spot_img
Homeຂ່າວຕ່າງປະເທດນັກໂທດປາເລສໄຕ໌ 6 ຄົນ ຂຸດພື້ນຫ້ອງນໍ້າ ໜີອອກຈາກຄຸກ

ນັກໂທດປາເລສໄຕ໌ 6 ຄົນ ຂຸດພື້ນຫ້ອງນໍ້າ ໜີອອກຈາກຄຸກ

Published on

ເວັບໄຊ້ Thairath ໄດ້ລາຍງານວ່າ: ໃນວັນທີ 6 ກັນຍາ 2021 ທີ່ຜ່ານມາໄດ້ມີນັກໂທດຊາວປາເລສໄຕ໌ຈໍານວນ 6 ຄົນ ລົບໜີອອກຈາກຄຸກກິວໂບອາທາງພາກເໜືອຂອງປະເທດອິດສະລາແອນ ທີ່ມີລະບົບການຮັກສາຄວາມປອດໄພສູງທີ່ສຸດ ໂດຍນັກໂທດກຸ່ມນີ້ໄດ້ໃຊ້ເວລາຫຼາຍກວ່າ 1 ປີ ໃນການລັກຂຸດຂຸມພາຍໃນຫ້ອງນໍ້າໃຫ້ເປັນທາງອອກໃຫ້ເຊື່ອມຕໍ່ກັບອຸໂມງໂຄງສ້າງຂອງຄຸກ ແລະ ກໍພາກັນໜີອອກໄປ.

ທາງດ້ານຕໍາຫຼວດຂອງອິດສະລາແອນໄດ້ເປີດເຜີຍວ່າ ຕອນທໍາອິດບໍ່ມີໃຜຮູ້ວ່າມີນັກໂທດລັກໜີອອກໄປ ຈົນໄດ້ຮັບແຈ້ງຈາກຊາວນາຄົນໜຶ່ງທີ່ພົບເຫັນຊາຍ 6 ຄົນນຸ່ງຊຸດນັກໂທດ ແລ່ນຜ່ານທົ່ງນາໄປ ແລະ ທາງດ້ານຕໍາຫຼວດກໍໄດ້ອອກຄໍາສັ່ງໃຫ້ປິດເສັ້ນທາງທຸກສາຍ ເພື່ອຄົ້ນຫານັກໂທດທັງ 6 ຄົນ.

ສ່ວນທາງດ້ານວິທະຍຸຂອງກອງທັບອິດສະລາແອນໄດ້ຄາດການວ່ານັກໂທດທີ່ຫຼົບໜີອາດຈະໄດ້ຮັບຄວາມຊ່ວຍເຫຼືອຈາກບຸກຄົນພາຍນອກ ແລະ ເຊື່ອວ່ານັກໂທດຈະໜີເຂົ້າໄປໃນເມືອງເຈນີນ ເຊິ່ງເປັນພື້ນທີ່ຮັບຮອງຂອງທາງການປາເລສໄຕ໌.

ນອນຈາກນີ້, ໃນລາຍງານຍັງໄດ້ລະບຸວ່າ ໃນບັນດານັກໂທດທີ່ລົບໜີໄປແມ່ນມີອະດີດຫົວໜ້າພັກການເມືອງຟາຕາ ແລະ ອີກ 5 ຄົນທີ່ເປັນສະມາຊິກໃນຂະບວນການເຄື່ອນໄຫວຈີຮັດອິດສະລາມ ເຊິ່ງສ່ວນໃຫຍມີໂທດຕິດຄຸກຕະຫຼອດຊິວິດໃນຂໍ້ຫາພົວພັນກັບການໂຈມຕີອິດສະລາແອນໃນຊ່ວງເຫດການລຸກຂຶ້ນຕໍ່ສູ້ຂອງປະຊາຊົນຊາວປາເລສໄຕ໌ ໃນຊ່ວງຕົ້ນປີ ຄສ 2000.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...