Homeຂ່າວຕ່າງປະເທດຈຸດຮ້ອນໃໝ່! ອີຣັກຍື່ນຄຳຂາດ ໃຫ້ທະຫານຕວກກີ ອອກຈາກປະເທດ ພາຍໃນ 48 ຊົ່ວໂມງ ແຕ່ຕວກກີປະຕິເສດ!

ຈຸດຮ້ອນໃໝ່! ອີຣັກຍື່ນຄຳຂາດ ໃຫ້ທະຫານຕວກກີ ອອກຈາກປະເທດ ພາຍໃນ 48 ຊົ່ວໂມງ ແຕ່ຕວກກີປະຕິເສດ!

Published on

558000013982701

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ທັນວານີ້ວ່າ ລັດຖະບານຕວກກີ ຢືນຢັນຈະບໍ່ຖອນທະຫານ ທີ່ກຳລັງປະຈຳການຢູ່ ພື້ນທີ່ບາຊິກາ ໃກ້ກັບເມືອງໂມຊຸນ ຊຶ່ງເປັນສູນກາງຫລັກຂອງ ກຸ່ມລັດອິດສະລາມ ຫລື ໄອເອັສ ໃນປະເທດອີຣັກ ໂດຍລະບຸວ່າ ເປັນການສັບປ່ຽນກຳລັງໄປປະຈຳການ ຢ່າງເປັນປົກກະຕິ ໃນໂຄງການເຝິກອົບຮົມ ໃຫ້ແກ່ກຳລັງພົນອີຣັກ ເພື່ອບຸກຕີຍຶດຄືນເມືອງໂມຊຸນ ຈາກກຸ່ມໄອເອັສ.

ແນວໃດກໍຕາມ ລັດຖະບານອີຣັກ ໄດ້ຍື່ນຄຳຂາດໃນວັນອາທິດທີ 6 ທັນວາ 2015 ຜ່ານມາ ໃຫ້ກອງກຳລັງທະຫານຕວກກີ ຖອນອອກໄປພາຍໃນ 48 ຊົ່ວໂມງ ໂດຍບອກວ່າ ທະຫານເຫລົ່ານັ້ນ ເຂົ້າມາໃນປະເທດຂອງຕົນຢ່າງຜິດກົດໝາຍ ແລະ ຂູ່ວ່າຈະຍື່ນໜັງສືປະທ້ວງ ເຖິງຄະນະມົນຕີຄວາມໝັ້ນຄົງ ແຫ່ງ ສະຫະປະຊາຊາດ.

ຈາກສະຖານະການດັ່ງກ່າວນີ້ ໄດ້ກາຍເປັນຄວາມກັງວົນຂອງທົ່ວໂລກ ເນື່ອງຈາກເປັນຈຸດຮ້ອນອີກແຫ່ງໃໝ່ ຊຶ່ງສ່ຽງຕໍ່ກັບການປະເຊີນໜ້າກັນ ຈົນກາຍເປັນຕົ້ນເຫດ ຂອງສົງຄາມໂລກຄັ້ງໃໝ່ ຖ້າຫາກທັງສອງຝ່າຍ ຕັດສິນໃຈໃຊ້ກຳລັງທະຫານ ເພື່ອແກ້ໄຂບັນຫາ ຄຽງຄູ່ກັບຂໍ້ຂັດແຍ່ງ ລະຫວ່າງຣັດເຊຍ ແລະ ຕວກກີ ທີ່ເປັນຈຸດຮ້ອນ ສ້າງຄວາມວິຕົກກັງວົນ ໃນໄລຍະຫລາຍອາທິດຜ່ານມາ.

ທັງນີ້ ກອງທະຫານຂອງຕວກກີ ທີ່ປະຈຳການໃນເຂດດັ່ງກ່າວ ແມ່ນປະກອບດ້ວຍທະຫານ ປະມານ 150-300 ຄົນ ພ້ອມດ້ວຍລົດຕັງ 20 ຄັນ ໂດຍໄດ້ເຂົ້າມາປະຈຳການ ເປັນເທື່ອທຳອິດ ເມື່ອເກືອບ 2 ປີຜ່ານມາ ສຳລັບໂຄງການຮ່ວມມື ລະຫວ່າງລັດຖະບານຕວກກີ ແລະ ອີຣັກ ໃນການເຝິກອົບຮົມ ໃຫ້ແກ່ກອງກຳລັງຊາວເຄີດ ແລະ ກຸ່ມຕິດອາວຸດມຸດສະລິມ ນິກາຍສຸໜີ່ ໃນປະເທດອີຣັກ ເພື່ອບຸກໂຈມຕີຍຶດເມືອງໂມຊຸນຄືນ ຈາກກຸ່ມລັດອິດສະລາມ.

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...