spot_img
Homeຂ່າວພາຍ​ໃນນັກກິລາສິງກະໂປ U-52ກິໂລ ທຳລາຍສະຖິຕິໂລກຈາກການຍົກນ້ຳໜັກ 201 ກິ​ໂລ

ນັກກິລາສິງກະໂປ U-52ກິໂລ ທຳລາຍສະຖິຕິໂລກຈາກການຍົກນ້ຳໜັກ 201 ກິ​ໂລ

Published on

ນາງ ຟາຮານນ່າ ຟາລິດ (Farhanna Farid) ນັກຍົກນ້ຳໜັກຈາກ​ສິງກະ​ໂປ ​ໄດ້​ສ້າງ​ສະຖິຕິ​ໂລກໃໝ່​ໃນ​ຕົ້ນ​ປີ​ນີ້​ ໃນ​ລຸ້ນນ້ຳ​ໜັກ​ຕ່ຳ​ກວ່າ 52 ກິ​ໂລ ​ໃນ​ວັນ​ທີ 16 ກັນຍາ​ນີ້.

ນັກຍົກນ້ຳໜັກ ຮຸ່ນອາຍຸ 29 ປີ ຍົກນໍ້າໜັກ 201 ກິໂລກຼາມ ໃນການແຂ່ງຂັນຊີງແຊ້ມອາຊີຕາເວັນອອກສຽງໃຕ້ ປີ 2022 ທີ່ເມືອງ Johor Bahru ປະເທດມາເລເຊຍ, ທຳລາຍສະຖິຕິໂລກຄັ້ງກ່ອນ 200,5 ກິໂລກຼາມ.

ສະຖິຕິທີ່ລາວໄດ້ເຮັດໄວ້ຢູ່ທີ່ World Open Classic Powerlifting Championships 2022 ເຊິ່ງຈັດຂຶ້ນຢູ່ ອາຟຣິກາ ເມື່ອວັນທີ 6 ມິຖຸນາ 2022.

ຟາຮານນ່າ ໄດ້ບັນລຸເປົ້າໝາຍໃນການຍົກນ້ຳໜັກ ຄັ້ງທີ 2 ຂອງລາວນີ້ ໂດຍຄັ້ງທຳອິດທີ່ລາວເຮັດໄດ້ແມ່ນຢູ່ທີ່ 192,5 ກິໂລກຼາມ.

ຈາກ​ນັ້ນ​ລາວ​ໄດ້​ສ້າງ​ສະຖິຕິ​ໂລກ​ໃນ​ການ​ພະຍາຍາມ​ຄັ້ງ​ທີ​ສອງ​ຂອງລາວ ​ແລະ​ ຍົກ​ນ້ຳໜັກໄດ້ 201 ກິ​ໂລກຼາມ ​ໄດ້​ຢ່າງ​ສຳ​ເລັດ​ຜົນ.

ນອກນີ້ ຟາຮານນ່າ ກໍໄດ້ພະຍາຍາມທໍາລາຍສະຖິຕິຂອງລາວອີກເທື່ອໜຶ່ງໂດຍການຍົກ 203 ກິ​ໂລກຼາມ ໃນການພະຍາຍາມຄັ້ງທີສາມຂອງລາວ ແຕ່ວ່າບໍ່ສໍາເລັດ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...