spot_img
Homeຂ່າວການສຶກສານັກຮຽນ ຈາກ ສປປ ລາວ ທີ່ໄດ້ຮັບຄັດເລືອກໃຫ້ໄປຮຽນຕໍ່ມັດທະຍົມຕອນປາຍທີ່ຍີ່ປຸ່ນອອກເດີນທາງແລ້ວ

ນັກຮຽນ ຈາກ ສປປ ລາວ ທີ່ໄດ້ຮັບຄັດເລືອກໃຫ້ໄປຮຽນຕໍ່ມັດທະຍົມຕອນປາຍທີ່ຍີ່ປຸ່ນອອກເດີນທາງແລ້ວ

Published on

ໃນວັນທີ 14 ຕຸລາ 2021, ນັກຮຽນມັດທະຍົມຕອນປາຍຂອງລາວ 11 ຄົນ ໄດ້ ເດີນທາງໄປຍີ່ປຸ່ນ ເພື່ອຮຽນຢູ່ທີ່ວັດທະຍົມຕອນປາຍຍີ່ປຸ່ນ ພາຍໃຕ້ ໂຄງການອາຊີ-ຄາເກ ຮາຊິ (“ຄາເກຮາຊິ” ແມ່ນຄໍາສັບພາສາຍີ່ປຸ່ນທີ່ຫມາຍເຖິງ “ຂົວ”) ທີ່ໄດ້ຮັບການສະຫນັບສະໜຸນໂດຍລັດຖະບານຍີ່ປຸ່ນ. ພວກເຂົາເຕັມໄປດ້ວຍຄວາມຫວັງວ່າຈະສາມາດເດີນທາງໄປຍີ່ປຸ່ນໄດ້ໃນຊ່ວງການລະບາດຂອງເຊື້ອພະຍາດໂຄວິດ-19. ນັກຮຽນເຫຼົ່ານີ້ຈະໄດ້ອາໄສຢູ່ກັບຄອບຄົວຄົນຍີ່ປຸ່ນຈົນເຖິງເດືອນມີນາ 2022. 

ນັກຮຽນທັງ 11 ຄົນນີ້ ມີ 9 ຄົນທີ່ມາຈາກນະຄອນຫຼວງວຽງຈັນ ແລະ ອີກ 2 ຄົນ ມາຈາກແຂວງຫຼວງພະບາງ ນັກຮຽນທັງໝົດນີ້ແມ່ນໄດ້ຖືກຄັດເລືອກໂດຍອີງຕາມຜົນສໍາເລັດໃນການຮຽນຂອງພວກເຂົາ, ຄວາມສົນໃຈໃນພາສາ ແລະ ວັດທະນະ ທໍາຍີ່ປຸ່ນ ແລະ ທ່າແຮງທີ່ຈະກາຍເປັນຜູ້ນໍາໃນອະນາຄົດ. 

ໃນເດືອນກຸມພາ, ການສໍາພາດທາງອອນລາຍ ໄດ້ຖືກຈັດຂຶ້ນເປັນຄັ້ງທໍາອິດທ່າມກາງການແຜ່ລະບາດຂອງພະຍາດໃນທົ່ວໂລກ ໂດຍການຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ, ສະຖານເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ມູນນິທິການສຶກສາ ແລະ ວັດທະນະທໍາໄທ-ນາໆຊາດ (AFS Intercultural Programs Thailand). 

ນັກຮຽນທີ່ໄດ້ເຂົ້າຮ່ວມໂຄງການຄາເກຮາຊິເຫຼົ່ານີ້ ໄດ້ເປັນຄວາມຫວັງໃນການສື່ສານກັບຄົນຍີ່ປຸ່ນ ເພື່ອລົງເລິກເຖິງຄວາມເຊື່ອຫມັ້ນ ແລະ ຄວາມເຂົ້າໃຈຂອງທັງສອງຝ່າຍ ລວມທັງເພື່ອສ້າງພື້ນຖານໃຫ້ກັບມິດຕະພາບ ແລະ ການຮ່ວມມືໃນອະນາຄົດ ລະຫວ່າງສອງປະເທດ. ສະຖານເອກອັກຄະຣາຊະທູດຍີ່ປຸ່ນກໍຫວັງຢ່າງຈິງໃຈວ່າພວກເຂົາຈະໃຊ້ຊີວິດຢູ່ທີ່ປະເທດຍີ່ປຸ່ນໃນແຕ່ລະມື້ຢ່າງມີຄ່າ ແລະ ມ່ວນຊື່ນໄປກັບສິ່ງທ້າທາຍໃໝ່ໆ ທີ່ພວກເຂົາພົບຢູ່ທີ່ຍີ່ປຸ່ນ.

ໂຄງການອາຊີ-ຄາເກຮາຊິນ ເປັນໂຄງການລິເລີ່ມ ເຊິ່ງປະກາດໂດຍ ນາຍົກລັດຖະມົນຕີຍີ່ປຸ່ນ ຊິນໂຊ ອາເບະ ໃນປີ 2017, ມີຈຸດປະສົງເພື່ອເສີມສ້າງຄວາມ ເຂັ້ມແຂງຂອງສາຍພົວພັນລະຫວ່າງຍີ່ປຸ່ນ ແລະ ປະເທດອື່ນໆທົ່ວພາກພື້ນອາຊີ. ໂຄງການດັ່ງກ່າວສະຫນອງທຶນການສຶກສາເຕັມ ໃຫ້ກັບນັກຮຽນມັດທະຍົມຕອນປາຍໃນອາຊີ ເພື່ອຮຽນ ແລະ ໃຊ້ຊີວິດຢູ່ທີ່ປະເທດຍີ່ປຸ່ນ, ນັກຮຽນຮຸ້ນທໍາອິດ 100 ຄົນຈາກ ທົ່ວພາກພື້ນອາຊີ ໄດ້ເດີນທາງໄປຮອດຍີ່ປຸ່ນໃນເດືອນສິງຫາ ປີ 2018 ແລະ ປະຈຸບັນນີ້ ໂຄງການໄດ້ຖືກຂະຫຍາຍອອກ ດ້ວຍນັກຮຽນທັງໝົດ 235 ຄົນທີ່ເຂົ້າຮ່ວມໃນປີນີ້.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...