spot_img
Homeຂ່າວຕ່າງປະເທດນັກໂທດ ລອດຈາກໂທດປະຫານໂດຍການສັກຢາພິດເຂົ້າຮ່າງກາຍ 18 ເທື່ອ ສຸດທ້າຍເສຍຊີວິດຍ້ອນໂຄວິດ-19

ນັກໂທດ ລອດຈາກໂທດປະຫານໂດຍການສັກຢາພິດເຂົ້າຮ່າງກາຍ 18 ເທື່ອ ສຸດທ້າຍເສຍຊີວິດຍ້ອນໂຄວິດ-19

Published on

ທ້າວ ໂລເມວ ບຣູມ (Romell Broom) ເຊິ່ງຖືກໂທດປະຫານຊີວິດຈາກຄະດີລັກພາຕົວ ຂົ້ມຂື່ນ ແລະ ຂ້າເດັກນ້ອຍ ໃນປີ 1984. ເຮັດໃຫ້ ທ້າວ ໂລເມວ ຕ້ອງຢູ່ໃນຄ້າຍຄຸມຂັງ ໃນລັດໂອໄຮໂອ ສະຫະລັດອາເມຣິກາ ດົນເຖິງ 24 ປີ ແລະ ມີກຳນົດຖືກປະຫານຊີວິດ ເມື່ອ ວັນທີ 15 ກັນຍາ ປີ 2009.

ເມື່ອຮອດມື້ປະຫານ ເຈົ້າໜ້າທີ່ໄດ້ຊອກຫາເສັ້ນເລືອດທີ່ຈະສັກຢາພິດເຂົ້າ ແຕ່ບໍ່ເຫັນ ເຖິງວ່າ ທ້າວ ໂລເມວ ຈະໃຫ້ຄວາມຮ່ວມມື ບໍ່ວ່າຈະຍົກແຂນ ເໜັງມື, ແຕ່ກໍຍັງບໍ່ເຫັນເສັ້ນເລືອດ ທີ່ເໝາະກັບການສັກຢາພິດ ເພື່ອໃຫ້ເຂົ້າທົ່ວຮ່າງກາຍ.

ຕໍ່ມາຄັ້ງທີ່ 2 ໃນວັນທີ 22 ກັນຍາ ປີ 2009, ແຕ່ເຈົ້າໜ້າທີ່ກໍ່ຍັງບໍ່ສາມາດເຮັດໃຫ້ລາວເສຍຊີວິດ ແບບບໍ່ທໍລະມານໄດ້ ເຊິ່ງທ້າວ ໂລເມວ ຖືກເຂັມແທງ ລວມ 18 ເທື່ອ ເຮັດໃຫ້ແຂນ ແລະ ຂາ ເຕັມໄປດ້ວຍຮອຍເຂັມ ແຕ່ກໍ່ຍັງບໍ່ເສຍຊີວິດ.

ຈົນມາຮອດ ວັນທີ 17 ມີນາ ປີ 2020 ເຊິ່ງໄດ້ກຳນົດມື້ປະຫານຊີວິດ ໂດຍການສັກຢາໃຫ້ທ້າວ ໂລເມວ ອີກຄັ້ງ, ແຕ່ກໍ່ຕ້ອງໄດ້ເລື່ອນໄປກ່ອນ ເພາະປີນັ້ນຂາດແຄນຢາ ທີ່ຈຳເປັນຕ້ອງໃຊ້ ເລີຍເຮັດໃຫ້ ທ້າວ ໂລເມວ ລອດຊີວິດ ຈາກການປະຫານໄປອີກຄັ້ງໜຶ່ງ ແລະ ເລື່ອນເວລາໄປເປັນປີ 2022 ແທນ.

ຫຼັງຈາກທີ່ໂຄວິດ-19 ໄດ້ແຜ່ລະບາດທົ່ວໂລກ ແລະ ມີລາຍງານວ່າ ທ້າວ ໂລເມວ ໄດ້ເສຍຊີວິດ ເມື່ອ ວັນທີ 28 ທັນວາ ປີ 2020 ທີ່ຜ່ານມາ, ໂດຍມີອາຍຸ 64 ປີ ໂດຍທາງຄ້າຍຄຸມຂັງໄດ້ລົງຊື່ໃນບັນຊີນັກໂທດ ທີ່ຄາດວ່າ ເສຍຊີວິດຈາກການຕິດເຊື້ອໂຄວິດ-19.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...