ນັກຮ້ອງໜຸ່ມເກົາຫຼີໃຕ້ “ຊີວອນ” ສະມາຊິກວົງ “Super Junior” ເດີນທາງມາຊ່ວຍຜູ້ປະສົບໄພທີ່ອັດຕະປື

ເມື່ອວັນທີ 2 ສິງຫາ 2018 ນັກຮ້ອງໜຸ່ມຊື່ດັງຈາກເກົາຫຼີໃຕ້ “ຊີວອນ” ສະມາຊິກວົງ “Super Junior” ໄດ້ເດີນທາງຈາກສະໜາມບິນອຸດອນ ເດີນທາງມາທີ່ປະເທດລາວ ເພື່ອເຂົ້າຮ່ວມພາລະກິດຊ່ວຍເຫຼືອຜູ້ປະສົບໄພພິບັດເຫດຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ເມືອງສະໜາມໄຊ ແຂວງ ອັດຕະປື ໃນວັນທີ 4 ສິງຫາ 2018

ໂດຍ ຊີວອນ ໄດ້ເປັນອາສາສະໝັກໃຫ້ກັບອົງການ  UNICEF ໃນໂຄງການ ‘SMile for U’ ມາຕັ້ງແຕ່ປີ 2012 ຕະຫຼອດໄລຍະທີ່ຜ່ານມາເຂົາເດີນທາງໄປຫຼາຍປະເທດເພື່ອນເຮັດວຽກເປັນອາສາກັບທາງໂຄງການ ບໍ່ແປກໃຈເລີຍວ່າເຫດໃດເຂົາຈິ່ງເປັນທີ່ຮັກຂອງຄົນໃນສັງຄົມ ເພາະນອກຈາກຫລໍ່, ລວຍ, ຮ້ອງເພງເກັ່ງ, ເຕັ້ນເກັ່ງ, ສະແດງລະຄອນໄດ້ດີ, ຫຼິ້ນກີລາກໍ່ເກັ່ງ, ຫຼິ້ນເຄື່ອງດົນຕີໄດ້ຫຼາຍປະເພດ ແລະ ມີຄວາມສາມາດອື່ນໆອີກຫຼາກຫຼາຍແລ້ວ ຈິດໃຈເຂົາກໍ່ດີງາມສົມກັບຮູບຮ່າງໜ້າຕາ