spot_img
Homeຂ່າວຕ່າງປະເທດນັກວິທະຍາສາດ ກຽມຄົ້ນຄວ້າເພາະພັນຊ້າງແມມມອທ (Mammoth) ຈາກ DNA ທີ່ມີຢູ່

ນັກວິທະຍາສາດ ກຽມຄົ້ນຄວ້າເພາະພັນຊ້າງແມມມອທ (Mammoth) ຈາກ DNA ທີ່ມີຢູ່

Published on

ເວັບໄຊ້ Khaosod ໄດ້ລາຍງານວ່າ ບໍລິສັດ ໂຄລອສຊອລ ບໍລິສັດດ້ານຊີວະວິທະຍາສາດ ແລະ ພັນທຸສາດ ທີ່ສ້າງຕັ້ງຂຶ້ນໂດຍທ່ານ  Ben Lamm ເຈົ້າຂອງທຸລະກິດດ້ານເທັກໂນໂລຊີ ແລະ ຊອຟແວ ແລະ ທ່ານ Dr. George Church ສາດສະດາຈານທາງດ້ານພັນທຸສາດຈາກໂຮງຮຽນແພດຮາວາດ  ຮ່ວມກັບຜູ້ບຸກເບີກແນວທາງການຕັດຕໍ່ກໍາມະພັນ ໄດ້ປະກາດລົງທຶນປະມານ 15 ລ້ານດອລລ້າ ເພື່ອເພາະພັນຊ້າງ ແມມມອທ (Mammoth) ໃຫ້ມີຊີວິດອີກຄັ້ງ.

ໃນເບື້ອງຕົ້ນທີມນັກວິທະຍາສາດຈະເພາະພັນລູກປະສົມຂອງຊ້າງແມມມອທ ໂດຍການສ້າງໂຕອ່ອນໃນຫ້ອງທົດລອງທີ່ມີ DNA ຂອງຊ້າງແມມມອທ ໂດຍຈະນໍາເອົາກໍາມະພັນຈາກຜິວໜັງຂອງຊ້າງອາຊີມາປັບປ່ຽນໃຫ້ເປັນຈຸລັງຕົ້ນກໍາເນີດທີ່ຫຼາກຫຼາຍຂຶ້ນ ແລະ ເປັນຈຸລັງທີ່ຮອງຮັບ DNA ຂອງ ແມມມອທ (Mammoth). ຈາກນນັ້ນ, ໂຕອ່ອນຈະຖືກນໍາໄປໄວ້ກັບຊ້າງໂຕອື່ນທີ່ເອີ້ນກັນວ່າຊ້າງອຸ້ມບຸນ ແລະ ຖ້າຫາກຂະບວນການຕ່າງໆເປັນໄປຕາມທີ່ຕັ້ງສັນນິຖານໄວ້ ນັກວິໄຈກໍຈະໄດ້ລູກຊ້າງແມມມອທພັນປະສົມກຸ່ມທໍາອິດໃນໄລຍະເວລາ 6 ປີ.

ນອກຈາກນີ້, ຍັງເຊື່ອວ່າການນໍາເອົາຝູງຊ້າງປະສົມແມມມອທເຂົ້າໄປອາໄສຢູ່ໃນຫິມະເຂດຂົ້ວໂລກອາດຈະຊ່ວຍຟື້ນຟູຄວາມເສຍຫາຍຂອງໂລກຮ້ອນ ເຊິ່ງເປັນສ່ວນໜຶ່ງຂອງຜົນກະທົບຈາກວິກິດສະພາບອາກາດປ່ຽນແປງ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...