ນັກບູຮານຄະດີຈີນ ຄົ້ນພົບສຸສານບູຮານ ອາຍຸເກົ່າແກ່ກ່ວາ 2,600 ປີ!

558000013959701

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ທັນວາຜ່ານມານີ້ວ່າ ນັກບູຮານຄະດີຈີນ ໄດ້ຄົ້ນພົບຊາກສຸສານ ແລະ ເມືອງບູຮານ ອາຍຸກ່ວາ 2,600 ປີກ່ອນ ຊຶ່ງກຸ່ມສຸສານບູຮານ ແມ່ນສັນນິຖານວ່າ ສ້າງຂຶ້ນໃນຍຸກຊຸນຊິວ (771-476 ປີກ່ອນ ຄ.ສ) ຢູ່ບໍລິເວນເມືອງອີ້ຊວນ ແຂວງເຫີໜານ, ພ້ອມກັນນັ້ນ ຍັງໄດ້ຄົ້ນພົບ ຊາກເມືອງບູຮານ ຊຶ່ງມີອາຍຸເກົ່າແກ່ ໃນສະໄໝລາຊະວົງຫ້ານ (202 ປີກ່ອນ ຄ.ສ -ຄ.ສ 220) ພາຍໃນບໍລິເວນໃກ້ຄຽງກັນອີກດ້ວຍ ໂດຍກຸ່ມສຸສານ ໃນຍຸກຊຸນຊິວ ປະກອບດ້ວຍຂຸມຝັງສົບ ຫລາຍກ່ວາ 200 ຂຸມ ຊຶ່ງປະກອບມີໂຄງກະດູກມ້າ ຊາກລົດມ້າເສິກ ແລະ ເຂົ້າຂອງເຄື່ອງໃຊ້ຕ່າງໆ ພາຍໃນບໍລິເວນພື້ນທີ່ ກ່ວາສອງແສນຕາແມັດ ໂດຍນັກບູຮານຄະດີຈີນເຊື່ອວ່າ ພື້ນທີ່ດັ່ງກ່າວນີ້ ເປັນຖິ່ນອາໄສຂອງຊົນເຜົ່າບູຮານ ທີ່ຖືກຳເນີດມາຫລາຍກ່ວາ 2,600 ປີກ່ອນ.

558000013959702 558000013959704 558000013959707 558000013959709