spot_img
Homeຂ່າວພາຍ​ໃນນັກມວຍລາວ ນ໋ອກນັກມວຍ ເຈົ້າພາບ ຫວຽດນາມ ລົ້ມທັງຢືນ ຄວ້າເພີ່ມອີກ 2 ຫຼຽນຄໍາ ໃນອາຊຽນບີຊ ເກມ

ນັກມວຍລາວ ນ໋ອກນັກມວຍ ເຈົ້າພາບ ຫວຽດນາມ ລົ້ມທັງຢືນ ຄວ້າເພີ່ມອີກ 2 ຫຼຽນຄໍາ ໃນອາຊຽນບີຊ ເກມ

Published on

ກິລາມວຍ ເທຣດິດເຊິນນໍ ມາກທິວອາທ໌ (Traditional Martial Art) ຫຼື ໂວໂກຈ່ຽນ ຮອບຊີງຊະນະເລີດ ໃນລາຍການອາຊຽນບີຊ ເຊິ່ງແຂ່ງຂັນໃນ ຕອນບ່າຍ ວັນອາທິດ ທີ 2 ຕຸລາ 2016 ຜ່ານມາ, ນັກກິລາລາວ ຄວ້າໄດ້ເພີ່ມອີກ 2 ຫຼຽນຄຳ ໂດຍໄດ້ຈາກ ທ້າວ ກາວີ ພົມມະຄຳທອງ ໄດ້ລົ້ມ ດອງ ຫວນຮູ ນັກມວຍ ຫວຽດນາມ ເຈົ້າພາບ ເອົາຊະນະນ໋ອກແບບ KO ໃນຮຸ່ນນໍ້າໜັກ 50 ຫາ 55 ກິໂລ ແລະ ທ້າວ ຄໍາຫຼ້າ ສຸຄະພອນ ເອົາຊະນະຄະແນນ ອານ ຫວາງໄກ ນັກມວຍຫວຽດນາມ ເຈົ້າພາບ 2 ຕໍ່ 0 ໃນຮຸ່ນ ນໍ້າໜັກ 55 ຫາ 60 ກິໂລ. ຜົນງານດັ່ງກ່າວ ເຮັດໃຫ້ນັກກິລາວເຮົາ ຄວ້າໄດ້ເພີ່ມຕື່ມອີກ 2 ຫຼຽນຄຳ ໄດ້ຢ່າງສົມໃຈ, ຫຼຽນຄຳເປັນ 3 ຫຼຽນ ໃນລາຍການ ອາຊຽນບີຊ ທີ່ດານັງ ປີ 2016 ນີ້.

74555

314

ຂໍ້ມູນຈາກ info.abg2016.com ແລະ http://laosportnews.com

ພາບປະກອບຈາກ: ສີປະເສີດ ສຸກສາຄອນ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...