ນັກກິລາເຍົາວະຊົນລາວ ຍາດໄດ້ 2 ຫຼຽນຄຳ

20.08.2014.01

ນັກ​ເທັນ​ນິດ​ເຍົາ­ວະ​ຊົນ​ລາວສ້າງ​ຊື່​ສຽງ​ໃຫ້​ແກ່​ວົງ​ການ​ເທັນ​ນິດ​ລາວໃນ​ການ​ແຂ່ງ­ຂັນ​ເທັນ​ນິດ​ເຍົາ­ວະ​ຊົນ​ລາຍ­ການ ໂຕ​ໂຢ​ຕ້າດາວ​ຮຸ່ງ​ມຸ້ງ​ສູ່​ໂອ​ລີມ​ປິກ 2016 ຄັ້ງ​ທີ 3 ທີ່​ສະ­ໜາມ​ເທັນ​ນິ​ສສີ​ຊາ​ພັນ ແອັກ​ເຄ​ເດີ​ມີ ແຂວງ​ຂອນ​ແກ່ນ ປະ­ເທດ​ໄທ ວັນ​ທີ 16-17 ສິງ­ຫາ 2014 ໃນ​ການ​ແຂ່ງ­ຂັນ​ຄັ້ງ​ນີ້ ມີ​ນັກ­ກີ­ລາ​ລາວ ເຂົ້າ​ຮ່ວມ 10 ນ້ອງໃນ​ນັ້ນ ມີ​ລຸ້ນ​ອາ­ຍຸ​ບໍ່​ເກີນ 8 ປີ 10 ປີ 12 ປີ 14 ປີ 16 ປີ ແລະ ລຸ້ນ 18 ປີ.

ຜ່ານ​ການ​ແຂ່ງ­ຂັນ​ເປັນ​ເວ­ລາ​ສອງ​ວັນ​ ນ້ອງ ອາ​ລິ​ຍາ ວົງ​ດາ­ລາ (ນ້ອງ​ປູ​ເປ້) ລຸ້ນ​ອາ­ຍຸ​ບໍ່​ເກີນ 10 ປີ ສາ­ມາດ​ຍາດ​ໄດ້​ອັນ​ດັບ​ທີ 1 ກໍ່​ຄື​ຫຼຽນ​ຄຳ​ມາ​ຄອງ ຫຼັງ​ຈາກ​ເອົາ​ຊະ­ນະ ນ້ອງ ປີ​ຍະ​ພັດ ເດ​ອັດ​ສະດອນຈາກ​ນະ­ຄອນ​ລາ­ຊະ­ສີ​ມາ ດ້ວຍ​ຄະ­ແນນ 2-0 ເຊັດ 4-2, 5-4 ທາຍ​ເບ​ລັກ 7-2 ພ້ອມ​ໄດ້​ໂຄ​ຕ້າ (ໄດ້​ສິດ) ເຂົ້າ​ຮ່ວມ​ແຂ່ງ­ຂັນ​ໃນ​ຮອບ ມາ​ສ​ເຕີ 12 ຄົນ​ສຸດ​ທ້າຍ ທີ່​ບາງ­ກອກ ປະ­ເທດ​ໄທ ໃນ​ທ້າຍ​ເດືອນ​ທັນ­ວາ 2014 ອີກ​ດ້ວຍນອກ­ຈາກ​ນີ້ ປູ​ເປ້ ຍັງ​ລົງ​ແຂ່ງ​ໃນ​ລຸ້ນ 12 ປີ ແຕ່​ຕົກ​ຮອບ​ທຳ​ອິດເນື່ອງ​ຈາກ​ມີ​ອາ­ການ​ບາດ­ເຈັບ​ກົກ​ແຂນ.

ສ່ວນ​ອີກ​ໜຶ່ງ​ລຸ້ນ​ຂອງ​ນັກ­ກີ­ລາ​ຄວາມ​ຫວັງ​ຂອງ​ລາວ ຄື: ນ້ອງທິບ​ພະ​ສອນ ປານ​ສີ​ວົງ​ໄຊ ລຸ້ນ​ອາ­ຍຸ 8 ປີ ສາ­ມາດ​ເອົາ​ຊະ­ນະ ນ້ອງ ດີ​ໄລ­ລາກູ​ໂລ​ເນັນ 2-0 ເຊັດ ເຮັດ​ໃຫ້ນ້ອງ ທິບ​ພະ​ສອນ ໄດ້​ຫຼຽນ​ຄຳພ້ອມ​ໄດ້​ສິດ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ໃນ​ຮອບ ມາ​ສ​ເຕີ 12 ຄົນ​ສຸດ​ທ້າຍທີ່​ບາງ­ກອກ ເຊັ່ນ​ດຽວ​ກັນ ​ໃນ​ລຸ້ນ 8 ປີ ຊາຍ ນ້ອງ ເທບ​ເທ­ວາ ທອງ​ສະ­ໝຸດແລະ ນ້ອງ ສິດ­ທິ​ພົນ ພົມ​ມະ​ວົງ ທັງ​ສອງ​ໄດ້​ຫຼຽນ​ທອງ ສ່ວນ​ລຸ້ນ 18 ປີ ຊາຍນ້ອງ ຈຳ­ລອງ ສຸກ​ສຳ­ລານ ແລະ ນ້ອງ ສົມ​ສັກ ສົມ​ຈິດ ໄດ້​ຫຼຽນ​ທອງ.

ສຳ­ລັບ​ການ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ຄັ້ງ​ນີ້ ນຳ­ພາ​ໂດຍ​ຄູ​ຝຶກ​ນະ­ຄອນ­ຫຼວງທ່ານ ເອ­ກະ­ລາດ ພອນ​ປະ­ເສີດ ທ່ານ ດ່ອນ​ດີ ແກ້ວ​ດາ­ລາ​ສຸກ ແລະ ທ່ານຈິດ​ຕະ​ພອນ ສ່ວນ​ລາຍ­ການ​ຕໍ່​ໄປ​ທີ່​ຈະ​ເຂົ້າ​ຮ່ວມ​ແຂ່ງ­ຂັນ ຄື: ລາຍ­ການຊ້າງ-ລອນ ພັດ­ທະ­ນາ​ສີ­ມື​ເຍົາ­ວະ​ຊົນ ຄັ້ງ​ທີ 6 ທີ່​ແຂວງນະ­ຄອນ​ລາ­ຊະ­ສີ​ມາ ວັນ​ທີ 23-25 ສິງ­ຫາ 2014.