Homeຂ່າວຕ່າງປະເທດ“ ສະຕາບັກ ” ຈັບມື “ ອາລີບາບາ ” ບຸກຕະຫຼາດເດລີເວີຣີໃນຈີນ

“ ສະຕາບັກ ” ຈັບມື “ ອາລີບາບາ ” ບຸກຕະຫຼາດເດລີເວີຣີໃນຈີນ

Published on

ນັກຂ່າວຕ່າງປະເທດລາຍງານຈາກເມືອງ ຊຽງໄຮ້, ປະເທດຈີນ ເມື່ອວັນທີ 2 ສິງຫາ ວ່າ ທ່ານ ເຄວິນ ຈອນສັນ ປະທານຄະນະເຈົ້າໜ້າທີ່ບໍລິຫານ ( CEO ) ຂອງສະຕາບັກ ໄດ້ອອກມາກ່າວເມື່ອວັນພຸດທີ່ຜ່ານມານີ້ ເລື່ອງການບັນລຸຂໍ້ຕົກລົງກັບປະທານບໍລິສັດ ອາລີບາບາ ຜູ້ໃຫ້ບໍລິການດ້ານທຸລະກິດ ອີຄອມເມີສ ລາຍໃຫຍ່ຂອງຈີນ ເພື່ອເພີ່ມໂອກາດໃຫ້ກັບເຄືອຂ່າຍຮ້ານກາເຟລາຍໃຫຍ່ລະດັບໂລກຂອງສະຫະລັດ ໃນການເຂົ້າເຖິງຕະຫຼາດຜູ້ບໍລິໂພກແດນມັງກອນ ທີ່ກະແສການສົ່ງອາຫານແບບເຖິງໜ້າປະຕູບ້ານ ຫຼື ເດລີເວຣີກໍາລັງໄດ້ຮັບຄວາມນິຍົມເພີ່ມຂຶ້ນ.

ທັ້ງນີ້ ພາຍໃຕ້ຂໍ້ຕົກລົງລະຫວ່າງທັງ 2 ບໍລິສັດລະບຸວ່າ ເຄື່ອງດື່ມ ແລະ ອາຫານຂອງສະຕາບັກທີ່ວາງຈໍາໜ່າຍຕາມສາຂາໃນຈີນ ຈະມີບໍລິການສົ່ງແບບ ເດລີເວຣີໂດຍ ບໍລິສັດ “ ເອລ ດອດ ມີ ” ຫຼື “ ເອເລີ້ມີ” ( ele.me ) ທີ່ຢູ່ໃນເຄືອຂອງ ອາລີບາບາ ເຊິ່ງບໍລິການດັ່ງກ່າວຈະເລີ່ມຂຶ້ນໃນລະດູໃບໄມ້ຫຼົ່ນປີນີ້ ໂດຍມີ ປັກກິ່ງ ແລະ ຊຽງໄຮ້ເປັນພື້ນທີ່ນໍາທາງ.

ປັດຈຸບັນນີ້, ສະຕາບັກ ມີສາຂາຫຼາຍກວ່າ 3,400 ແຫ່ງ ໃນເກືອບ 140 ເມືອງທົ່ວຈີນ ອີກທັງຍັງເຄີຍປະກາດແຜນເປີດສາຂາໃໝ່ໃນຈີນ “ ທຸກ 15 ຊົ່ວໂມງ ” ອີກດ້ວຍ. ເຖິງຢ່າງໃດກໍຕາມ ທຸລະກິດຂອງສະຕາບັກໃນຈີີນ ພວມປະເຊີນກັບຄວາມທ້າທາຍຫຼາຍຂຶ້ນ ຈາກທຸລະກິດທ້ອງຖິ່ນຊຶ່ງກ້າວຂຶ້ນມາເປັນຄູ່ແຂ່ງທີ່ໜ້າຢ້ານກົວຄື “ ລັກກິງ ຄອບຟີ່ ” ( Luckin Coffee ) ທີ່ໃຫ້ບໍລິການສັ່ງ ແລະ ສົ່ງອາຫານຜ່ານແອບພຣິເຄຊັ່ນ ແລະ ມີນະໂຍບາຍສະໜັບສະໜູນການຂາຍວ່າ ລູກຄ້າຈະໄດ້ຮັບປະທານອາຫານທັງໝົດຟຣີ ຫາກພະນັກງານໄປສົ່ງສິນຄ້າຊ້າກວ່າ 30 ນາທີ.

 

 

ແັລ່ງຂ່າວຕ່າງປະເທດ: TDN

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...