spot_img
Homeຂ່າວທ້ອງຖິ່ນນາງສັງຂານປະຈຳປີ 2016 ຂອງ ເມືອງ ຈຳພອນ ແຂວງສະຫວັນນະເຂດ

ນາງສັງຂານປະຈຳປີ 2016 ຂອງ ເມືອງ ຈຳພອນ ແຂວງສະຫວັນນະເຂດ

Published on

ໄດ້ແລ້ວນາງສັງຂານປະຈຳປີ 2016 ຂອງ ເມືອງ ຈຳພອນ

ເພື່ອເປັນການສືບຕໍ່ ແລະ ເສີມສ້າງປະເພນີວັດທະນະທຳອັນດີງາມຂອງຊາດລາວເຮົາທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ແລະ ຮັກສາໄວ້ໃຫ້ລູກຫຼານຮຸ່ນສືບທອດໄດ້ປະຕິບັດຕາມ ດັ່ງນັ້ນມາໃນຕອນຄ່ຳຂອງວັນທີ 12 ມີນາ 2016 ທີ່ງານບຸນພະເຫວດສັນດອນ ວັດແກ້ງກອກທົ່ງ ເມືອງ ຈຳພອນ ໄດ້ຈັດໃຫ້ມີງານປະກວດນາງສັງຂານປະຈຳປີ 2016 ຂຶ້ນຢ່າງເປັນທາງການ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີທົນ ນັນທະລາດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ເມືອງ ຈຳພອນ, ມີທ່ານ ນາງ ດາວວອນ ໄຊສຸລຽນ ກຳມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ສະຫວັນນະເຂດ ພ້ອມດ້ວຍຄະນະ, ໂດຍມີບັນດາພະນັກງານ, ກຳມະການຈັດງານ, ເຖົ້າແກ່ແນວໂຮມ, ພໍ່ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມຢ່າງຫຼວງຫຼາຍ.

ໂອກາດນີ້ທ່ານ ສີທົນ ນັນທະລາດ ໄດ້ໃຫ້ຮູ້ກ່ຽວກັບການຈັດງານໃນຄັ້ງນີ້ວ່າ: ການຈັດງານໃນຄັ້ງນີ້ກໍ່ເພື່ອເປັນການຄັດເລືອກເອົານາງສາວທີ່ເຫັນວ່າມີຄຸນສົມບັດ, ຄວາມຮູ້ຄວາມສາມາດເວົ້າສະເພາະກໍ່ແມ່ນເພື່ອເຜີຍແຜ່ວັດທະນະທຳອັນດີງາມຂອງແມ່ຍິງລາວໃຫ້ສັງຄົມອ້ອມຂ້າງໄດ້ຮັບຮູ້ ພ້ອມດຽວກັນນັ້ນຜູ້ທີ່ຊະນະເລີດກໍ່ຈະໄດ້ຮັບເລືອກເປັນນາງສັງຂານຂອງເມືອງ ຈຳພອນ ແລະ ເວົ້າສະເພາະກໍ່ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນໃຫ້ແກ່ວັນສຳຄັນຂອງຊາດ ກໍ່ຄືການເລືອກຕັ້ງ ສສຊ ຊຸດທີ່ VIII ແລະ ສສຂ ໃນວັນທີ 20 ມີນາ ທີ່ຈະມາເຖິງນີ້ ໃຫ້ເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ.

ໂອກາດດັ່ງກ່າວກໍ່ມີພາກສ່ວນຕ່າງໆ ກຸ່ມບ້ານພາຍໃນເມືອງ ຈຳພອນ ສົ່ງນາງສາວເຂົ້າປະກວດປະກອບມີ 27 ນາງສາວ, ເລືອກເອົາ 7 ນາງສາວ, ສຳລັບນາງສາວທີ່ຖືກຄັດເລືອກຈາກຄະນະກຳມະການເປັນນາງສັງຂານຜູ້ທີ່ 1 ໄດ້ແກ່ ນາງ ຈັນມະນີ ຄົມລັດສະໝີ ນ້ຳເບີ 1 ໄດ້ຮັບລາງວັນເງິນສົດ 5 ລ້ານກີບ, ນາງ ຂັນທະສອນ ອິນຊີຊຽງໃໝ່ ເບີ 26 ໄດ້ຮັບເງິນສົດ 3 ລ້ານກີບ ແລະ ນາງ ແດນດຳດວນ ລາດສະຫວ່າງ ນ້ຳເບີ 18 ໄດ້ຮັບເງິນສົດ 1 ລ້ານ 5 ແສນກີບ, ສຳລັບນາງ ດ໋ອນລີ້ ບຸນຍະເດດ ເບີ 16 ໄດ້ອັນດັບທີ 4 ເງິນສົດ 1 ລ້ານກີບ, ນາງ ລັດຕະນະ ທະວີພຽນ ເບີ 8 ອັບດັບ 5 ໄດ້ເງິນສົດ 8 ແສນກີບ, ນາງ ບຸນຕັ້ງ ວົງພະຈັນ ເບີ 5 ໄດ້ອັນດັບ 6 ໄດ້ຮັບເງິນສົດ 7 ແສນກີບ ແລະ ນາງ ພອນສະໄໝ ເກດແກ້ວພົມພອນ ເບີ 22 ໄດ້ອັນດັບ 7 ໄດ້ຮັບເງິນສົດ 5 ແສນກີບ. ເປັນກຽດມອບສາຍສະພາຍພ້ອມເງິນລາງວັນ ໂດຍທ່ານ ສີທົນ ນັນທະລາ ມອບໃຫ້ຢ່າງສົມກຽດ. ແລະ ຫົວໜ້າພະແນກ ຖວທ ແຂວງ.

ແຫລ່ງຂ່າວຈາກ: ໜັງສືພິມ ສະຫວັນພັດທະນາຂ່າວ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...