spot_img
Homeຂ່າວຕ່າງປະເທດນັກວິທະຍາສາດ ພົບຝູງຄ່າງຫາຍາກ ມີສະເພາະຢູ່ຫວຽດນາມ ເພີ່ມຄວາມຫວັງ ຍັງບໍ່ທັນສູນພັນ!

ນັກວິທະຍາສາດ ພົບຝູງຄ່າງຫາຍາກ ມີສະເພາະຢູ່ຫວຽດນາມ ເພີ່ມຄວາມຫວັງ ຍັງບໍ່ທັນສູນພັນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ສິງຫາຜ່ານມານີ້ວ່າ ນັກວິທະຍາສາດຈາກ ອົງການສັດປ່າ ແລະ ຊີວະນາໆພັນສາກົນ ຫລື FFI ປະຈຳຫວຽດນາມ ໄດ້ອອກມາເປີດເຜີຍວ່າ ໄດ້ມີການພົບຄ່າງກົ້ນຂາວ-ໜ້າດຳ ຫລື ຊື່ທາງວິທະຍາສາດວ່າ Delacour’s langur ຊຶ່ງເປັນສັດລ້ຽງລູກດ້ວຍນ້ຳນົມ ທີ່ມີຢູ່ສະເພາະຖິ່ນໃນຫວຽດນາມເທົ່ານັ້ນ ແລະ ສ່ຽງໃກ້ຈະສູນພັນ ໂດຍທີມນັກວິທະຍາສາດ ໄດ້ພົບຄ່າງຊະນິດດັ່ງກ່າວນີ້ ປະມານ 40 ໂຕ ສ່ວນໃຫຍ່ເປັນຄ່າງທີ່ມີອາຍຸຍັງໜຸ່ມ ແລະ ເປັນລູກຄ່າງ ເຮັດໃຫ້ເປັນການເພີ່ມຄວາມຫວັງວ່າ ສິ່ງທີ່ມີຊີວິດຫາຍາກສາຍພັນນີ້ ຈະບໍ່ສູນພັນໄປໃນອີກ 10 ປີຂ້າງໜ້າ ຄືດັ່ງທີ່ນັກວິທະຍາສາດ ໄດ້ມີຄວາມເປັນຫ່ວງຜ່ານມາ.

ໂຄສົກຂອງ FFI ປະຈຳຫວຽດນາມ ໄດ້ກ່າວວ່າ ເປັນຂ່າວດີຢ່າງຍິ່ງ ສຳລັບສັດສາຍພັນສະເພາະນີ້ ເພາະພວກເຮົາບໍ່ເຄີຍພົບເຫັນ ປະຊາກອນໃໝ່ເລີຍ, ພວກມັນສ່ຽງທີ່ຈະສູນພັນ ພາຍໃນໄລຍະເວລາ 10 ປີ ແຕ່ໃນຄວາມເປັນຈິງແລ້ວ ມັນກຳລັງຂະຫຍາຍພັນ ຊຶ່ງຖືເປັນຂ່າວດີສຸດຍອດ.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...