spot_img
Homeຂ່າວຕ່າງປະເທດນັກວິທະຍາສາດສອນໝູ 4 ໂຕໃຫ້ຫຼິ້ນວິດີໂອເກມໄດ້

ນັກວິທະຍາສາດສອນໝູ 4 ໂຕໃຫ້ຫຼິ້ນວິດີໂອເກມໄດ້

Published on

ທີມນັກວິໄຈຈາກ Purdue University ປະສົບຄວາມສຳເລັດໃນການສອນໝູ 4 ໂຕໃຫ້ຮູ້ຈັກການໃຊ້ຈອຍສະຕິກ ເຊິ່ງເປັນງານວິໄຈໃໝ່ທີ່ສະແດງໃຫ້ເຫັນເຖິງລະດັບຄວາມຍືດຍຸ່ນທາງພຶດຕິກຳ ແລະ ຈິດໃຈທີ່ໂດດເດັ່ນ.

ຕາມລາຍລະອຽດໃນການສຶກສາໃໝ່ທີ່ຖືກຕີພິມໃນວາລະສານ Frontiers in Psychology ໝູທັງ 4 ໂຕສາມາດຫຼິ້ນວິດີໂອເກມທີ່ຄວບຄຸມດ້ວຍຈອຍສະຕິກງ່າຍໆໄດ້ ເຊິ່ງສະແດງໃຫ້ເຫັນເຖິງຄວາມເຂົ້າ ໃຈພື້ນຖານເຖິງແມ່ນວ່າຈະມີຄວາມຊຳນານທີ່ຈຳກັດກໍ່ຕາມ.

ການທົດລອງນີ້ກ່ຽວນຂ້ອງກັບໝູທັງ 4 ຕົວທີ່ມີຊື່ວ່າ Hamlet, Omelette, Ebony ແລະ Ivory  ການເຄື່ອນໄຫວເຄີເຊີທີ່ໜ້າຈໍໂດຍໃຊ້ຈອຍສະຕິກກັບດັງຂອງພວກມັນເປົ້າໝາຍຄືການເຄື່ອນເຄີເຊີໄປທີ່ເປົ້າໝາຍທີ່ສະແດງຢູ່ໜ້າຈໍ.

ທີມນັກວິທະຍາສາດຮູ້ແລ້ວວ່າໝູສະຫຼາດພໍທີ່ຈະຮຽນຮູ້ຄຳສັ່ງພື້ນຖານແບບດຽວກັບໝາ ແຕ່ການສຶກສາຍັງບໍ່ສາມາດຢືນຢັນອິນເທີເຟຊສາມາດຊ່ວຍໃຫ້ເຮົາສື່ສານກັບໝູໄດ້ໂດຍກົງຫຼາຍຂຶ້ນຢ່າງທີ່ນັກວິທະຍາສາດເຄີຍທົດລອງກັບບີຊອບໃນອະດີດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...