spot_img
Homeວິທະຍາສາດ-ວິທະຍາການນັກສຶກສາຈີນສໍາເລັດການຄົ້ນຄວ້າ ເຈ້ຍກິນໄດ້

ນັກສຶກສາຈີນສໍາເລັດການຄົ້ນຄວ້າ ເຈ້ຍກິນໄດ້

Published on

ນັກສຶກສາມະຫາວິທະຍາໄລໃນຈີນສາມາດຄົ້ນຄວ້າເຈ້ຍກິນໄດ້ເຊິ່ງເຮັດມາຈາກຜັກ ໄດ້ຮັບລາງວັນອັນດັບ 2 ໃນການປະກວດນະວັດຕະກຳຜູ້ປະກອບການແຫ່ງຊາດຄັ້ງທີ 3.

ນັກສຶກສາ 6 ຄົນຈາກມະຫາວິທະຍາໄລຊີໜານ ມົນທົນຊົງຊຶງ ທາງພາກຕາເວັນຕົກສ່ຽງໃຕ້ຂອງຈີນ ຄົ້ນຄວ້ານະວັດຕະກຳໃໝ່ເປັນເຈ້ຍກິນໄດ້ທີ່ເຮັດຈາກຜັກຫຼາຍຫຼາຍຊະນິດເຊັ່ນ: ໝາກເລັ່ນ, ຫົວກາຣົດ, ບຣອກໂຄຣີ, ກະລໍ່າສີມ່ວງ ສ່ວນເຈ້ຍທີ່ໄດ້ອອກມາແມ່ນຈະມີສີທີ່ຄືກັບສີຂອງຜັກ.

ນາງ ສ່ຽວ ຊິງໝິງ ໜຶ່ງໃນນັກສຶກສາ 6 ຄົນກ່າວວ່າ: ເຈ້ຍທຸກໃບມີຣົດຊາດທີ່ແຕກຕ່າງກັນໄປຕາມວັດຖຸດິບ ແລະ ພວກເຂົາຕ້ອງການໃຫ້ຜະລິດຕະພັນຮັກສາຣົດຊາດເກົ່າຂອງຜັກໄວ້ຄືເກົ່າ ຖ້າເຈ້ຍທີ່ເຮັດຈາກໝາກເລັ່ນ ກໍຕ້ອງມີຣົດຊາດໝາກເລັ່ນເປັນຕົ້ນ.

ນອກຈາກນີ້, ນາງ ລີ່ເວຍໂຈ ນັກສຶກສາອີກຄົນໜຶ່ງຍັງບອກວ່າ: ທາງກຸ່ມເຂົາເຈົ້າກຳລັງຄົ້ນຄວ້າຫາວິທີເຮັດໃຫ້ເຈ້ຍຈາກຜັກເພື່ອໃຊ້ແທນປີ້ໂຮງຮູບເງົາ, ປີ້ລົດໂດຍສານສາທາລະນະ ແລະ ໃຫ້ສາມາດ “ພິມບາໂຄດ” ລົງໃນເຈ້ຍໄດ້ ເຊິ່ງພາຍຫຼັງຈາກໃຊ້ງານແລ້ວຍັງສາມາດກິນໄດ້ ເຊິ່ງມັນຈະຊ່ວຍຫຼຸດຜ່ອນບັນຫາຂີ້ເຫຍື້ອ ແລະ ປະຢັດຊັບພະຍາກອນທາງທຳມະຊາດອີກດ້ວຍ.

11cc

 

ຂ່າວຈາກ: targetlaos.com/
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...