spot_img
Homeຂ່າວພາຍ​ໃນນັບແຕ່ວັນທີ 1 ພະຈິກນີ້ໄປ ຫວຍຈະອອກພຽງອາທິດລະ 2 ຄັ້ງ

ນັບແຕ່ວັນທີ 1 ພະຈິກນີ້ໄປ ຫວຍຈະອອກພຽງອາທິດລະ 2 ຄັ້ງ

Published on

ອີງຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງການເງິນ, ອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະອີງຕາມການເຫັນດີເປັນເອກະພາບກັນຂອງຄະນະອຳນວຍການ ບໍລິສັດລັດວິສາຫະກິດຫວຍພັດທະນາ…

ບໍລິສັດລັດວິສາຫະກິດຫວຍພັດທະນາຈຶ່ງແຈ້ງວ່າ ນັບຕັ້ງແຕ່ວັນທີ 1 ພະຈິກ 2016 ເປັນຕົ້ນໄປ ບໍລິສັດລັດວິສາຫະກິດຫວຍພັດທະນາຈະໄດ້ອອກເລກລາງວັນ 2 ຄັ້ງຕໍ່ອາທິດທໍ່ນັ້ນ ໂດຍກຳນົດເອົາທຸກວັນຈັນແລະວັນພະຫັດເປັນມື້ອອກເລກລາງວັນຫວຍພັດທະນາ (ກໍລະນີວັນອອກເລກຫາກຖືກວັນພັກລັດຖະການແມ່ນໃຫ້ເລື່ອນໄປອອກໃນມື້ລັດຖະການຕໍ່ໄປ) ແລະຢຸດເຊົາການພິມຈຳໜ່າຍແລະອອກຫວຍລະດົມທຶນຂອງທຸກວັນພຸດ.

ກ່ອນໜ້ານີ້ ໄດ້ມີຫາງສຽງຈາກສັງຄົມຈົ່ມວ່າ ເລື່ອງການອອກເລກລາງວັນຫວຍພັດທະນາຖີ່ເກີນໄປ ຄ້າຍຄືເປັນການເບື່ອເມົາສັງຄົມ ເຮັດໃຫ້ປະຊາຊົນມົວເມົາຢູ່ກັບການສ່ຽງໂຊກສ່ຽງຄວາມຝັນ ເຫັນໂຕສັດຜ່ານໜ້າ ຫຼືຝັນເຫັນຫຍັງ ກໍຕ້ອງຕີເປັນເລກທັງນັ້ນ. ລວມທັງການອອກເລກທີ່ບໍ່ມີການຖ່າຍທອດສົດທາງໂທລະພາບ ເຊິ່ງເຮັດໃຫ້ລູກຄ້າຕັ້ງຂໍ້ສົງໄສວ່າອາດຈະບໍ່ມີຄວາມໂປ່ງໃສໃນການອອກເລກຫວຍລາງວັນໃນແຕ່ລະຄັ້ງ.

14906878_873514259416717_2970754894004675636_n

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...