spot_img
Homeຂ່າວຕ່າງປະເທດນັກຮຽນຍິງອິນເດຍ 6 ປີ ຖືກຄູ ແລະ ເຈົ້າໜ້າທີ່ໃນໂຮງຮຽນປະຖົມລຸມຂົ່ມຂືນ

ນັກຮຽນຍິງອິນເດຍ 6 ປີ ຖືກຄູ ແລະ ເຈົ້າໜ້າທີ່ໃນໂຮງຮຽນປະຖົມລຸມຂົ່ມຂືນ

Published on

557000008365701

 

ສຳນັກຂ່າວ BBC ຂອງອັງກິດລາຍງານວ່າ ເດັກຍິງອາຍຸ 6 ປີ ຖືກເຈົ້າໜ້າທີ່ 2 ຄົນ ຂອງໂຮງຮຽນຊື່ດັງແຫ່ງໜຶ່ງ

ໃນລັດບັງການ ລຸມຂົ່ມຂືນ, ຈາກການເປີດເຜີຍຂອງຕຳຫຼວດໃນວັນພະຫັດ 17 ກໍລະກົດຜ່ານມານີ້ ເຊິ່ງເຫດການ

ຄວາມຮຸນແຮງທາງເພດ ໄດ້ສະເທືອນສັງຄົມອິນເດຍອີກຄັ້ງລ່າສຸດ ໂດຍເກີດຂຶ້ນທ່າມກາງຄຳໝັ້ນສັນຍາຂອງ

ນາຍົກລັດຖະມົນຕີຄົນໃໝ່ ກ່ຽວກັບການຈັດການປັນຫາອາຊະຍາກຳທີ່ກະທຳຕໍ່ເພດຍິງ.

 

ຄຳກ່າວຫາກ່ຽວກັບຄະດີຂົ່ມຂືນລ່າສຸດ ມີການກ່າວອ້າງເຖິງເຫດການດັ່ງກ່າວ ເຊິ່ງເກີດຂຶ້ນຕັ້ງແຕ່ວັນທີ 2 ກໍລະ

ກົດທີ່ຜ່ານມາ ແຕ່ທາງຄອບຄົວບໍ່ຮູ້ເລື່ອງລາວ ໂດຍໃນບໍ່ພໍເທົ່າໃດມື້ມານີ້ ເດັກຍິງຄົນດັ່ງກ່າວໄດ້ຈົ່ມວ່າປວດທ້ອງ

ເຮັດໃຫ້ພໍ່ແມ່ຂອງນາງພາໄປປິ່ນປົວຢູ່ໂຮງໝໍ ຈິ່ງຮັບຮູ້ໃນພາຍຫຼັງ.

 

ໃນຂະນະດຽວກັນ ກໍພົບເຫັນບັນດາຜູ້ປົກຄອງຫຼາຍຄົນ ຊຸມນຸມປະທ້ວງໃນບໍລິເວນດ້ານນອກຂອງໂຮງໝໍ ເພື່ີອ

ຊ່ວຍກັນດຶງປະຕູຮົ້ວລົງ ແລະ ຮ້ອງຄຳຂວັນກ່ຽວກັບສິດທິທາງເພດ ໂດຍໃນສ່ວນຂອງຕຳຫຼວດບອກວ່າ ໄດ້ຮັບ

ແຈ້ງຄະດີນີ້ແລ້ວ ແຕ່ກໍຍັງບໍ່ມີການຈັບກຸມຜູ້ຕ້ອງສົງໄສລາຍໃດເທື່ອ.

 

ທ່ານ ນະເຣນດຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ໃຫ້ຄຳໝັ້ນສັນຍາຈະບໍ່ອົດທົນຕໍ່ຄະດີອາຊະຍາກຳທີ່ກະທຳຕໍ່

ເພດຍິງ, ແຕ່ເຫດຄວາມຮຸນແຮງ ແລະ ການມີອະຄະຕິຕໍ່ເພດຍິງ ຍັງຄົງເປັນບັນຫາໜັກໜ່ວງໃນສັງຄົມອິນເດຍ.

 

ບີບີຊີ ຍັງໄດ້ລາຍງານອີກວ່າ ຄະດີລ່າສຸດ ເດັກຍິງຄົນດັ່ງກ່າວອ້າງວ່າ ນາງຖືກຂົ່ມຂືນໂດຍເຈົ້າໜ້າທີ່ຮັກສາຄວາມ

ປອດໄພໂຮງຮຽນ ແລະ ຄູພາລະ, ແຕ່ເນື່ອງຈາກໃນໂຮງຮຽນແຫ່ງນີ້ ມີເຈົ້າໜ້າທີ່ຮັກສາຄວາມປອດໄພ ແລະ ຄູພາ

ລະຫຼາຍຄົນ ຕຳຫຼວດຈິ່ງຢູ່ລະຫວ່າງພະຍາຍາມຫາຕົວຜູ້ກະທຳຜິດ.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...