດ ພາຍ​ໃນ​ປີ 2015 ໂດຍ​ສະເພາະ​ແມ່ນ ​ການຈັດຕັ້ງ​ປະຕິບັດ​ແຜນ​ແມ່​ບົດ​ຂອງ​ສາມ​ເສົາຄ້ຳ​ປະຊາ​ຄົມ​ອາ​ຊຽນ (ປະຊາ​ຄົມ​ການເມືອງ-ຄວາມ​ໝັ້ນຄົງ​ອາ​ຊຽນ ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ແລະ ປະຊາ​ຄົມ​ວັດທະນະທຳ-ສັງຄົມ​ອາ​ຊຽນ) ບັນດາ​ຜູ້ນຳ​ອາ​ຊຽນ​ເຫັນ​ວ່າ ດ້ວຍ​ຄວາມ​ພະຍາຍາມ​ຮ່ວມ​ກັນ ອາ​ຊຽນ​ຈະ​ສາມາດ​ປະກາດ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ ໃນ​ທ້າຍ​ປີ 2015 ນີ້.

ບັນດາ​ຜູ້ນຳ​ອາ​ຊຽນ ຍັງ​ໄດ້​ສະແດງ​ຄວາມ​ຍິນ​ດີ​ຕໍ່​ຄວາມ​ຄືບ​ໜ້າ ໃນ​ການ​ຮ່າງ​ວິໄສ​ທັດ​ປະຊາ​ຄົມ​ອາ​ຊຽນ ຫຼັງ 2015 ແລະ ແຜນ​ປະຕິບັດ​ງານ ເພື່ອ​ຈັດ​ຕັ້ງ​ປະຕິບັດ​ວິໄສ​ທັດ​ດັ່ງກ່າວ ແນໃສ່​ສືບຕໍ່​ສ້າງ​ປະຊາ​ຄົມ​ອາ​ຊຽນ ໃຫ້​ເຂັ້ມແຂງ ແລະ ຈະເລີນ​ກ້າວໜ້າ ອາ​ຊຽນ​ຈະ​ຮ່າງ​ວິໄສ​ທັດ​ດັ່ງກ່າວ​ໃຫ້​ສຳເລັດ ເພື່ອ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 27 ໄດ້​ພິຈາລະນາ​ຮັບຮອງ​ເອົາ​ໃນ​ທ້າຍ​ປີ 2015 ນີ້.

ບັນດາ​ຜູ້ນຳ​ອາ​ຊຽນ ໄດ້​ສະແດງ​ຄວາມ​ຍິນ​ດີ​ຕໍ່​ການ​ຮ່ວມ​ມື​ຂອງ​ອາ​ຊຽນ ກັບ​ບັນດາ​ຄູ່​ເຈລະຈາ​ຂອງ​ຕົນ ທີ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ເທື່ອ​ລະ​ກ້າວ ອັນ​ໄດ້​ປະກອບສ່ວນ​ສຳຄັນ ເຂົ້າ​ໃນ​ຂະ​ບວນ​ການ​ສ້າງ​ປະຊາຄົມ​ອາ​ຊຽນ ກໍ່​ຄືການ​ປົກ​ປັກ​ຮັກສາ ແລະ ​ສົ່ງເສີມ​ສັນຕິພາບ ສະຖຽນ​ລະ​ພາບ ແລະ ​ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາໃນ​ພາກ​ພື້ນ ແລະ ໃນ​ໂລກ​ໂດຍ​ລວມ ແລະ ເຫັນ​ດີ​ໃຫ້​ສືບຕໍ່​ເສີມ​ຂະຫຍາຍ​ໝາກຜົນ​ທີ່​ຍາດ​ມາ​ໄດ້.

ບັນດາ​ຜູ້ນຳ​ອາ​ຊຽນ ເຫັນ​ວ່າຄວາມ​ເປັນ​ແກນ​ກາງຂອງ​ອາ​ຊຽນ​ມີ​ຄວາມ​ສຳຄັນ ແລະ ​ເຫັນ​ດີ​ໃຫ້​ສືບຕໍ່​ຮັດແໜ້ນ​ບົດບາດ​ຄວາມ​ເປັນ​ແກນ​ກາງຂອງ​ອາ​ຊຽນ ໃນ​ໂຄງ​ສ້າງ​ພາກ​ພື້ນ ໂດຍ​ຜ່ານ​ບັນດາ​ກົນ​ໄກທີ່​ອາ​ຊຽນ​ເປັນ​ຜູ້​ລິ​ເລີ່ມ ຄື: ອາ​ຊຽນ+1 ອາ​ຊຽນ+3 ເວທີ​ພາກ​ພື້ນ​ອາ​ຊຽນ ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະເທດ​ອາ​ຊຽນ​ບວກ ແລະ ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາເວັນ​ອອກ.

ນອກຈາກ​ນີ້ ບັນດາ​ຜູ້ນຳ​ອາ​ຊຽນ ​ຍັງ​ໄດ້​ປຶກສາ​ຫາລື​ເພື່ອ​ຊອກ​ຫາ​ວິທີ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ ທີ່​ປະ​ເຊີນ​ໜ້າ​ກັບ​ອາ​ຊຽນ ເຊັ່ນ: ຜົນ​ກະທົບ​ຈາກ​ວິ​ກິດ​ການ​ທາງ​ດ້ານ​ການ​ເງິນ ແລະ​ ເສດຖະກິດ ການ​ບັນເທົາ​ທຸກ​ໄພ​ພິບັດ ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ ແລະ ໄດ້​ແລກປ່ຽນ​ຄຳ​ຄິດ​ເຫັນ​ກ່ຽວ​ກັບ​ບັນຫາ​ພາກ​ພື້ນ ແລະ ສາກົນ​ທີ່​ພົ້ນ​ເດັ່ນ ທີ່​ມີ​ຄວາມ​ສົນໃຈ​ຮ່ວມ​ກັນ.

ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 26 ໄດ້​ຮັບຮອງ​ເອົາ 3 ຖະແຫຼງການຄື: ຖະແຫຼງການ​ກົວ​ລາ​ລຳ​ເປີ ວ່າ​ດ້ວຍ​ອາ​ຊຽນ​ຕາມ​ທິດ​ປະຊາຊົນ ແລະ ປະຊາຊົນ​ເປັນ​ແກນ​ກາງ ຖະແຫຼງການ​ລັງກາ​ວີ ວ່າ​ດ້ວຍ​ຂະ​ບວນ​ການ​ເດີນ​ສາຍ​ກາງຂອງ​ໂລກ ແລະ ​ຖະແຫລງການ​ວ່າ​ດ້ວຍ​ການ​ສ້າງ​ຄວາມ​ພ້ອມ​ຂອງ​ອາ​ຊຽນ ກໍ່​ຄື​ຊຸມ​ຊົນ ແລະ ປະຊາຊົນ​ອາ​ຊຽນ ໃນ​ການ​ຮັບ​ມື​ກັບ​ໄພພິບັດ ແລະ ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ.

ໃນ​ໂອກາດ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້ ບັນດາ​ຜູ້ນຳ​ອາ​ຊຽນ​ຍັງ​ໄດ້​ພົບ​ປະ​ກັບ 4 ພາກສ່ວນຄື: ລັດ​ຖະ​ສະພາ​ລະຫວ່າງ​ລັດຖະບານ​ອາ​ຊຽນ (AIPA) ສະພາ​ທີ່​ປຶກສາ​ທຸລະ​ກິດອາ​ຊຽນ (ABAC) ບັນດາ​ຜູ້ຕາງໜ້າ​ຊາວ​ໜຸ່ມ​ອາ​ຊຽນ ແລະ ບັນດາ​ຜູ້ຕາງໜ້າ​ອົງ​ການຈັດຕັ້ງ​ສັງຄົມ​ພົນ​ລະ​ເຮືອນ​ອາ​ຊຽນ (CSOs).

ໃນ​ຕອນ​ຄ່ຳ​ຂອງ​ວັນ​ດຽວ​ກັນ ກໍ່​ໄດ້​ມີ​ພິທີ​ປິດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 26 ຢ່າງ​ເປັນ​ທາງ​ການ ທີ່​ເກາະ​ລັງກາ​ວີ ແລະ ພາຍຫຼັງ​ພິທີ​ປິດ ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ລາວ ກໍ່​ໄດ້​ເດີນທາງ​ກັບ​ຄືນ​ສູ່​ນະຄອນຫຼວງ​ວຽງ​ຈັນ ດ້ວຍ​ຄວາມ​ສະຫວັດດີ​ພາບ ໂດຍ​ຖ້ຽວ​ບິນ​ພິເສດ​ຂອງ​ສາຍ​ການບິນ​ລາວ.

​ສປປ ລາວ ຈະ​ເປັນ​ເຈົ້າພາບ ແລະ ເປັນ​ປະທານ​ອາ​ຊຽນ ໃນ​ປີ 2016 ເຊິ່ງ​ເປັນ​ປີ​ທຳ​ອິດ​ຂອງ​ປະຊາ​ຄົມ​ອາ​ຊຽນ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...