spot_img
Homeຂ່າວພາຍ​ໃນນັກຮຽນຕີກັນໜ້າ ມ.ສ ວຽງຈັນ ຖືກເຈົ້າໜ້າທີ່ສອບສວນ ກຽມດຳເນີນຄະດີ!

ນັກຮຽນຕີກັນໜ້າ ມ.ສ ວຽງຈັນ ຖືກເຈົ້າໜ້າທີ່ສອບສວນ ກຽມດຳເນີນຄະດີ!

Published on

 

ໃນຕອນບ່າຍວັນທີ 10 ກັນຍານີ້ ຢູ່ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ເຈົ້າໜ້າທີ່ຕຳຫລວດ

ກອງຄະດີນະຄອນຫລວງວຽງຈັນ ໄດ້ເຊີນພໍ່ແມ່ຜູ້ປົກຄອງ ພ້ອມຄູອາຈານຈາກໂຮງຮຽນທີ່ກ່ຽວຂ້ອງ ແລະ ກຸ່ມນັກ

ຮຽນຍິງ ເຂົ້າຮ່ວມປຶກສາຫາລືຊ່ອງໜ້າຫົວໜ້າ ແລະ ຮອງຫົວໜ້າພະແນກສຶກສາ ແລະ ກິລານະຄອນຫລວງວຽງ

ຈັນ ກ່ຽວກັບກໍລະນີກຸ່ມນັກຮຽນຍິງກໍ່ການອາລະວາດຕີກັນຢູ່ຕໍ່ໜ້າໂຮງຮຽນ ມ.ສ ວຽງຈັນ ໃນເວລາ 14 ໂມງ ຂອງ

ວັນທີ 9 ກັນຍາ 2014, ໂດຍເຈົ້າໜ້າທີ່ຕຳຫລວດ ໄດ້ນຳຕົວຄູ່ກໍລະນີຜູ້ກໍ່ເຫດເຂົ້າສອບສວນ ຊ່ອງໜ້າຜູ້ຮັບຜິດຊອບ

ພະແນກສຶກສານະຄອນຫລວງວຽງຈັນ ແລະ ຄູອາຈານຈາກໂຮງຮຽນທີ່ກ່ຽວຂ້ອງ ເພື່ອຊອກຫາສາເຫດຂອງ ການ

ອາລະວາດຕີກັນ ເພື່ອປະກອບຄະດີກຽມປະຕິບັດວິໄນຕໍ່ຜູ້ກະທຳຜິດ.

 

ຜ່ານການສອບສວນຊອກຫາຂໍ້ມູນຄວາມເປັນຈິງ ຂອງການອາລະວາດຕີກັນໃນຄັ້ງນີ້ ປະກອບມີນັກຮຽນຍິງຈາກ

ໂຮງຮຽນມັດທະຍົມແຫ່ງຕ່າງໆ ເປັນຕົ້ນໂຮງຮຽນມັດທະຍົມໜອງບອນ, ໂພນທັນ, ມາລະສິນ, ສຸກສະຫວັດ, ລຽວ

ໂຕ້ ແລະ ໂຮງຮຽນ ມ.ສ ວຽງຈັນ ໄດ້ລວມກຸ່ມກັນຈຳນວນ 6 ຄົນ ແລະ ເຂົ້າມາລ້ອມຕີນັກຮຽນຍິງຄົນດຽວ ຢູ່ຕໍ່ໜ້າ

ໂຮງຮຽນ ມ.ສ ວຽງຈັນຢ່າງເປີດແປນ ແລະ ມີອີກ 2 ຄົນ ເປັນຜູ້ຖ່າຍຄຣິບວີດີໂອ ເພື່ອນຳໄປເຜີຍແຜ່ໃນສື່ອອນລາຍ

ຕ່າງໆ ອັນໄດ້ສ້າງຄວາມເສື່ອມເສຍໃຫ້ກັບໂຮງຮຽນ ແລະ ຜູ້ປົກຄອງ ທີ່ລູກຫລານຂອງຕົນສ້າງຄວາມອັບອາຍຂາຍ

ໜ້າໃຫ້ແກ່ບ້ານເມືອງ, ກໍ່ໃຫ້ເກີດສະພາບຫຍໍ້ທໍ້ໃຫ້ແກ່ນັກຮຽນນັກ – ສຶກສາ ທີ່ເປັນຄັ້ງທຳອິດໃນນະຄອນຫລວງ

ວຽງຈັນ ເຖິງຂັ້ນໄດ້ຮັບບາດເຈັບ, ໂດຍທາງເຈົ້າໜ້າທີ່ຈະເອົາໃຈໃສ່ສອບສວນກໍລະນີດັ່ງກ່າວຢ່າງເອົາຈິງເອົາຈັງ ແລະ

ດຳເນີນຄະດີຜູ້ກະທຳຜິດຢ່າງເຂັ້ມງວດ ເພື່ອບໍ່ໃຫ້ເປັນແບບຢ່າງໃຫ້ຜູ້ອື່ນໆ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...